ວັນທີ 19 ກັນຍາ 2024 ນີ້, 3 ອົງການຈັດຕັ້ງມະຫາຊົນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂອງ 3 ອົງການຈັດຕັ້ງມະຫາຊົນທົ່ວ ສມປຊ ຄັ້ງທີ IV ຂຶ້ນຢ່າງເປັນທາງການ ເຊິ່ງຮາກຖານຄະນະເສດຖະສາດການເມືອງ-ຄຸ້ມຄອງເສດຖະກິດ ແລະຄະນະລັດທິສັງຄົມນິຍົມວິທະຍາສາດ ເປັນເຈົ້າພາບໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ: ທ່ານ ປທ ນາງ ບຸນມີ ຈູນລະຈັກ, ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະພັກ, ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການພັກ, ຫົວໜ້າຫ້ອງການ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາພະນັກງານ, ຄູ-ອາຈານທີ່ເປັນສະມາຊິກ 3ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມນັ້ນ, ຍັງມີບັນດາແຂກຈໍານວນໜຶ່ງເຂົ້າຮ່ວມຄື: ຕາງໜ້າຈາກນັກສຶກສາລະບົບທິດສະດີການເມືອງຂັ້ນສູງ ຮຸ່ນທີ V, ຮຸ່ນທີ VI, ນັກສຶກສາລະບົບປະລິນຍາໂທທິດສະດີການເມືອງ-ການປົກຄອງຮຸ່ນທີ XIX ຜູ້ເຂົ້າຮ່ວມທັງໝົດຈໍານວນ 200 ກວ່າທ່ານ.

          ໃນພິທີ ປະທານກໍ່ໄດ້ກ່າວເປີດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເຊິ່ງປະຕິບັດຕາມແຜນການເຄື່ອນໄຫວກິດຈະກໍາຂອງ 3 ອົງການຈັດຕັ້ງມະຫາຊົນທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງນອກຈາກເປັນການເຄື່ອນໄຫວກິດຈະກຳກິລາແລ້ວ ຍັງເປັນການສ້າງຄວາມສາມັກຄີຮັດແໜ້ນເຊິ່ງກັນແລະກັນ ລະຫວ່າງ ພະນັກງານ, ຄູ-ອາຈານໜຸ່ມ ໃຫ້ມີຄວາມແໜ້ນແຟ້ນ, ເລິກເຊິ່ງຂຶ້ນກວ່າເກົ່າ, ທັງເປັນການເປີດໂອກາດ ແລະສົ່ງ ເສີມໃຫ້ຖັນແຖວພະນັກງານ, ຄູ-ອາຈານ ໃນທົ່ວສະຖາບັນມີໂອກາດເຄື່ອນໄຫວກິດຈະກໍາທີ່ມີລັກສະນະມະຫາຊົນ, ເຝິກຝົນຫຼໍ່ຫຼອມ, ເຫັນໄດ້ບຸກຄົນທີ່ດີເດັ່ນ, ທັງເປັນການອອກກໍາລັງການເພື່ອສຸຂະພາບ ແລະເປັນການປະກອບສ່ວນເຂົ້າໃນວຽກງານຂະບວນ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີບັນຍາກາດຟົດຟື້ນ, ມີຈິດໃຈເບີກບານມ່ວນຊື່ນ ແລະມີສຸຂະພາບເຂັ້ມແຂງ. ການສ້າງຂະບວນຄັ້ງນີ້ມີການແຂ່ງຂັນກິລາຫຼາຍປະເພດເປັນຕົ້ນແມ່ນ: ບານເຕະ, ບານສົ່ງຊາຍ, ບານສົ່ງຍິງ, ເປຕັງຍິງ-ຊາຍ ແລະແລ່ນຕໍ່ໄມ້ ຊື່ງມີລະອຽດດັ່ງນີ້: ບານເຕະມີ 7 ທີມ, ບານສົ່ງຊາຍມີ 7 ທີມ, ບານສົ່ງຍິງມີ 7 ທີມ, ເປຕັງຍິງ-ຊາຍມີ 7 ທີມ ແລະແລ່ນຕໍ່ໄມ້ມີ 7 ທີມ.

ນອກນັ້ນ, ໃນພິທີໄດ້ຜ່ານເນື້ອໃນຂອງການແຂ່ງຂັນ ເພື່ອໃຫ້ນັກກິລາ ແລະຜູ້ຊົມເຊຍ ມີຄວາມເຂົ້າໃຈເອ ກະພາບກັນຕໍ່ກັບແຜນການເຄື່ອນໄຫວກິລາ ແລະກົດລະບຽບກິລາປະເພດຕ່າງໆ ພ້ອມທັງຮັບຟັງການກ່າວຄຳປະຕິຍານຂອງກຳມະການ ແລະນັກກິລາ.

          ຫຼັງຈາກສຳເລັດພິທີເປີດຢ່າງເປັນທາງການ ກໍ່ໄດ້ຈັດການແຂ່ງຂັນກິລາບານເຕະຊາຍ ລະຫວ່າງ ຮາກຖານກົມຄຸ້ມຄອງການຮຽນ-ການສອນ ແລະກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ. ຜົນການແຂ່ງຂັນແມ່ນກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດສາມາດເອົາຊະນະ ຮາກຖານຄະນະເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ-ຄະນະລັດທິສັງຄົມນິຍົມວິທະຍາສາດ 3-1 ແລະຂະບວນການແຂ່ງຂັນກິລາ 3ອົງການຈັດຕັ້ງມະຫາຊົນຈະດໍາເດີນໄປຮອດວັນທີ 25/10/2024 ຈຶ່ງປິດພິທີຢ່າງເປັນທາງການ.

ຂ່າວ-ພາບ ໂດຍ: ພະແນກຄົ້ນຄວ້າວິໄຈຂ່າວ

                                        ບັນນາທິການຂ່າວ ໂດຍ: ປທ ວຽງສະຫວັນ ຈັນທະວິໄຊ