ໃນຕອນແລງວັນ​ທີ 20ກັນຍາ 2024 ທີ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ສະຖານທູດຈີນປະຈໍາລາວ ໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາຈີນ ຢູ ສມປຊ ໂດຍພາຍໃຕ້ຄວາມຮັບຜິດຊອບຂອງພະແນກພົວພັນຕ່າງປະເທດ ທີ່ຂຶ້ນກັບຫ້ອງການ ສມປຊ ແລະໃຫ້ກຽດເປັນປະທານໂດຍ: ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການພັກ, ຫົວໜ້າຫ້ອງການ, ມີທ່ານ ຫຼົວໝິງ ຜູ້ອໍານວຍການ ສະຖາບັນຂົງຈື, ມີທ່ານ ລ້ຽງຕາຈົງ ທູດທີ່ປຶກສາດ້ານການສຶກສາ ແລະວັດທະນະທໍາ ກໍ່ໃຫ້ກຽດເຂົ້່າຮ່ວມເປັນປະທານ, ມີບັນດາພະນັກງານ, ຄູ-ອາຈານທີ່ເຝິກອົບຮົມພາສາຈີນ ເຊິ່ງຕາງໜ້າທີ່ມາຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ກໍ່ເຂົ້າຮ່ວມລວມທັງໜົດ 40 ກວ່າທ່ານ.

       ໃນນັ້ນ, ປະທານທັງສາມກໍ່ໄດ້ຂຶ້້ນກ່າວເປີດ ແລະມີຄໍາເຫັນຕໍ່ກິດຈະກໍາແລກປ່ຽນວັດທະນະທໍາຈີນ, ເຊິ່ງຈຸດປະສົງໃນການຈັດກິດຈະກໍາດັງກ່າວກໍ່ເພື່ອສ້າງຄວາມສາມັກຄີ, ການຮຽນຮູ້ກ່ຽວກັບພາສາ ແລະວັດທະນະທໍາຈີນ, ກິດຈະກໍາດັ່ງກ່າວປະກອບມີ: ວັດທະນະທໍາຊາຈີນ, ເຄື່ອງນຸ່ງຈີນ, ແຕ້ມຮູບ, ຊີມເຂົ້າໜົມໄຫວພະຈັນ ແລະມີບັນຍາກາດທີ່ອົບອຸ່ນ ແລະກໍ່ສາຍພົວແບບພິເສດ ລະຫວ່າງ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະສະຖານທູດຈີນປະຈໍາລາວ ແລະ ສມປຊ. ເວົ້າລວມ, ເວົ້າສະເພາະກໍ່ແມ່ນ ຄູສອນພາສາຈິນ ກັບພະນັກງານ, ຄູ-ອາ ຈານທີຮຽນພາສາຈິນ ໄດ້ມີຄວາມໃກ້ສິດກັນຫລາຍຂຶ້ນກ່ວາເກົ່າ ທັງເປັນໂອກາດທີ່ດີໃຫ້ແກ່ພະນັກງານ, ຄູ-ອາ ຈານ ສມປຊ ທີ່ຮຽນພາສາຈິນໄດ້ເຝິກທັກສະການເວົ້າ, ການສົນທະນາກັບເຈົ້າຂອງພາສາ ຢ່າງເປັນກັນເອງ.

       ໃນພິທີ ທ່ານ ປອ ນາງ ໄກສອນ ຈັນສີນາ ກໍາມະການພັກ, ຫົວໜ້າຫ້ອງການ ກໍ່ໄດ້ກ່າວຄໍາຂອບໃຈມາຍັງຜູ້ອໍານວຍການ ສະຖາບັນຂົງຈື ແລະທູດທີ່ປຶກສາ ດ້ານການສຶກສາ ແລະວັດທະນະທໍາ ແລະພາກສ່ວນທີ່ກ່ຽວຂ້ອງ, ພ້ອມກັນເນັ້ນ, ໃຫ້ຜູ້ທີເຂົ້້າຮ່ວມເຝິກອົບຮົມພາສາຈິນເອົາໃຈໃສ່ໃນການເຂົ້າຮ່ວມຢ່າງສຸດກົກສຸດປາຍ ແລະນໍາເອົາກິດຈະກໍາແລກປ່ຽນວັດທະນະທໍາໃນຄັ້ງນີ້ ໄປເປັນບົດຮຽນພັດທະນາຕົນເອງໃນອານາຄົດ.

ຂ່າວ-ພາບ ໂດຍ: ພະແນກຄົ້ນຄວ້າວິໄຈຂ່າວ

                                        ບັນນາທິການຂ່າວ ໂດຍ: ປທ ບຸນປັນ ສຸມຸນທອງ