ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການໄດ້​ຈັດ​ຂຶ້ນຂອງຕອນເຊົ້າວັນ​ທີ 03 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3ຕຶກຫ້ອງການ ສມປຊ, ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີ ສະຫາຍ ປອ ນາງ ຈັນທະໝອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ, ສະຫາຍ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ເລຂາໜ່ວຍພັກຮາກຖານຫ້ອງການ, ຫົວໜ້າຫ້ອງການມີແຂກ​ຖືກ​ເຊີນຈາກໜ່ວຍພັກບັນດາຄະນະຕ່າງໆ, ກົມ, ສອງສູນ ແລະສະມະຊິກພັກພາຍໃນໜ່ວຍພັກເຂົ້້າຮ່ວມທັງໝົດ 36 ສະຫາຍ, ຍິງ 16 ສະຫາຍ.

          ໃນກອງປະຊຸມ ສະຫາຍ ປທ ນ.ຈອນນີ ໄຊຍະຈັກ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກໄດ້ຂຶ້ນຜ່ານມະຕິຕົກລົງຂອງອົງຄະນະພັກ ສມປຊ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນຈຳ ນວນ 3ສະຫາຍ ແລະສະຫາຍ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ, ເລຂາໜ່ວຍພັກຮາກຖານຫ້ອງ ການ, ຫົວໜ້າຫ້ອງການຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະໄດ້ມອບມະຕິຕົກລົງເລື່ອນສະມະຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນໃຫ້ແກ່ 3 ສະຫາຍຄື:

1). ສະຫາຍ ສຸກສະຫວັດ ເພັດພູທອນ;

2). ສະຫາຍ ຄໍາຫຼ້າ ທອງພະຈັນ;

3). ສະຫາຍ ນາງ ຈັນສະໄໝ ນັນທະວົງ.

ໃນຕອນທ້າຍພິທີ ທ່ານ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນໃໝ່ ແລະສະມາຊິກພາຍໃນໜ່ວຍພັກຮາກຖານຫ້ອງການຄື:

  • ຕໍ່ກັບສະມາຊິກພັກສົມບູນໃໝ່.
  • ຕ້ອງກໍາໃຫ້ໄດ້ບັນດາກົດລະບຽບຂອງພັກ ແລະເຊື່ອມຊຶມບັນດາມະຕິ, ກົດລະບຽບຂອງພັກ ແລະເນື້ອໃນຈິດໃຈແນວທາງຂອງພັກ;
  • ສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງນັບທັງຄວາມຮູ້,ຄວາມສາມາດຢ່າງຮອບດ້ານລວມທັງແບບແຜນ ການດໍາລົງຊີວິດ;
  • ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງພັກຕາມ 5ທິດນໍາ 3ຫຼັກການ ແລະໃກ້ຊິດຕິດແທດກັບປະຊາ ຊົນ;
  • ກໍາແໜ້ນນະໂຍບາຍການຕ່າງປະເທດຂອງພັກ, ເອົາໃຈໃສ່ເຂົ້າຮ່ວມຊີວິດພາຍໃນຈຸພັກ ແລະໜ່ວຍພັກ.
  • ຕໍ່ກັບສະມາຊິກພັກພາຍໃນໜວ່ຍ.

            1) ໃຫ້ສືບຕໍ່ກໍ່ສ້າງຊ່ວຍເຫຼືອສະມະຊິກພັກສົມບູນໃໝ່ ແລະເພີ່ມທະວີຄວາມສາມັກຄີພາຍໃນໜ່ວຍ;

            2) ສືບຕໍ່ຊຸກຍູ້ກໍ່ສ້າງໜ່ວຍພັກປອດໃສ, ໜັກແໜ້ນ, ເຂັ້ມແຂງໂດຍເນັ້ນຄຸນນະພາບເປັນກົກ.

ຂ່າວ: ພະແນກຄົ້ນຄວ້າວິໄຈຂ່າວ

ພາບ: ສຸກສະຫວັດ ເພັດພູທອນ

ບັນນາທິການ: ປທ ບຸນປັນສຸມຸນທອງ