ໂດຍປະຕິບັດຕາມແຜນການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ປະຈໍາປີ 2024 ທີ່ຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ວາງແຜນດໍາເນີນງານຄົ້ນຄວ້າໃນສົກປີ 2023-2024, ສະນັ້ນ, ໃນວັນທີ 18 ກັນຍາ 2024 ຄະນະຮັບຜິດຊອບຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມປະກອບຄໍາຄິດ, ຄໍາເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດພາຍໃຕ້ຫົວຂໍ້: “ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານສາທາລະນະສຸກ” ຮອບທີ 2ຂຶ້ນ ຢູ່ທີ່ຫ້ອງປະຊຸມ ຊັ້ນ I ຕຶກສູນຂໍ້ມູນຂ່າວສານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໃຫ້ກຽດເປັນປະທານໂດຍ: ທ່ານ ຮສພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະ, ຜູ້ປະຈໍາການຄະນະຮັບຜິດຊອບຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ສຈ ດຣ ປອນເມກ ດາລາລອຍ ອາດີດກໍາມະການສູນກາງພັກ, ອາດີດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄໍາພອນ ພຸດທະວົງ ອາດີດເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ, ອາດີດຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ໄພວັນ ແກ້ວປະເສີດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະນັກວິທະຍາສາດຜູ້ສັງເກດຕີລາຄາສະເພາະ ແລະນັກວິທະຍາສາດຜູ້ຄົ້ນຄວ້າຂຽນ ຕະຫຼອດຮອດກອງເລຂາຈາກກະຊວງສາທາລະນະສຸກ ແລະພະນັກງານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມລວມທັງໝົດ 35ທ່ານ, ຍິງ 17 ທ່ານ.

ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອຮັບຟັງການສະເໜີບົດຄົ້ນຄວ້າວິທະຍາສາດຈາກບັນດານັກ ວິທະຍາສາດຜູ້ຄົ້ນຄວ້າຂຽນໃນຈຳນວນ 6ຫົວຂໍ້ຍ່ອຍ ຄື:

  • ຄວາມໝາຍ ແລະຄວາມສໍາຄັນ ຂອງວຽກງານສາທາລະນະສຸກ;
  • ການຄຸ້ມຄອງຂະແໜງສາທາລະນະສຸກ;
  • ການກໍ່ສ້າງ ແລະພັດທະນາບຸກຄະລາກອນສາທາລະນະສຸກ;
  • ວຽກງານອະນາໄມກັນພະຍາດ;
  • ວຽກງານແມ່ ແລະເດັກ;
  • ວຽກງານການແພດ ແລະການຢາພື້ນເມືອງ.

 ເຊິ່ງໄດ້ຜ່ານການປັບປຸງຫຼັງຈາກກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ຮອບທີ 1ໃນວັນທີ 30 ເມສາ 2024 ແລະການລາຍງານສະພາບການຄົ້ນຄວ້າແຕ່ລະຫົວຂໍ້ຍ່ອຍໂດຍສັງເຂບ, ພ້ອມທັງຮັບຟັງການປະກອບຄຳຄິດຄຳເຫັນໃສ່ບັນດາບົດຄົ້ນຄວ້າວິທະຍາສາດ ຈາກປະທານກອງປະຊຸມ ແລະບັນດານັກວິທະຍາສາດທີ່ເຂົ້າຮ່ວມກອງປະຊຸມ ເພື່ອເຮັດໃຫ້ບັນດາບົດຄົ້ນຄວ້າວິທະຍາສາດດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ, ມີຄວາມເປັນເອກະພາບ ແລະຮັບປະກັນໄດ້ລັກສະນະວິທະຍາສາດ.

ໃນຕອນທ້າຍທ່ານປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມ ຄື:

1). ທ່ານປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະຊີ້ນໍາ ແລະນັກຄົ້ນຄວ້າວິທະຍາສາດ ຜູ້ຂຽນຈາກກະຊວງສາທາລະນະສຸກ ໄດ້ມີຄວາມພະຍາຍາມຄົ້ນຄວ້າ ແລະປັບປຸງເນື້ອໃນຂອງບົດຄົ້ນຄວ້າວິທະຍາສາດແຕ່ລະຫົວຂໍ້ຍ່ອຍ ຕາມການປະກອບຄິດຄໍາເຫັນຈາກກອງປະຊຸມ ໃນຮອບທີ 1 ແລະຊົມເຊີຍມາຍັງນັກ ວິທະຍາສາດຜູ້ສັງເກດຕີລາຄາທີ່ໄດ້ເອົາໃຈໃສ່ ແລະສຸມທຸກຄວາມພະຍາຍາມໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ມີທັງການປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະສ້າງໄດ້ຄວາມເອກະພາບໃນລະດັບທີ່ແນ່ນອນ.

2). ນັກວິທະຍາສາດ ຫຼື ຜູ້ຄົ້ນຄວ້າຂຽນ ພະຍາມປັບປຸງບົດຄົ້ນຄວ້າຂອງຕົນເອງ ທັນຕາມການປະກອບຄໍາຄິດຄໍາເຫັນຈາກກອງປະຊຸມຄັ້ງນີ້ ໂດຍສະເພາະແມ່ນບົດທີ່ເຫັນວ່າຍັງບໍ່ທັນເປັນເອກະພາບທາງດ້ານໂຄງຮ່າງ, ເນື້ອໃນ ແລະອື່ນໆ ແລ້ວສົ່ງໃຫ້ກອງເລຂາຕາມກໍານົດເວລາທີ່ໄດ້ກໍານົດໄວ້  ເພື່ອຈະກະກຽມຈັດກອງປະຊຸມສໍາມະນາໃນຮອບເປີດກວ້າງໃນທ້າຍເດືອນ 11ປີ 2024 ນີ້.

ຂ່າວ-ພາບ ໂດຍ: ທ ວຽງພັນ ຈິດສະດີ, ທ ສຸກ ໄຊຍະວົງ

ບັນນາທິການຂ່າວ ໂດຍ: ປທ ວຽງສະຫວັນ ຈັນທະວິໄຊ