ໃນຕອນບ່າຍຂອງວັນທີ 29 ສິງຫາ 2024 ທີ່ ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ນໍາພາຄະນະຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະຄະນະຈາກສະພາທິດສະດີສູນກາງພັກ ເຂົ້າອວຍພອນ ທ່ານ ຟານ ມິງ ຈ໋ຽນ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນວັນຊາດ ສສ ຫວຽດນາມ ຄົບຮອບ 79 ປີ (02.09.1945 – 02.09.2024).

          ທ່ານ ຮສ ພູວົງ ອຸ່ນຄໍາແສນ ໄດ້ກ່າວວ່າ: ເນື່ອງໃນວັນຊາດ ສສ ຫວຽດນາມ ຄົບຮອບ 79 ປີ ຂໍຕາງໜ້າໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາ ທົ່ວ ສມປຊ ແລະຂໍຕາງໜ້າສະພາທິດສະດີສູນກາງພັກ ນໍາເອົາອາລົມຈິດແຫ່ງຄວາມປີຕິຊົມຊື່ນ ແລະການສະໜັບສະໜູນຢ່າງຈິງໃຈ ຕໍ່ພັກ-ລັດ ແລະປະຊາຊົນຫວຽດນາມ, ເຊິ່ງຍາມໃດພັກ-ລັດ ແລະປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນ ພະນັກງານ, ຄູ-ອາຈານ, ນັກສຶກສາ ທົ່ວ ສມປຊ ແລະສະພາທິດສະດີສູນກາງພັກ ກໍໃຫ້ການສະໜັບສະໜູນຢ່າງຈິງໃຈ ແລະມີການຮ່ວມມືຢ່າງຮອບດ້ານ ບໍ່ວ່າຈະເປັນໄລຍະປົກປັກຮັກສາ-ຕໍ່ສູ້ທ້ອນໂຮມປະເທດຊາດໃຫ້ເປັນເອກະພາບ ແລະໄລຍະປົກປັກຮັກສາ ແລະສ້າງສາປະເທດຊາດໃນປັດຈຸບັນ, ເຊິ່ງໄລຍະທີ່ຜ່ານມາ ສມປຊ ກໍໄດ້ມີການຮ່ວມມືຢ່າງຮອບດ້ານກັບສະຖາບັນການເມືອງ ແຫ່ງຊາດໂຮຈິມິນ ໃນການຄົ້ນຄວ້າວິທະຍາສາດການເມືອງ ການປົກຄອງ, ການກໍ່ສ້າງພະນັກງານ.

          ທ່ານ ຟານ ມິງ ຈ໋ຽນ ອຸປະທູດຊົ່ວຄາວ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ຮສ ພູວົງ ອຸ່ນຄໍາແສນ ແລະຄະນະ ທີ່ໄດ້ເຂົ້າມາອວຍພອນ ໃນຄັ້ງນີ້, ເຊິ່ງທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງ ສສ ຫວຽດນາມ ຕະຫຼອດໄລຍະ 79 ປີ ທີ່ຜ່ານມານັ້ນ ແມ່ນປາສະຈາກບໍ່ໄດ້ຕໍ່ກັບການສະໜັບສະໜູນອັນໃຫຍ່ຫຼວງ ຂອງພັກ-ລັດ ແລະປະຊາຊົນລາວ, ພັກ-ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຍົກສູງ ແລະຖືສໍາຄັນຕໍ່ກັບສາຍພົວພັນ ແລະຄວາມສາມັກຄີພິເສດ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ອັນໄດ້ເຮັດໃຫ້ທັງ ສອງປະເທດພວກເຮົາມີສະພາບແວດລ້ອມທີ່ເອື້ອຍອຳອວຍໃນການປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ ແລະສ້າງສາພັດທະນາໃຫ້ຈະເລີນຮຸ່ງເຮື່ອງໄປເລື່ອຍໆ.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າສູນຂໍ້ມູນຂ່າວສານ.