ໃນວັນທີ 26-27 ກັນຍາ 2024 ທີ່ສະໂມສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2023-20 24 ແລະທິດທາງແຜນການສົກຮຽນ 2024-2025 ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ ສມປຊ ເຊິ່ງກອງປະຊຸມດັ່ງກ່າວ ດໍາເນີນເປັນເວລາ 2 ວັນ,​ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະຫ້ອງການ, ບັນດາກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວ ສານການເມືອງ ແລະການປົກຄອງ ແລະສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ຕະຫຼອດຮອດພະນັກງານ, ຄູ-ອາຈານເຂົ້າຮ່ວທັງໝົດ 114 ກວ່າທ່ານ.

          ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ຫຼັກສູດການຮຽນ-ການສອນຢູ່ສະຖາບັນໃນໄລຍະ 1 ສົກປີຜ່ານມາ ແລະຜ່ານຮ່າງລະບຽບຄຸ້ມຄອງນັກສຶກສາ (ສະບັບປັບປຸງໃໝ່) ຢ່າງພາ ວະວິໄສໃນແຕ່ລະດ້ານ, ຖອດໄດ້ບັນຫາທີ່ຍັງຄົງຄ້າງ, ສາເຫດ ແລະບົດຮຽນໃນການນຳພາ-ຊີ້ນຳ; ກອງປະຊຸມໄດ້ພ້ອມກັນກຳນົດທິດທາງ, ຄາດໝາຍວຽກງານຈຸດສຸມທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃນປີຕໍ່ໜ້າ.

        ໃນກອງປະຊຸມທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານສະພາບລວມຂອງ ສມປຊ ເຊິ່ງປັດຈຸບັນມີຄູ-ອາຈານຈໍານວນທັງໝົດ 69 ທ່ານ, ຍິງ 28 ທ່ານ ເຊິ່ງທີ່ຜ່ານມາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ; ຍົກສູງຄວາມຮັບຜິດຊອບ, ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານການເມືອງແນວຄິດ, ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນຕໍ່ອາຊີບ, ແຂ່ງຂັນການປະຕິບັດຄໍາຂັວນ “ສອນດີສອນເກັ່ງ, ນັກຮຽນເກັ່ງມີວິໄນດີ”, ການພັດທະນາຫຼັກສູດ ແລະປື້ມຕຳລາຮັບໃຊ້ການຮຽນ-ການສອນ. ໄດ້ສຳເລັດພັດທະນາຫຼັກສູດລະບົບບຳລຸງ-ກໍ່ສ້າງ ແລະເຝິກອົບຮົມໄລຍະ 10ວັນ, ສຳເລັດການສ້າງຫຼັກສູດປະລິນຍາເອກ 4ສາ ຂາວິຊາ (ໄດ້ຮັບການອະນຸມັດຈາກກະຊວງສຶກສາ 2ສາຂາຄື: ສາຂາເສດຖະສາດການເມືອງ ແລະສາຂາປັດຊະຍາແລະຄາດວ່າຈະເລີ່ມຈັດຕັ້ງປະຕິບັດໃນສົກປີ 2024-2025), ພັດທະນາປື້ມຕຳລາຮຽນຮັບໃຊ້ການຮຽນ-ການສອນສໍາລັບຫຼັກສູດທິດສະດີການເມືອງຂັ້ນຕົ້ນ, ຫຼັກສູດທິດສະດີການເມືອງຂັ້ນກາງ, ຫຼັກສູດທິດສະດີການເມືອງຂັ້ນສູງແລະປຶ້ມຮັບໃຊ້ລະບົບປະລິນຍາໂທ ແລະປຶ້ມຄົ້ນຄວ້າອື່ນໆ ການປະຕິບັດຊົ່ວໂມງການຂຶ້ນຫ້ອງສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈ ແລະສອບເສັງໄດ້ທັງໝົດ 25.191ຊົ່ວໂມງ, ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ 6.262ຊົ່ວໂມງ, ຄູປະຈຳຊັ້ນ-ປະຈຳຫ້ອງມີທັງໝົດ 28ທ່ານ, ຍິງ 8ທ່ານ, ນອກນັ້ນ ສມປຊ ຍັງໄດ້ຄຸ້ມຄອງຫຼັກສູດຢູ່ບັນດາກະຊວງ, ອົງ ການ ແລະບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງໃນຂອບເຂດທົ່ວປະເທດ.

ນອກຈາກນັ້ນ,​ໃນກອງປະຊຸມ ທ່ານ ປທ ແສງແກ້ວ ວົງລຳພັນ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນໄດ້ຂື້ນຜ່ານຮ່າງລະບຽບຄຸ້ມຄອງນັກສຶກສາ (ສະບັບປັບປຸງໃໝ່).

           ກອງປະຊຸມຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນບັນດາພະນັກງານ,​ ຄູ-ອາຈານ ທົ່ວ ສມປຊ ໄດ້ປະກອບຄຳຄິດຄຳເຫັນ, ປືກສາຫາລືສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລ ຍະ1ປີທີ່ຜ່ານມາ ແລະຮ່າງລະບຽບການຄຸ້ມຄອງນັກສຶກສາ ແລະຕອບຄໍາຖາມເຈາະຈີ້ມຢ່າງກົງໄປກົງມາເພື່ອເຮັດໃຫ້ ການຖອດຖອນບົດຮຽນໃນຄັ້ງນີ້ມີຄວາມໝາຍຄວາມສຳຄັນ ແລະເກີດຜົນປະໂຫຍດສູງສຸດໃຫ້ແກ່ ສມປຊ ໄດ້ມີການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນຕໍ່ໜ້າໃຫ້ມີຜົນສຳເລັດດີ, ມີຄຸນນະພາບປະຕິບັດໜ້າທີ່ການ ເມືອງຂອງຕົນໃຫ້ມີຜົນສຳເລັດໄປເທື່ອລະກ້າວ.

ໃນວາລະທ້າຍກອງປະຊຸມ ທ່ານ ປະທານໄດ້ສະເເດງຄວາມຊົມເຊີຍຕໍ່ກັບຜົນງານຂອງການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະເພື່ອເປັນການແກ້ໄຂບັນຫາຄົງຄ້າງ ແລະໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງ, ເຊິ່ງທ່ານໄດ້ເນັ້ນ 6 ບັນຫາດັ່ງນີ້:

1). ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ຄູ-ອາຈານ ໃຫ້ເປັນປົກ ກະຕິ;

2). ເພີ່ມທະວີຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາແຕ່ລະຂັ້ນຢ່າງໄກ້ຊິດຕິດແທດໃນການຈັດຕັ້ງຄຸ້ມຄອງການຮຽນ-ການສອນ;

3). ສືບຕໍ່ຈັດຕັ້ງການຮຽນ-ການສອນ ທັງພາຍໃນ ແລະພາຍນອກສະຖາບັນຕາມຫຼັກສູດຕ່າງໆ ໃຫ້ສໍາເລັດ ແລະມີຄຸນນະພາບສູງ;

4). ຂຶ້ນແຜນບໍາລຸງ-ກໍ່ສ້າງຖັນແຖວພະນັກງານ, ຄູ-ອາຈານ, ຍົກສູງຄວາມເປັນເຈົ້າການຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງເປັນຕົ້ນແມ່ນ: ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງການຮຽນ-ການສອນ ໃນການບຳລຸງ-ກໍ່ສ້າງພະນັກງານ-ຄູອາຈານ;

5). ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະປະເມີນຜົນທາງດ້ານວິຊາການ ຢູ່ບັນດາກະຊວງ, ອົງການ ແລະໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະນະຄອນຫຼວງ ໃຫ້ເປັນປົກກະຕິ;

6). ສືບຕໍ່ປະສານສົມທົບທັງພາຍໃນ ແລະພາຍນອກ ສມປຊ.

ຂ່າວ: ປທ ແກ້ວອຸດອນ ພັນທະວົງ
ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ