ໃນຕອນເຊົ້າ ຂອງວັນທີ 11 ຕຸລາ 2024 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ II ຂອງແຂວງຫຼວງນໍ້າທາ, ໂດຍການເປັນປະທານ ຂອງ ທ່ານ ຄໍາພັນ ເຈຍອາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮອງ ສດ ອາຈານ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ທ່ານ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ ປະທານກວດກາພັກ-ຫົວໜ້າອົງການກວດກາລັດແຂວງຫຼວງນໍ້າທາ, ມີ​ພາກສວນທີ່ກ່ຽວຂ້ອງ ຂອງ​ແຂວງ, ຄູອາຈານ, ຕະຫຼອດຮອດນັກ​ສຶກສາເຂົ້າຮ່ວມ.

        ທ່ານ ປທ ຄໍາຟອງ ລາດສະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຜ່ານ​ແຜນການ​​ຮຽນ​ທິດ​ສະ​ດີກາ​ນ​ເມືອງ ຂັ້ນກາງ 6 ເດືອນ ຮຸ່ນທີ II ຂອງແຂວງຫຼວງນໍ້າທາ​ ໃຫ້ພະນັກງານຫຼັກ ແຫຼ່ງຂອງແຂວງ-ຂອງເມືອງ ທີ່ພວມດໍາລົງຕໍາແໜ່ງ ຫຼື ພະນັກງານສືບທອດ ທີ່ບໍ່ມີເງື່ອນໄຂໄປຮຽນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ລວມມີ 46 ສະຫາຍ, ຍິງ 8 ສະຫາຍ, ເພື່ອສ້າງໃຫ້ຜູ້ຮຽນມີຄວາມຮັບຮູ້ໃໝ່ ແລະ ກໍາແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ ແລະ ບັນດາຫຼັກມູນຕ່າງໆ , ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ,ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ໃນ​ໄລຍະ​ໃໝ່.  ຊຸດຮຽນລະບົບ ຂັ້ນກາງ 6 ເດືອນ ຮຸ່ນທີ 2 ຂອງແຂວງຫຼວງນໍ້າທາ ​ມີເນື້ອໃນທັງໝົດປະກອບດ້ວຍ 13 ວິຊາ ປະກອບມີ ​7 ກຸ່ມວິຊາຮຽນຄຶ:  ກຸ່ມວິຊາ ປັດຊະຍາມາກ-ເລນິນ ແລະ ວັດທະນະທໍາ, ກຸ່ມວິຊາ ເສດຖະສາດການເມືອງ-ມາກເລນິນ, ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ,ພົວພັນສາກົນ,ສັງຄົມສາດ,ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ແນວຄິດໄກສອນພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ,ທິດສະດີລັດ ແລະ ກົດໝາຍ ແລະ ເຕັກນີກບໍລິຫານ, ກຸ່ມວິຊາປະຫວັດສາດພັກ ແລະ ກໍ່ສ້າງພັກ. ທັງນີ້ກໍ່ເພື່ອເປັນການບໍາລຸງທິດສະດີການເມືອງ ໃຫ້ພະນັກງານນໍາພາ-ຄຸ້ມຄອງ, ນາຍທະຫານ ແລະ ນາຍຕໍາຫຼວດ ທີ່ພວມດໍາລົງຕໍາແຫ່ງບໍລິຫານປະເພດ 4 ປະເພດ 5  ຢູ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ, ເພື່ອຍົກລະດັບຄວາມຮູ້,ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກ ສອນພົມວິຫານ, ແນວທາງ ຂອງພັກ, ນະໂຍບາຍການຄຸ້ມຄອງ ຂອງລັດ,ເຮັດໃຫ້ພະນັກງານມີແນວຄິດຫຼັກໝັ້ນຊົນຊັ້ນກໍາມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືພາລະກິດການປ່ຽນແປງໃໝ່ຢ່າງມີຫຼັກການ ຂອງພັກ, ມີຄຸນທາດການເມືອງຢ່າງໜັກແໜ້ນ ເພື່ອນໍາໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ ແລະຍັງກໍໄດ້ຮັບຝັງຄໍາໂອວາດ ຈາກທ່ານ ຮອງ ສດ ອາຈານ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມນັ້ນຕ່າງໜ້ານັກສຶກສາກໍຂຶ້ນຮັບຄໍາໂອວາດຈາກທ່ານ.

         ໂອກາດດຽວກັນ, ທ່ານ ຮອງ ສດ ອາຈານ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ມອບເງິນຊ່ວຍເຫຼືອຜູ້ອຸທົກກະໄພນໍ້າຖວມ ໃຫ້ແຂວງຫຼວງນໍ້າທາ ແລະໃບຍ້ອງຍໍ ຂອງ ທ່ານເຈົ້າແຂວງ ແຂວງຫຼວງນໍ້າທາ ໃຫ້ຄູ-ອາຈານພາຍໃນໂຮງຮຽນ ຜູ້ທີ່ມີຜົນງານ ສອນດີ-ສອນເກັ່ງ ປະຈໍາສົກຮຽນ 2023 ທີ່ຜ່ານມາຕື່ມອີກ.   

ຂ່າວ/ພາບ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ