ໂດຍປະຕິບັດຕາມຂໍ້ກຳນົດ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວດ້ານວິຊາການຂອງໂຮງຮຽນການ ເມືອງ ແລະການປົກຄອງແຂວງ ແລະນະຄອນຫຼວງ, ສະບັບເລກທີ 1131/ສມປຊ, ລົງວັທີ 24 ຕຸລາ 2019, ຕາມຂໍ້ຕົກລົງຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ສະບັບເລກທີ 1254/ສມ ປຊ, ນະຄອນຫຼວງວຽງຈັນ, ວັນທີ 24 ກັນຍາ 2024.

       ສະນັ້ນ, ໃນຕອນເຊົ້າວັນທີ 27 ກັນຍາ 2024 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II ພາຍໃຕ້ການເປັນປະທານໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈໍາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດທິດສະດີ, ມີທ່ານ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີບັນ ດາແຂກຖືກເຊີນ, ມີບັນດາພະແນກການພາຍໃນແຂວງ ແລະ 7 ເມືອງ, ມີພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ 130 ທ່ານ, ຍິງ 56 ທ່ານ.

        ໃນພິທີ ທ່ານ ວັນສີ ທອງປະນີວົງ ຫົວໜ້າຂະແໜງວິຊາການໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວ່າດ້ວຍການອະນຸມັດປິດຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II, ສະບັບເລກທີ 1254/ສມປຊ , ນະຄອນຫຼວງວຽງຈັນ, ວັນທີ 24 ກັນຍາ 2024, ຫຼັງຈາກນັ້ນ ທ່ານ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດຫຼັກສູດການຮຽນ-ການສອນ ທິດສະດີການເມືອງຂັ້ນກາງຮຸ່ນທີ II, ໃນນັ້ນຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຶກສາທີ່ຮຽນຈົບ ແລະມອບໃບຍ້ອງຍໍໃຫ້ນັກສຶກສາດີເດັ່ນປະຈໍາສົກຮຽນ 2023-2024. ສະເລ່ຍຜົນການຮຽນຂອງນັກ ສຶກສາຕະຫຼອດຊຸດຮຽນໃນຈໍານວນ 14 ວິຊາບວກກັບຄະແນນປ້ອງກັນບົດຈົບຊັ້ນສາມາດສະຫຼຸບໄດ້ດັ່ງນີ້: ນັກສຶກສາຮຽນເກັ່ງໄດ້ຄະແນນເກຣດ A (ປະເພດດີເລີດ) ຕະຫຼອດຊຸດຮຽນມີ 19ທ່ານ, ຍິງ 04 ທ່ານ; ເທົ່າກັບ 31,66% ຖ້າທຽບໃສ່ຊຸດຮຽນທີ່ຜ່ານມາແມ່ນມີຈໍານວນເພີ່ມຂຶ້ນ 1 ເທົ່າຕົວຂອງນັກສຶກສາທີ່ຮຽນເກັ່ງປະເພດດີເລີດ, ນັກສຶກທີ່ໄດ້ຄະແນນເກຣດ B+ (ດີຫຼາຍ) ມີ 41 ທ່ານ, ຍິງ 12 ທ່ານ; ເທົ່າກັບ 68,33% ຖ້າທຽບໃສ່ຊຸດຮຽນທີ່ຮຽນຜ່ານມາ, ຄະແນນເກຣດ B ຫາເກຮດ F ແມ່ນບໍ່ມີ.

         ໃນຕອນທ້າຍພີທີ ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດທິດສະດີໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ໃນນັ້ນ ທ່ານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍພະນັກງານ, ຄູ-ອາຈານ ແລະນັກ ສຶກສາທີ່ມີຜົນສໍາເລັດທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາທີ່ສໍາເລັດ ການສຶກສາໃນຄັ້ງນີ້ນໍາເອົາຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ ແລະມີປະສິດທິຜົນໃຫ້ສູງຂຶ້ນກົ່ວເກົ່າ ແລະທ່ານກໍ່ໄດ້ກ່າວປິດພິທີຊຸດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ II ຢ່າງເປັນທາງການ.

ພາບຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ