ໃນວັນທີ 24 ກັນຍາ 2024ພາຍຫຼັງເຂົ້າຢ້ຽມຢາມຄໍານັບຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດ, ທີ່ຫ້ອງປະຊຸມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ ບົດຮຽນການກໍ່ສ້າງພັກ ຂອງພັກປະຊາຊົນ ປະຕິວັດລາວ ແລະພັກຄອມມູນິດຈີນ” ພາຍໃຕ້ການເປັນປະ ທານຮ່ວມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແລະທ່ານ ເສີນຊີ້ງຖຽນ ຮອງເລຂາຄະນະພັກຜູ້ປະຈຳການສະຖາບັນການປົກຄອງ ແຂວງກວາງຊີ ພ້ອມດ້ວຍຄະ ນະຝ່າຍລາວ ແລະຝ່າຍຈີນກໍ່ເຂົ້າຮ່ວມລວມທັງໝົດ 12ທ່ານ, ຍິງ 1ທ່ານ

ເຊິ່ງໃນກອງປະຊຸມໄດ້ມີການນໍາສະເໜີບົດມີທັງຝ່າຍລາວ ແລະຝ່າຍຈີນ ປະກອບມີ 6 ຫົວຂໍ້ຍ່ອຍ ຄື:

1). ບົດຮຽນພື້ນຖານຂອງພັກກອມມູນິດຈີນ ໃນການບໍລິຫານພັກຢ່າງເຂັ້ມງວດ;

2). ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ແລະສະມາຊິກພັກ;

3). ບົດຮຽນດ້ານການກໍ່ສ້າງພັກ ແລະປອດໃສຂອງພັກກອມມູນິດຈີນ;

4). ການຂະຫຍາຍພັກ ຢູ່ຮາກຖານພັກທຸລະກິດ ບົດຮຽນຂອງລາວ;

5). ວຽກງານຄຸ້ມຄອງ-ປ້ອງກັນພັກ ປະຊາຊົນປະຕິວັດລາວ;

6). ຄົ້ນຄວ້າຍົກລະດັບຄວາມສາມາດ ທາງດ້ານການຈັດຕັ້ງຂອງການກໍ່ສ້າງຮາກຖານການເມືອງຂອງພັກກອມມູນິດຈີນ.

         ໃນກອງປະຊຸມໄດ້ແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ແລະການສືບຕໍ່ຮ່ວມມືກັນໃນຕໍ່ໜ້າເປັນຕົ້ນແມ່ນ: ຂົງ ເຂດການຄົ້ນຄວ້າວິທະຍາສາດ, ການສິດສອນ, ການສົ່ງຂໍ້ມູນຂ່າວສານທີ່ກ່ຽວຂ້ອງຕ່າງໆ ແລະການເຝິກອົບຮົມທັງໄລຍະ ສັ້ນ ແລະໄລຍະຍາວ.

ໃນຕອນທ້າຍກອງປະຊຸມ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ກ່າວສະຫຼຸບຄືນກອງປະຊຸມ ແລະກ່າວຄໍາຂອບໃຈມາຍັງ ທ່ານ ເສີນຊີ້ງຖຽນ ຮອງເລຂາຄະ ນະພັກຜູ້ປະຈຳການສະຖາບັນການປົກຄອງ ແຂວງກວາງຊີ ທີ່ໃຫ້ກຽດລົງມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນຄັ້ງນີ້, ເຊິ່ງ ທ່ານໄດ້ກ່າວອີກວ່າມັນເປັນບົດຮຽນອັນລໍ້າຄ່າ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພັກຂອງສອງຊາດ ລາວ-ຈີນ.

ຂ່າວພາບ: ພະແນກຄົ້ນຄວ້າວິໄຈຂ່າວ

ບັນນາທິການ: ປທ ບຸນປັນ ສຸມຸນທອງ