ໃນຕອນເຊົ້າຂອງວັນທີ 30 ສິງຫາ 2024 ທີ່ ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກໄດ້ເປີດກອງປະຊຸມ ໃຫຍ່ຄັ້ງທີ II ຂອງຕົນຂຶ້ນ, ໃຫ້ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ  ປອ ແສງທອງ ພຸດທະ ວົງ ກໍາມະການຄະນະພັກ, ເລຂາໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ຫົວ ໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ, ສະຫາຍ ປທ ນາງ ພອນໄຊ ລາດຊະວົງ ກຳມະການຄະນະພັກ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານອ້ອມຂ້າງອົງຄະນະພັກ ສມປຊ ແລະມີສະມາຊິກພັກພາຍໃນ ໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະນະກໍ່ສ້າງພັກ ແລະປະຫວັດສາດພັກເຂົ້າຮ່ວມຢ່າງພ້ອມພຽງ. ລວມທັງໝົດ 32ສະຫາຍ, ຍິງ 16 ສະຫາຍ.

          ສະຫາຍ  ປອ ແສງທອງ ພຸດທະວົງ ກໍາມະການຄະນະພັກ, ເລຂາໜ່ວຍພັກຮາກຖານຄະນະປັດຊະຍາ ແລະຄະ ນະກໍ່ສ້າງພັກ ແລະປະຫວັດສາດພັກ, ຫົວໜ້າຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໄດ້ຂຶ້ນຜ່ານຮ່າງບົດລາຍງານການ ເມືອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກຮາກຖານຄະນະກໍ່ສ້າງພັກ ແລະປະຫວັດສາດພັກ ໃນໄລຍະຜ່ານມາ ເຊິ່ງໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI(2019-2024) ໂດຍໄດ້ຍົກ ໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້ໃນແຕ່ລະດ້ານເປັນຕົ້ນແມ່ນ: ວຽກງານການເມືອງ-ແນວຄິດຕະຫຼອດໄລຍະການເຄື່ອນ ໄຫວນໍາພາ-ຊີ້ນໍາໃນໄລຍະ 1ສະໄໝຜ່ານທີ່ມາ ຂອງຄະນະໜ່ວຍພັກໄດ້ຖືສຳຄັນ ແລະເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ, ພະນັກງານຢູ່ໃນຄວາມຮັບຜິດຊອບຂອງໜ່ວຍພັກເຊິ່ງສະແດງອອກຄື: ໄດ້ເອົາ ໃຈໃສ່ປູກລະດົມສະມາຊິກພັກ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມຟັງການເຜີຍແຜ່, ເຊື່ອມຊຶມບັນດາເອກະສານຕ່າງໆ ໂດຍສະເພາະແມ່ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການຕ່າງໆຂອງ ລັດ, ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດທີ່ ສມປຊ ຈັດຂຶ້ນໄດ້ທັງໝົດ 77ຄັ້ັ້ັ້ັ້ັ້ັ້ັ້ັ້ງ ແລະເຂົ້າຮ່ວມກອງປະຊຸມສຳຄັນ ຕ່າງໆໄດ້ທັງໝົດ 100ຄັ້ງ ມີຈໍານວນສະມະຊິກເຂົ້າຮ່ວມ 876 ເທື່ອສະຫາຍ  ແລະວຽກການນໍາພາດ້ານການຈັດຕັ້ງ, ວຽກການນໍາພາດ້ານວິຊາສະເພາະໃນແຕ່ລະຂົງເຂດ, ວຽກງານການນໍາພາຕິດຕາມກວດກາປ້ອງກັນພັກ, ວຽກນໍາພາ ວຽກງານອົງການຈັດຕັ້ງມະຫາຊົນ ແລະຂະບວນການຕ່າງໆ ນອກນັ້ນ, ໃນບົດລາຍງານການເມືອງຍັງໄດ້ວາງທິດທາງ ແຜນການໃນຕໍ່ໜ້າ ແລະຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງທີ່ຍັງບໍ່ສາມາດບັນລຸໄດ້ຕາມແຜນການ ພ້ອມທັງສ່ອງ ແສງໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້..

          ໃນກອງປະຊຸມຄັ້ງນີ້ສະມາຊິກພັກພາຍໃນໜ່ວຍພັກຮາກຖານໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນໃນເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ, ກອງປະຊຸມຄັ້ງ ປະຖົມມະລືກໄດ້ເປັນເອກະສັນເລືອກເອົາ:

1). ສະຫາຍ ປອ ກູຢ່າງ ສີສົມບົງ                              ເປັນເລຂາ;

2). ສະຫາຍ ປທ ແສງຈັນ ຈັນທະສຸກ ເປັນຮອງເລຂາ,        ທັງເປັນຜູ້ກວດກາ;

3). ສະຫາຍ ປອ ຈິດພະໄທ ສໍວະລິດ                         ເປັນກຳມະການ

   ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທັງເປັນປະທານກອງປະຊຸມໃນ ຄັ້ງນີ້ເຊິ່ງສະຫາຍໄດ້ເໜັ້ນໜັກຄື:

1). ວຽກນໍາພາມະຫາຊົນ ສຶກສາອົບຮົມແນວຄິດການເມືອງ ໃຫ້ມະຫາຊົນຕະຫຼອດຮອດນັກສຶກສາໃຫ້ກາຍ ເປັນສະມະຊິກພັກ ທີ່ເຂັ້ມແຂງໜັກແໜ້ນ ໂດຍສະເພາະວຽກງານການເມືອງ-ແນວຄິດ ແລະແບບແຜນການນໍາພາ;

2). ເອົາໃຈໃສ່ປັບປຸງໜ່ວຍພັກຮາກຖານຂອງຕົນໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ພ້ອມທັງຮັບປະ ກັນທາງດ້ານປະລິມານ ແລະຄຸນນະພາບ; ກໍ່ສ້າງສະມາຊິກພັກໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊຳນານທາງ ດ້ານວິຊາສະເພາະ, ເປັນເຈົ້າການໃນການປຶກສາຫາລື ແລະສົມທົບແໜ້ນກັບທຸກການເຄື່ອນໄຫວວຽກງານຂອງອົງການ ຈັດຕັ້ງມະຫາຊົນ;

3). ສືບຕໍ່ຢຶດໝັ້ນໃນການກໍ່ສ້າງ ແລະປັບປຸງຕົນເອງຕາມ 5ຫຼັກການ ແລະ3ທິດນໍາຂອງພັກໂດຍຢຶດໝັ້ນ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບ ຜິດຊອບ ແລະມີຄວາມສາມັກຄີເປັນເອກະພາບ;

 4).ສະມາຊິກພັກທຸກສະຫາຍຕ້ອງຖືສໍາຄັນໃນການສຶກສາອົບຮົມແນວຄິດເພື່ອກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດຢ່າງເລິກເຊິ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະເຝິກຝົນຫຼໍ່ຫຼອມຕົນເອງ;

5). ສືບຕໍ່ນໍາພາ-ຊີ້ນໍາວຽກງານວິຊາສະເພາະໃຫ້ມີຜົນສໍາເລັດສູງ.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ