ໃນຕອນເຊົ້າຂອງວັນທີ 29 ສິງຫາ 2024 ທີ່ຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກ ຄອງ, ສະຫະພັນກໍາມະບານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມພາຍໃຕ້ຫົວຂໍ້: “ຍົກສູງທັກສະວຽກງານພິທີການ ແລະ ວຽກງານເສນາທິການໃຫ້ສະມາຊິກກໍາມະບານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ” ພາຍໃຕ້ການເປັນປະທານໂດຍ: ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ປະທານສະຫະພັນກໍາມະບານ ສມປຊ ຫົວໜ້າກົົມຄຸ້ມຄອງການຮຽນ-ການສອນ, ມີທ່ານ ປທ ນາງ ວະໄລລັກ ອະໄພ ຮອງປະທານສະຫະພັນກໍາມະບານ ສມປຊ ຫົວໜ້າສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ແລະມີນັກເຝິກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ. ລວມທັງໝົດ 31 ທ່ານ, ຍິງ 16 ທ່ານ. ການເຝິກອົບຮົມດັ່ງກ່າວແມ່ນໄດ້ດໍາເນີນເປັນເວລາ 2ວັນ, ເຊິ່ງເລີ່ມແຕ່ວັນທີ 27-28 ສິງຫາ 2024 ມີຜູ້ເຂົ້າຮ່ວມເຝິກອົບຮົມທັງໝົດ 29 ທ່ານ, ຍິງ 15 ທ່ານ ທີ່ມາຈາກກົມ ແລະພະແນກຕ່າງໆ ພາຍໃນ ສມປຊ. ໃນການຈັດຕັ້ງປະຕິບັດການເຝິກອົບຮົມຄັ້ງນີ້ໃຫ້ກຽດບັນລະຍາຍໂດຍ: ທ່ານ ນາງ ອຸທອນ ສີພັັນດອນ ຮອງຫົວໜ້າພະແນກບໍລິຫານ-ຈັດຕັ້ງພະນັກງານ, ຄູສອນສາຂາວິຊາ: ເລຂານຸການ ຄຸ້ມຄອງຫ້ອງການ, ວິທະຍາໄລເຕັກນິກປາກປາສັກ ເຊິ່ງໃນການເຝິກອົບຮົມແມ່ນມີເອກະສານການຮຽນປະກອບໃຫ້ ແລະມີການນໍາສະເໜີບົດຮຽນດ້ວຍ Power point ເຊິ່ງລາຍລະອຽດມີດັ່ງນີ້:

–      ມື້ທີ 1: ຫຼັກສູດເຕັກນິກການເປັນເລຂາຂອງຜູ້ບໍລິຫານ ແລະວຽກງານພິທີການ;

–      ມື້ທີ 2: ຫຼັກສູດວົງຈອນໃນການບໍລິຫານຈັດການເອກະສານ ແລະທັກສະການບໍລິຫານການປະຊຸມ.

          ຜ່ານການເຝິກອົບຮົມເຫັນວ່າອາຈານສິດສອນແມ່ນໄດ້ເອົາໃຈໃສ່ບັນລະຍາຍ ແລະເຮັດກິດຈະກໍາຮ່ວມກັນໃນຫ້ອງຮຽນໂດຍຮູບແບບການສອນທີ່ຫຼາກຫຼາຍໂດຍເອົານັກຮຽນເປັນໃຈກາງ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະກັນເຮັດໃຫ້ບັນຍາ ກາດການເຝິກອົບຮົມມີຄວາມຟົດພື້ນ ແລະເບິກບານມ່ວນຊື່ນ ເຊິ່ງຜ່ານການເຝິກອົບຮົມເຫັນວ່າ ນັກເຝິກອົບຮົມມີຄວາມໄດ້ເອົາໃຈໃສ່ຍາດແຍ່ງເອົາຄວາມຮູ້, ບົດຮຽນ ແລະປະສົບການກ່ຽວກັບວຽກງານພິທີການ ແລະວຽກງານເສນາທິການນໍາອາຈານສອນ ເຊິ່ງມັນສະແດງອອກຜ່ານການປະເມີນດ້ານທິດສະດີໃນຈໍານວນ 18 ທ່ານ ມີຄືດັ່ງນີ້:

–      ມີຄວາມເຂົ້າໃຈດ້ານທິດສະດີ ຄິດເປັນຄະແນນ >= 80 ຈັດປະເພດດີຫຼາຍ ມີ 03 ທ່ານ;

–      ຄວາມເຂົ້າໃຈດ້ານທິດສະດີ ຄິດເປັນຄະແນນ   >= 70 ຈັດປະເພດດີ ມີ 09 ທ່ານ;

–      ຄວາມເຂົ້າໃຈດ້ານທິດສະດີ ຄິດເປັນຄະແນນ   >= 60 ຈັດປະເພດປານກາງ ມີ 06 ທ່ານ.

          ໃນຕອນທ້າຍພິທີ ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຈັດເຝິກອົບຮົມ, ອາຈານສອນ ແລະນັກເຝິກອົບຮົມທຸກໆ ທ່ານທີ່ໄດ້ເອົາໃຈໃສ່ໃນການເຝິກອົບຮົມໃນຄັ້ງນີ້ ແລະເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ, ເຊິ່ງທ່ານໄດ້ເນັ້ນໃຫ້ນັກເຝິກອົບຮົມທັງໝົດເອົາໃຈໃສ່ ນໍາເອົາບົດຮຽນທີ່ໄດ້ຈາກການເຝິກອົບຮົມ ແລະກິດຈະກຳຕ່າງໆໃນການເຝິກອົບ ຮົມຄັ້ງນີ້ມາພັດທະນາຕົນເອງໃຫ້ມີຄວາມໜັກແໜ້ນ ແລະນໍາໄປໃຊ້ເຂົ້າໃນໜ້າວຽກງານຕົວຈິງຂອງຕົນໃນຕໍ່ໜ້າ.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ