ໂດຍປະຕິບັດຕາມມະຕິ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນ II ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເລກທີ 173/ຄປພຂ, ຊຽງຂວາງ, ລົງວັນທີ 09 ກັນຍາ 2024.

          ໃນຕອນເຊົ້າວັນທີ 11 ກັນຍາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີປ້ອງກັນບົດຈົບຂັ້ນກາງ ທິດສະດີການເມືອງ ຮຸ່ນທີ II ໃຫ້ກຽດເປັນປະທານໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ-ທິດສະດີ ແລະທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີພະນັກງານ, ຄູ-ອາຈານ, ມີຄະນະກຳມະການປ້ອງກັນບົດ  ແລະນັກສຶກສາເຂົ້າຮ່ວມທັງໝົດ 81 ສະຫາຍ, ຍິງ 23 ສະຫາຍ, ໃນພິທີຄະນະຮັບຜິດຊອບໄດ້ຂຶ້ນຜ່ານມະຕິວ່າດ້ວຍການແຕ່ງຕັ້ງປະທານ, ຄະນະກຳມະການປ້ອງກັນບົດຈົບຂັ້ນກາງທິດສະດີການເມືອງຮຸ່ນທີ II ເຊິ່ງທາງໂຮງຮຽນໄດ້ແບ່ງອອກເປັນ 3 ກຸ່ມວິຊາຄື: ກຸ່ມການເມືອງ, ກຸ່ມຄຸ້ມຄອງເສດຖະກິດ ແລະກຸ່ມການປົກຄອງ. ຈາກນັ້ນໄດ້ຮັບຟັງການຜ່ານບົດລາຍງານສະພາບການຂຽນບົດປ້ອງກັນຂັ້ນກາງຮຸ່ນທີ II ໂດຍຫຍໍ້.

          ໃນຕອນທ້າຍພິທີ  ທ່ານປະທານໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະ ນະພັກ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ສໍາເລັດໃນການຮໍ່າຮຽນ, ມີຄວາມຮັບຜິດຊອບສູງ, ຕັ້ງໃຈສິດສອນ ແລະຂຶ້ນຫ້ອງສິດສອນ ນໍາເອົາຄວາມຮູ້, ຄວາມສາມາດ ເພື່ອນໍາໃຊ້ເຂົ້າໃນການຂຽນບົດປ້ອງຈົບຂັ້ນໂດຍສະເພາະແມ່ນໃຫ້ຮູ້ນໍາໃຊ້ວິທີວິທະຍາ, ວິທີວັດຖຸນິຍົມສັດຈະວິພາກຂອງທິດສະດີມາກ-ເລນິນ, ວິທີການສະຫຼຸບສັງລວມ, ຕີລາຄາສົມທຽບຕ່າງໆ ເຂົ້າໃນພຶດຕິກຳຕົວຈິງ ທີ່ເປັນບັນຫາຕັ້ງຂຶ້ນຢູ່ໃນກົມກອງທ້ອງຖີ່ນຂອງຕົນ ແລະສັງຄົມ ໃນໄລຍະຜ່ານມາກໍ່ຄືປັດຈຸບັນ ເພື່ອຊອກຫາທິດທາງ ແລະພ້ອມກັນແກ້ໄຂບັນຫາຕ່າງໆ ໃນຕໍ່ໜ້າໃຫ້ເກີດຜົນປະໂຫຍດສູງສຸດ. ພິທີດັ່ງກ່າວໄດ້ດໍາເນີນເປັນເວລາ ວັນເຄິ່ງ ຈຶ່ງໄດ້ປະສົບຜົນສໍາເລັດຢ່າງຈົບງາມ.

                                                    

ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ