ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານແຜນການ ເຄື່ອນໄຫວ­ຈັດ­ຕັ້ງ​ປະ­ຕິ­ບັດ​ຊຸດເຝິກອົບຮົມ ແລະການເຝິກອົບຮົມດັ່ງກ່າວແມ່ນຈະໄດ້ດໍາເນີນເປັນເວລາ 15 ວັນ, ເຊິ່ງເລີ່ມແຕ່ວັນທີ 09-27 ກັນຍາ 2024 ຜູ້ເຂົ້າຮ່ວມເຝິກອົບອົບຄັ້ງນີ້ແມ່ນມາຈາກບັນດາເມືອງໃນຂອບເຂດທົ່ວປະເທດ, ເຊິ່ງຈຸດປະສົງໃນການເຝິກອົບຮົມຄື:

          ໜຶ່ງ: ສ້າງຄວາມຮັບຮູ້ຢ່າງເປັນລະບົບກ່ຽວກັບການໝູນ​ໃຊ້​ທິດ​ສະ​ດີ​ມາກ-​ເລ​ນິນ, ທິດ​ສະ​ດີກາ​ນ​ເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກຄັ້ງທີ XI, ​​ແຜ​ນຍຸດ​ທະ​ສາດ ​ແລະ​ວຽກ​ງານ​ຈຸດ​ສຸມ​ທີ່​ໄດ້​ກຳນົດ​ໄວ້​ໃນແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດຄັ້ງທີ IX ທ້າຍສະໄໝ, ກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ;

          ສອງ: ແນ​ໃສ່ປັບປຸງ​ແບບ​ແຜນ​ນຳພາ-ຄຸ້ມ​ຄອງຢູ່ຂັ້ນເມືອງໃຫ້ເປັນລະບົບ, ຮັບປະກັນລັກສະນະວິທະຍາສາດ, ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກເມືອງໂດຍສະເພາະແມ່ນຄະນະປະຈໍາພັກ ແລະເລຂາພັກເມືອງ;

ສາມ:​ ຍົກ​ສູງ​ຄວາມ​ສາມາດ​ນຳພາ-ຊີ້ນໍາ, ​ເຮັດ​ວຽກງານ​ການ​ເມືອງ-ແນວ​ຄິດ ​​ໃຫ້ແກ່​ປະຊາຊົນພາຍ​ໃນ​ເມືອງ​ຂອງ​ຕົນ, ມີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ຢ່າງ​ໜັກ​ແໜ້ນ, ພັດທະນາ​ຊີວິດ​ການ​ເປັນ​ຢູ່ໃຫ້ດີ​ຂຶ້ນ​ຕາມ​ຄາດໝາຍ​ສູ້​ຊົນ​ທີ່​ໄດ້​ກຳນົດ​ໄວ້​ໃນແຕ່ລະ​ໄລຍະ.

ໃນຕອນທ້າຍພິທີ ທ່ານ ປະທານໄດ້ໃຫ້ຄໍາໂອລົມຕໍ່ນັກເຝິກອົບຮົມ, ຄູ-ອາຈານ ທີ່ຂຶ້້ນຫ້ອງສິດສອນ ແລະຜູ້ຮັບ ຜິດຊອບຄື:

  1. ຕໍ່ກັບນັກເຝິກອົບຮົມ:

    • ຕ້ອງຍົກສູງຄວາມຮັບຜິດຊອບ ເອົາໃຈໃສ່ ໃນການຄົ້ນຄວ້າ, ສຶກສາຮໍ່າຮຽນທິດສະດີການເມືອງ ແລະ ການປົກ ຄອງຕາມແນວທາງຂອງພັກ ແລະເຂົ້າຮ່ວມເຝິກອົບຮົມໃຫ້ຄົບຕາມຫຼັກສູດ;

    • ຕິດຕາມຜູ້ບັນລະຍາຍຢ່າງເປັນຂະບວນພົດຟື້ນ, ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ແລກປ່ຽນຄໍາຄິດຄຳເຫັນທາງດ້ານທິດສະດີ ແລະພຶດຕິກຳ ລະຫວ່າງ ນັກເຝິກອົບຮົມດ້ວຍກັນ ແລະ ລະຫວ່າງ ນັກເຝິກອົບຮົມກັບຄູ-ອາຈານໃຫ້ສູງຂຶ້ນ.

    • ເອົາໃຈໃສ່ໃນການຮັກສາກົດລະບຽບ ແລະການໄປມາ ຕະຫຼອດເຖິງການຮັກສາສຸຂະພາບ.

  1. ຕໍ່ກັບຄູ-ອາຈານ ແລະຄະນະຮັບຜິດຊອບຊຸດເຝິກອົບຮົມ:

  • ເອົາໃຈໃສ່ໃນການຄົ້ນຄວ້າບົດສອນ, ແຕ່ງບົດສອນຕາມຫົວຂໍ້ບົດທີ່ຕົນເອງຮັບຜິດຊອບ ບົນພື້ນຖານທິດສະດີຕ້ອງຕິດພັນກັບພຶດຕິກຳຕົວຈິງ;

  • ເອົາໃຈໃສ່ສ້າງສິ່ງເອື້ອອຳນວຍຄວາມສະດວກຢ່າງຊະນິດຕິດແທດກັບນັກເຝິກອົບຮົມ, ການເຄື່ອນໄຫວຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ, ອຸປະກອນຮັບໃຊ້ຕ່າງໆໃນການເຝິກອົບຮົມ ແລະການປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ.

ຂ່າວ/ພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ