ເມື່ອບໍ່ດົນມານີ້  ແຂວງຫຼວງນໍ້າທາຈັດກອງປະຊຸມສຳມະນາວິທະຍາສາດຫົວຂໍ້:  ສ້າງການຫັນປ່ຽນຢ່າງແຂງແຮງໃຫ້ແກ່ພະນັກງານໃນເງື່ອນໄຂເສດຖະກິດຕະຫຼາດຢູ່  6  ແຂວງພາກເໜືອຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຜົ້ງສາລີ, ຫລວງພະບາງແລະແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ. ຮອງຫົວໜ້າສະຖາບັນການເມືອງແລະການການປົກຄອງແຫ່ງຊາດ,  ທ່ານ ປອ ຄໍາພັນ ເຈຍອາກຳມະການພັກແຂວງ, ຫົວໜ້າໂຮງຮຽນການມືອງ ແລະ ການປົກຄອງ ແຂວງຫຼວງນໍາທາ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານວຽງສະຫວັດ ສີພັນດອນ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫຼວງນ້ຳທາ, ມີບັນດາຄະນະໂຮງຮຽນການເມືອງ 6 ແຂວງພ້ອມດ້ວຍນັກວິທະຍາສາດແລະພະນັກງານຄູ-ອາຈານເຂົ້າຮ່ວມ.

          ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ,  ຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດໃຫ້ຮູ້ວ່າ:    ເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ.  ທີ່ພວກເຮົາກໍາລັງປະເຊີນໜ້າຢູ່ໃນປັດຈຸບັນນີ້ນອກຈາກດ້ານຕັ້ງໜ້າແລ້ວເສດຖະກິດຕະຫຼາດຍັງສົ່ງຜົນກະທົບດ້ານຫຍໍ້ທໍ້ບໍ່ໜ້ອຍໃຫ້ແກ່ພະນັກງານ, ສະມາຊິກພັກເປັນຕົ້ນແມ່ນ: ເກີດມີພະຍາດລັດທິເອກະຊົນເຊິ່ງເປັນສາຍເຫດກໍ່ໃຫ້ເກີດຫຼາຍໆພະຍາດ. ທີ່ເປັນການບັນທອນກຳລັງແຮງສູ້ຮົບຂອງພັກເຮັດໃຫ້ອິດທິພົນແລະຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ພັກ,ຕໍ່ລັດຫຼຸດໜ້ອຍຖອຍລົງເຊີ່ງມັນສະແດງອອກ:  ພະຍາດຂາດລະບຽບວິໄນ,  ຫ່າງເຫີນມະຫາຊົນ,  ພະຍາດໃນຕົວ, ການເຊື່ອມຖອຍ, ຄຸນທາດການເມືອງ,  ສໍ້ລາດບັງຫຼວງ, ຫຼີ້ນກິນຟຸມເຟືອຍເຊິ່ງພະຍາດດັ່ງກ່າວນີ້ກໍາລັງແຜ່ລະບາດ ຢ່າງໜັກໜ່ວງເຊິ່ງສາເຫດຫຼັກແມ່ນພະນັກງານເຮົາຍັງບໍ່ທັນສ້າງໄດ້ການຫັນປ່ຽນຢ່າງເລິກເຊິ່ງ, ພະນັກງານຈຳນວນໜຶ່ງຍັງຂາດການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ-ສິນທຳປະຕິວັດພະນັກງານ, ສະມາຊິກພັກ,ຄະນະພັກແຕ່ລະຂັ້ນຍັງບໍ່ທັນຖືສຳຄັນວຽກງານສຶກສາອົບຮົມການເມືອງແນວຄິດ, ຍັງຂາດຄວາມເປັນແບບຢ່າງນຳໜ້າ.

ບັນດາຫົສຂໍ້ບົດວິທະຍາສາດທີ່ບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ຮັບຄົ້ນຄວ້າມີ 6 ຫົວຂໍ້ຍ່ອຍຄື:

        1). “ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານການເງິນຢູ່ແຂວງອຸດົມໄຊ”

         2). “ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍແລະກາງຢູ່ແຂວງຫຼວງພະບາງ”.

         3). “ຍົກສູງຄຸນນະພາບການເກັບພາສີທີ່ດິນຢູ່ແຂວງໄຊຍະບູລີ”

         4).“ຍົກສູງຄຸນນະພາບການແກ້ໄຂປະກົດການຫຍໍ້ທໍ້ ໃນຂະແໜງການເງິນຢູ່ແຂວງບໍ່ແກ້ວ” 

         5). “ຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສຢູ່ແຂວງຫຼວງນ້ຳທາ”

         6). “ເພີ່ມທະວີການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດຢູ່ແຂວງຜົ້ງສາລີ”

         ເຊິ່ງແຕ່ລະບົດຄົ້ນຄວ້ານັ້ນແມ່ນມີເນື້ອໃນທີ່ສ່ອງໃຫ້ເຫັນບັນຫາດ້ານຕ່າງໆທີ່ຈະແຈ້ງ ເຊິ່ງໃນແຕ່ລະບົດຄົ້ນຄວ້າທີ່ບັນດໂຮງຮຽນການເມືອງ ຂອງແຕ່ລະແຂວງຂຶ້ນນໍາສະເໜີນັ້ນ ໄດ້ສ້າງຄວາມສົນໃຈໃຫ້ແກ່ນັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ພ້ອມທັງໄດ້ຕັ້ງຄໍາຖາມແຈະຈິ້ມ ຕໍ່ກັນບັນຫາດ້ານຕ່າງໆທີ່ໄດ້ນໍາສະເໜີນັ້ນ.

ນອກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍສັງເຂບຂອງແຕ່ລະແຂວງ ໃນຫົວຂໍ້: ບຸກທະລຸດ້ານແນວຄິດ,ຈິນຕະນາການໃຫ້ແກ່ພະນັກງານ-ສະມາຊິກພັກຢູ່ແຂວງຫຼວງນໍ້າທາ,  ສ້າງການຫັນປ່ຽນດ້ານແນວຄິດຂອງພະນັກງານ-ສະມາຊິກພັກໃນເງື່ອນໄຂເສດຖະກິດຕະຫຼາດຕາມທິດສັງຄົມນິຍົມຢູ່ແຂວງອຸດົມໄຊ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ພະນັກງານສະມາຊິກພັກຢູ່ແຂວງໄຊຍະບູລີ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດໃຫ້ພະນັກງານ-ສະມາຊິກພັກຢູ່ແຂວງຫຼວງພະບາງ.