ໂດຍປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 181/ຄປພຂ, ລົງວັນທີ 16 ກັນຍາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພັກໂຮງຮຽນການເມືອງ ແລະ ການປົກ ຄອງແຂວງຊຽງຂວາງໃນວັນທີ 25 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ພາຍໃຕ້ການເປັນປະທານໂດຍ: ສະຫາຍ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມໂດຍ: ສະຫາຍ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກພະນັກງານຂັ້ນແຂວງ, ມີສະຫາຍ ຄໍາເພັດ ເພັງມະແສງ ຮອງປະທານຄະນະກວດກາພັກ-ລັດແຂວງ, ມີແຂກຖືກເຊີນຈາກບັນດາພະແນກອ້ອມຂ້າງແຂວງ, ມີຕ່າງໜ້າ 3 ອົງການຈັດຕັ້ງມະຫາຊົນ, ມີສະມາຊິກພັກສົມບູນ ແລະສໍາຮອງເຂົ້າຮ່ວມທັງໝົດ 28ສະຫາຍ, ຍິງ 12ສະຫາຍ.

        ໃນກອງປະຊຸມຄະນະຈັດຕັ້ງກອງປະຊຸມໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 181 /ຄປພຂ, ລົງວັນທີ 16 ກັນຍາ 2024 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກພັກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ແລະເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ:ສະຫາຍ ສີວອນ ບຸດດາຈັນ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ຈາກນັ້ນ ສະຫາຍ ບຸນຊູ ອິດທິພົນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ຕໍ່ກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກໄລຍະ 5ປີຜ່ານ ມາເຊິ່ງໄລຍະຜ່ານມາຄະນະໜ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແມ່ນໜ່ວຍພັກໜຶ່ງທີ່ນໍາພາປະຕິ ບັດພາລະບົດບາດ, ຄົ້ນຄວ້າທິດສະດີ ແລະພຶດຕິກຳຮັບໃຊ້ການຮຽນ-ການສອນ, ຍົກລະດັບພະນັກງານ-ລັດຖະກອນ,ທະຫານ ແລະຕໍາຫຼວດທີ່ມີຕໍາແໜ່ງລະດັບກາງ ແລະລະດັບຕົ້ນ, ຂັ້ນແຂວງ, ຂັ້ນເມືອງ ແລະບ້ານກ່ຽວກັບທິດສະດີການ ເມືອງ ແລະ ການປົກຄອງຕາມຫຼັກສູດ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງຄະນະບໍລິຫານງານພັກແຂວງຊຽງຂວາງ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກ, ມະຕິກອງປະຊຸມຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງທົ່ວປະເທດແຕ່ລະສົກປີດ້ວຍຫຼາຍຮູບການ ເຊັ່ນ: ຈັດຕັ້ງກອງປະຊຸມເຊື່ອມຊຶມພິເສດແມ່ນນໍາເອົາມະຕິ ແລະນິຕິກຳຕ່າງໆສອດຮ້ອຍເຂົ້າໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນທຸກລະບົບຮຽນ, ນໍາເອົາເນື້ອໃນດັ່ງກ່າວເຂົ້າໃນເນື້ອໃນບົດຮຽນ, ບັນດາໝວດວິຊາ ທີ່ກຳນົດໃນຫຼັກສູດ ແລະໄດ້ນໍາເອົາເນື້ອໃນດັ່ງກ່າວເຂົ້າໃນການຈັດຕັ້ງຜັນຂະຫຍາຍການປະຕິບັດພາລະບົດບາດ, ໜ້າທີ່ ຂອງແຕ່ລະຂະແໜງການພາຍໃນໂຮງຮຽນ, ພ້ອມທັງຈັດຕັ້ງເຊື່ອມຊຶມໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກລະບົບຮຽນ. ໃນກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະໝັກເລືອກຕັ້ງເປັນຄະນະຊຸດໃໝ່ ຈາກຄະນະຈັດຕັ້ງແຂວງ. ເຊິ່ງມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 5ສະຫາຍ, ຈາກນັ້ນບັນດາສະມາຊິກພັກກໍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຂັດເລືອກເອົາເລຂາ, ຮອງເລຂາ ແລະຜູ້ເຮັດວຽກງານກວດກາຄະນະພັກຊຸດໃໝ່ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ເຊິ່ງກອງປະຊຸມຄັ້ງປະ ຖົມມະລຶກໄດ້ເປັນເອກະສັນກັນຕົກລົງແຕ່ງຕັ້ງເອົາຄະນະພັກຊຸດໃໝ່ 3 ສະຫາຍດັ່ງນີ້:

  1. ສະຫາຍ ສີວອນ ບຸດດາຈັນ ເປັນເລຂາໜ່ວຍພັກ
  2. ສະຫາຍ ບຸນຊູ ອິດທິພົນ ເປັນຮອງເລຂາໜ່ວຍພັກ ແລະເປັນຜູ້ກວດກາໜ່ວຍພັກ
  3. ສະຫາຍ ວັນສີ ທອງມະນີວົງ ເປັນຄະນະໜ່ວຍພັກ

        ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກພັກພະນັກງານຂັ້ນແຂວງ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າສະໄໝທີ VII ທີ່ໄດ້ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຕ່າງໆ ໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ, ສະຫາຍ ຍັງໄດ້ຮຽກ ຮ້ອງໃຫ້ຄະນະພັກຊຸດໃໝ່ສະໄໝທີ VIIIຕ້ອງສືບຕໍ່ເພີ່ມທະວີສຶກສາອົບຮົມທາງດ້ານວຽກງານການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນທຸກສະຫາຍໄດ້ຄົ້ນຄວ້າຮໍ່າຮຽນ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະລະບຽບກົດໝາຍຂອງລັດໂດຍສະເພາະຕ້ອງຮູ້ຈັກພາລະບົດບາດ ແລະໜ້າທີ່ຂອງຕົນ, ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ, ຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອທິດສະດີການເມືອງລະບົບຕ່າງໆ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກຳນົດອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດດີຂຶ້ນເປັນກ້າວ.

ພາບ-ຂ່າວ ນາງ ຄໍາເພັດ ບຸນນະຈັນ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ.