ໃນຕອນແລງວັນທີ 27 ກັນຍາ 2024 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ ຊຸດທີ VII ພາຍໃຕ້ການເປັນປະທານຮ່ວມໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ ນິສິດ ແກ້ວປັນຍາ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງພາຍໃນ ມີຫົວໜ້າກົມກໍ່ສ້າງພະນັກງານ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ເຝິກອົບຮົມກະຊວງພາຍໃນ, ບັນດາຫົວໜ້າ, ຮອງຫົວໜ້າກົມພາຍໃນ ສມປຊ, ຫ້ອງການ, ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຄະນະຮັບຜິດຊອບຊຸດເຝິກອົບຮົມ ແລະຄູ-ອາຈານ ຈາກ ສມປຊ ກໍ່ເຂົ້່າຮ່ວມລວມທັງໝົດ 80 ກວ່າທ່ານ, ເຊິ່ງກອງປະຊຸມດັ່ງກ່າວແມ່ນ ໄດ້ດໍາເນີນເປັນເວລາ 3ອາທິດ (15 ວັນ) ແຕ່ວັນທີ 09-27 ກັນຍາ 2024.

          ໃນກອງປະຊຸມ ທ່ານ ປອ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ເຝິກອົບຮົມ, ກະຊວງພາຍໃນ ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະການຮຽນ-ການສອນ, ເຊິ່ງທ່ານໄດ້ລາຍງານວ່າ: ການຂຶ້ນຫ້ອງສິດສອນສ່ວນຫຼາຍແມ່ນຄູ​-ອາຈານ ຈາກ​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກະຊວງພາຍໃນ ແລະຄູ-ອາຈານຮັບເຊີນອາດິດພະນັກງານບໍານານອາວຸໂສ ແມ່ນຜູ້ທີ່ມີ​ປະສົບ​ການ​ສູງໃນ​ການ​ຂຶ້ນ​ຫ້ອງສອນມີຄວາມຮູ້, ​ຄວາມ​ສາມາດທີ່ແນ່ນອນ ແລະມີປະສົບການ​ໃນ​ການ​ສົ່ງ​ຄວາມ​ຮູ້​ໃຫ້​ແກ່​ຜູ້ຮໍ່າ​ຮຽນ​ໄດ້​ດີ, ເຊິ່ງມັນ​ສະ​ແດງ​ອອກ​ໃນ​ການ​ກະກຽມ​ບົດສອນ, ການ​ສະໜອງ​ຂໍ້​ມູນ ແລະການ​ຂຶ້ນ​ຫ້​ອງ​ບັນຍາຍ, ການແລກປ່ຽນ ແລະແກ້​ໄຂ​ຂໍ້​ຂ້ອງ​ໃຈ​ໃຫ້​ແກ່​ຜູ້​ເຂົ້າ​ຮ່ວມ ເຊິ່ງປະຕິບັດໄດ້​ຢ່າງ​ຖືກ​ເປົ້າ​ໝາຍ ແລະຜູ້​ເຂົ້າ​ຮ່ວມ​ເຝິກ​ອົບຮົມກໍໍ່ມີ​ຄວາມ​ຕັ້ງ​ໃຈ​ໃນ​ການ​ຮັບຟັງ, ການຄົ້ນຄວ້າ​ສົນທະນາ-ແລກປ່ຽນ ​ແລະຕັ້ງ​ຄຳ​ຖາມ​ຕໍ່ຄູ-​ອາຈານ, ມີຊົ່ວໂມງຄົ້ນຄວ້າສຳມະນາບັນຫາຕ່າງໆໃນການຈັດຕັ້ງປະຕິບັດວຽກງານ ແລະການນໍາພາ-ຊີ້ນໍາຂອງບັນດາ​ເມືອງ ເພື່ອແລກປ່ຽນຊອກຫາວິທີການແກ້ໄຂບັນຫາ, ພ້ອມທັງໄດ້ຊີ້ແຈງແກ້ຂໍ້ຂ້ອງໃຈ ຫຼື​ ບັນຫາ​ທີ່ຍັງ​ບໍ່​ທັນ​ເຂົ້າ​ໃຈ​ຢ່າງ​​ເລິກ​ເຊິ່ງຮ່ວມກັບຄູ-ອາຈານຜູ້ຊ່ຽວ ຊານ. ພ້ອມກັນນັ້ນ, ກໍ່ຍັງມີ​ຄວາມ​ສາມັກຄີຮັກ​ແພງຊ່ວຍ​ເຫຼືອຊຶ່ງ​ກັນ​ແລະກັນ, ເຮັດໃຫ້ມີ​ບັນຍາກາດ​ອັນ​ດີ ລະ ຫວ່າງ​ ຄູ-​ອາຈານ ແລະຜູ້​ເຂົ້າ​ຮ່ວມເ​ຝິກ​ອົບຮົມ, ຄະນະ​ຮັບຜິດຊອບ​ກັບຄູ-ອາຈານ, ຄະນະຮັບຜິດຊອບກັບຜູ້ເຂົ້າຮ່ວມຊຸດເຝິກອົບຮົມດ້ວຍ​ກັນຢ່າງ​ເປັນ​ຂະ​ບວນຕັ້ງໜ້າ ແລະຟົດ​ຟື້ນ, ເຊິ່ງມັນສະແດງອອກຄື: ຜົນ​ໄດ້​ຮັບ​ລວມຂອງ​ການຈັດ​ຊຸດ​ເຝິກ​ອົບຮົມ​ໃນ​ຊຸດ​ທີ VII ນີ້ ​ແມ່ນ​ຢູ່​ໃນ​ລະດັບ​ດີ ຫາ ດີຫຼາຍ, ຕີ​ລາ​ຄາ​ຄວາມ​ຮັບ​ຮູ້​ຂອງ​ຜູ້​ເຂົ້າ​ເຝິກ​ອົບ​ຮົມ ແລະຂັ້ນຕອນການເຝິກທັງໝົດ ມີຄະແນນ 18,39 ສະ​ເລ່ຍ 4,59 ທາງ​ດ້ານ​ເນື້ອ​ໃນໂດຍລວມແລ້ວເຫັນວ່າຜູ້​ເຂົ້າເຝິກ​​ອົບຮົມທີ່ໄດ້​ຜ່ານ​ຄົບ 15ວັນ.

ເພື່ອເປັນການຢັ້ງຢືນຄືນຜົນສຳເລັດເຝິກອົບຮົມ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະທ່ານ ນິສິດ ແກ້ວປັນ ຍາ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ສຳມະນາກອນຈຳນວນ 50 ທ່ານ, ຍິງ 5 ທ່ານ.

ພ້ອມກັນນັ້ນ, ທ່ານປະທານໄດ້ມີຄໍາເຫັນໂອ້ລົມ ແລະໃຫ້ທິດເຍືອງທາງຕໍ່ກັບສຳມະນາກອນໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າຄື:

ໜຶ່ງ: ຮຽກຮ້ອງໃຫ້ບັນດານັກສໍາມະນາກອນໃນນາມເປັນຜູ້ບໍລິຫານສູງສຸດຂອງຂັ້ນເມືອງ ທີ່ມີບົດບາດ ໃນການນຳພາ-ຊີ້ນໍາທຸກດ້ານທີ່ສໍາຄັນ, ຈະຕ້ອງໄດ້ສຶກສາ, ຄົ້ນຄວ້າບົດຮຽນທີ່ໄດ້ຈາການເຝິກອົບຮົມຄັ້ງນີ້ ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນຂອງແຕ່ລະບົດ ເພື່ອເອົາໄປໝູນໃຊ້ເຂົ້າໃນວຽກງານທີ່ຮັບຜິດຊອບໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງຂຶ້ນ;   

ສອງ: ພ້ອມກັນນໍາເອົາບົດຮຽນຄັ້ງນີ້ ໄປແລກປ່ຽນ-ຖ່າຍທອດໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນຂັ້້ນເມືອງຂອງຕົນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມຖືກຕ້ອງ ແລະຮັດກຸມຂຶ້ນ ທັງເປັນການພັດທະນາພະນັກງານຜູ້ນັ້ນໃຫ້ມີຄວາມເຂົ້າໃຈ ແລະຮັບຮູ້ແນວທາງການເມືອງ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ຍົກສູງຄວາມສາມາດ ດ້ານສະຕິປັນຍາ ເຫື່ອແຮງ ຄວາມເສຍສະຫລະ, ມີຈັນຍາບັນ, ຈັນຍາທຳ ແລະສະຕິຊາດໃຫ້ສູງຂຶ້ນ;

  ສາມ: ນໍາເອົາໝາກຜົນສໍາເລັດອັນຈົບງາມນີ້ລາຍງານຕໍ່ຄະນະພັກ-ຄະນະນໍາຂອງແຂວງເພື່ອຢັ້ງຢືນເຖິງຜົນສໍາເລັດການເຂົ້າຮ່ວມຊຸດເຝິກອົບຮົມໃນຄັ້ງນີ້ ແລະເປັນເງື່ອນໄຂອັນດີໃນຕໍ່ໜ້າໃນການພັດທະນາຂີດຄວາມສາມາດໃນການນຳພາ-ຄຸ້ມຄອງຂອງບັນດາທ່ານບັນດາສະຫາຍຕໍ່ໄປ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ