ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຕຶກ H ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ໜ່ວຍພັກຮາກຖານຫ້ອງການ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ IIຂອງຕົນຂຶ້ນຢ່າງເປັນທາງການໃຫ້ ກຽດເປັນປະທານໂດຍ: ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ, ມີສະຫາຍ ປອ ນາງ ໄກສອນ ຈັນສີນາ ກໍາມະການຄະນະພັກ ,ເລ ຂາໜ່ວຍພັກຮາກຖານຫ້ອງການ, ຫົວໜ້າຫ້ອງການ, ສະຫາຍ ປອ ນາງ ຈັນຖະໜອມ ບັນດາວົງ ຮອງຫົວໜ້າກົມຈັດ ຕັ້ງ-ພະນັກງານ, ມີຜູ້ຕາງໜ້າບັນດາໜ່ວຍພັກຮາກຖານອ້ອມຂ້າງ ສມປຊ ແລະມີສະມາຊິກພັກພາຍໃນໜ່ວຍພັກຮາກ ຖານຫ້ອງການເຂົ້າຮ່ວມທັງໝົດ34ສະຫາຍ, ຍິງ13ສະຫາຍ.

         ໃນພິທີ ສະຫາຍ ປອ ນາງ ໄກສອນ ຈັນສີນາ, ກໍາມະການຄະນະພັກ, ເລຂາໜ່ວຍພັກຮາກຖານຫ້ອງການ, ຫົວ ໜ້າຫ້ອງການໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກ ຮາກຖານຫ້ອງການໃນໄລຍະຜ່ານມາ ເຊິ່ງໄດ້ຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI (2019-2024) ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້ໃນແຕ່ລະດ້ານເປັນຕົ້ນແມ່ນ: ວຽກງານການເມືອງ-ແນວຄິດຕະ ຫຼອດໄລຍະການເຄື່ອນໄຫວນໍາພາ-ຊີ້ນໍາໃນໄລຍະ1ສະໄໝຜ່ານທີ່ມາ ຂອງຄະນະໜ່ວຍພັກໄດ້ຖືສຳຄັນ ແລະເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ, ພະນັກງານຢູ່ໃນຄວາມຮັບຜິດຊອບ ຂອງໜ່ວຍພັກເຊິ່ງສະ ແດງອອກຄື: ໄດ້ເອົາໃຈໃສ່ປຸກລະດົມສະມາຊິກພັກ, ພະນັກງານ, ເຂົ້າຮ່ວມຟັງການເຜີຍແຜ່, ເຊື່ອມຊຶມບັນດາເອກະ ສານຕ່າງໆ ໂດຍສະເພາະແມ່ນເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ, ລະບຽບການ ຕ່າງໆ ຂອງລັດຈັດຂຶ້ນໄດ້ທັງໝົດ 60ຄັ້ັ້ັ້ັ້ັ້ັ້ັ້ັ້ງ, ມີຈໍານວນສະມະຊິກເຂົ້າຮ່ວມ 1.516 ເທື່ອສະຫາຍ ແລະວຽກການນໍາພາ ດ້ານການຈັດຕັ້ງ, ວຽກການນໍາພາດ້ານວິຊາສະເພາະໃນແຕ່ລະຂົງເຂດ, ວຽກການນໍາພາຕິດຕາມກວດກາປ້ອງກັນພັກ, ວຽກນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະຂະບວນການ. ນອກນັ້ນ, ໃນບົດລາຍງານການເມືອງຍັງໄດ້ວາງທິດ ທາງແຜນການໃນຕໍ່ໜ້າ ແລະຕີລາຄາຢ່າງພາວະວິໄສຕໍ່ກັບຂໍ້ຄົງຄ້າງທີ່ຍັງບໍ່ສາມາດບັນລຸໄດ້ຕາມແຜນການ, ພ້ອມທັງ ສ່ອງແສງໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດດີ, ຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້.

          ໃນກອງປະຊຸມຄັ້ງນີ້ສະມາຊິກພັກພາຍໃນໜ່ວຍພັກຮາກຖານໄດ້ໃຊ້ສິດ ປະຊາທິປະໄຕ ຢ່າງເຕັມສ່ວນໃນການ ເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່, ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 1 ສະຫາຍ, ກອງປະຊຸມ ຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາຄະນະພັກຊຸດໃໝ່ຈໍານວນ 3 ສະຫາຍຄື:

1). ສະຫາຍ ປທບຸນໜາ ສີຫາລາດ                     ເປັນເລຂາ;

2). ສະຫາຍ ປທ ບຸນທະວີ ບັນດາສັກ                  ເປັນຮອງເລຂາ, ທັງເປັນຜູ້ກວດກາ;

3). ສະຫາຍ ປທ ກິອຸໄທ ພອນມີໄຊ                    ເປັນກຳມະການ

         ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັງເປັນປະທານກອງປະຊຸມ ໃນຄັ້ງນີ້ເຊິ່ງສະຫາຍໄດ້ເນັ້ນໜັກບາງຈຸດທີ່ສໍາຄັນຄື:

– ຕໍ່ກັບຄະນະພັກຊຸດໃໝ່:

1). ເພີ່ມທະວີສຶກສາອົບຮົມ ແລະເກັບກໍາແນວຄິດການເມືອງ ຂອງສະມະຊິກພັກຂອງຕົນແລ້ວລາຍງານຕໍ່ອົງ ຄະນະພັກຢ່າງເປັນລະບົບ;

2). ເອົາໃຈໃສ່ປັບປຸງໜ່ວຍພັກຮາກຖານຂອງຕົນໃຫ້ປອດໃສ, ເຂັ້ມແຂງ ແລະໜັກແໜ້ນ, ພ້ອມທັງຮັບປະ ກັນທາງດ້ານປະລິມານ ແລະຄຸນນະພາບ; ກໍ່ສ້າງສະມາຊິກພັກໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊໍານິຊຳນານທາງ ດ້ານວິຊາສະເພາະ

3). ການເລືອກຜູ້ສືບທອດໃນຕໍາແໜ່ງຕ່າງໆຄວນເບິ່ງໃຫ້ເລິກເຊິ່ງ ແລະແກ້ໄຂບັນປະກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນພາຍໃນຫ້ອງການ.

– ຕໍ່ກັບສະມາຊິກພັກ:

1). ຍົກສູງຄວາມຮັບຜິດຊອບບົດບາດການເມືອງເຕົ້າໂຮມຄວາມສາມັກຄີ ແລະເປັນແບບຢ່າງທີ່ດີໃຫ້ກັບມະ ຫາຊົົນ;

2). ເປັນເຈົ້າການໃນການເຝິກຜົນຫຼໍ່ຫຼອມຕົ້ນເອງ, ຊອກຮູ້ຮໍ່າຮຽນດ້ວຍຕົນເອງ ແລະປັບປຸງຕົນເອງໃຫ້ມີ ຄວາມປ່ຽນແປງຕະຫຼອດເວລາ;

3). ຍົກສູງຄວາມຮັບຜິດຊອບວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະເປັນແບບຢ່າງທີ່ດີໃນການດໍາລົງຊີ ວິດ.

ຂ່າວ-ພາບ ໂດຍ: ພະແນກຄົ້ນຄວ້າວິໄຈຂ່າວ