ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະມະຄົມມິດຕະພາບ ລາວ-ສປປ ເກົາຫຼີ ໄດ້​ຈັດພິທີປາຖະກະຖາຂຶ້ນ ເນື່ອງໃນໂອກາດວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 79 ປີ (10/10/1945–10/10/2024) ໃນ​ວັນ​ທີ  2 ຕຸ​ລາ 2024 ທີ່​ສະໂມສອນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໃນໂອກາດດັ່ງກ່າວໄດ້​ມີ​ການສາຍ​ວິດີ​ໂອ, ສະແດງສິລະປະຂອງ ສປປ ເກົາຫຼີ ແລະ ສປປ ລາວ, ພ້ອມທັງປາຖະກະຖາກ່ຽວ​ກັບ​​ຜົນງານ ແລະມູນເຊື້ອພາລະກິດປະຕິວັດຂອງພັກ, ກໍາລັງປະກອບອາວຸດ ແລະປະຊາຊົນ ສປປ ເກົາຫຼີ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຂອງ ສປປ ເກົາຫຼີ ພາຍໃຕ້ການນໍາພາຂອງພັກແຮງງານເກົາຫຼີ ໃນໄລຍະຜ່ານມາ ແລະການສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ໃຫ້ເຕີບໃຫຍ່ເຂັ້ມແຂງ ໃນປັດຈຸບັນ, ເຊິ່ງໃຫ້ກຽດເປັນປະທານໂດຍ: ສະຫາຍ ລີຢົງຊອນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ແລະໃຫ້ກຽດເຂົ້າ​ຮ່ວມພິທີ, ມີ​ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບ ສປປ ລາວ-ສປປ ເກົາຫຼີ; ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະພະນັກງານທີ່ມາຈາກພາກສ່ວນກ່ຽວຂ້ອງທັງ ສ ປປ ເກົາຫຼີ ແລະລາວເຂົ້າຮ່ວມທັງໝັດ 300 ກວ່າທ່ານ.

    ໃນ​ໂອ​ກາດດັ່ງກ່າວ ສະຫາຍ ລີຢົງຊອນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້​​ຂຶ້ນກ່າວປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 79 ປີ ເຊິ່ງທ່ານໄດ້ກ່າວເຖິງຜົນງານ, ມູນເຊື້ອຂອງພັກແຮງງານ ເກົາຫຼີ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ສະຫາຍ ກິມອິນຊຸງ ຜູ້ນໍາທີ່ຍິ່ງໃຫຍ່ ປະທານປະເທດແຫ່ງ  ສປປ ເກົາຫຼີ ແລະຜູ້ນຳພາແສງສະຫວ່າງ ໃນພາລະກິດປະຕິວັດຂອງພັກ ແລະ ໃນຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດກໍ່ຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ສປປ ເກົາຫຼີ ແລະ ສະຫາຍ ກິມ ເຈີງ ອິນ ຜູ້ນໍາທີ່ຍິ່ງໃຫຍ່, ເລຂາທິການໃຫຍ່ພັກແຮງງານເກົາຫຼີຕະຫຼອດການ ປະທານຄະນະກໍາມາທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ພ້ອມທັງເປັນຜູ້ສືບຕໍ່ພັດທະນາເພີ່ມພູນຄູນສ້າງແນວຄິດການປະຕິວັດ ແລະພາລະກິດເພື່ອເອກະລາດແຫ່ງຊາດຂອງ ສະຫາຍ ກິມ​ອິນ​ຊຸງ. ໃນປັດຈຸ ບັນພາຍໃຕ້ການນໍາພາ ຂອງ ສະຫາຍ ກິມເຈີງອຸນ ຜູ້ນໍາທີ່ເຄົາລົບຮັກ ເລຂາທິການໃຫຍ່ພັກແຮງງານເກົາຫຼີ, ຜູ້ບັນຊາການສູງສຸດຂອງກໍາລັງປະກອບອາວຸດແຫ່ງ ສປປ ເກົາຫຼີ ເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະພັດທະນາແນວຄິດປະຕິວັດທີ່ຖືກຕ້ອງຂອງພັກແຮງງານ ເກົາຫຼີ ແລະສ້າງແນວຄິດຊີ້ນໍາອັນໃໝ່ຂອງພັກ, ເຊິ່ງໃນ 1 ທົດສະວັດຜ່ານມາພາຍຫຼັງ ສະຫາຍ ກິມເຈີງອຸນ ໄດ້ເປັນຜູ້ນໍາສູງສຸດຂອງພັກແຮງງານ ເກົາຫຼີ ກໍ່ໄດ້ມີຜົນສໍາເລັດໃນຫຼາຍດ້ານ, ເປັນຕົ້ນແມ່ນ: ໄດ້ປົກປັກຮັກສາ ແລະສືບທອດອຸດົມການ ແລະການນໍາພາຢ່າງໜັກແໜ້ນ, ໄດ້ເສີມຂະຫຍາຍບົດບາດການນໍາພາຂອງຕົນຢ່າງສູງ, ໄດ້ເສີມຂະຫຍາຍລັກສະນະການປະຕິວັດໃນການຮັບໃຊ້ປະຊາຊົນ; ພ້ອມກັນນັ້ນ ສປປ ເກົາຫຼີ ຍັງເປັນປະເທດທີ່ມີການພັດທະນາຮອບດ້ານ ເປັນຕົ້ນແມ່ນ:ດ້ານການເມືອງມີສະຖຽນລະພາບໜັກແໜ້ນ,ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ, ເສດຖະກິດ-ສັງຄົມມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫຼີ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ເຊິ່ງເຮັດໃຫ້ຜູ້ເຂົ້າຮ່ວມຮັບຟັງປາຖະກະຖາໄດ້ຮັບຮູ້ເຖິງສະພາບການຕົວຈິງ ໃນການພັດທະນາ ກໍ່ຄືຜົນສໍາເລັດອັນໃຫຍ່ຫຼວງ ທີ່ປະຊາຊົນ ສປປ ເກົາຫຼີ ຍາດມາໄດ້. ພ້ອມດຽວກັນນີ້ ສະຫາຍ ລີຢົງຊອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ກໍ່ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ ແລະ ສປປ ເກົາຫຼີ ໃນໄລຍະຜ່ານມາ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ