ໂດຍຕອບສະໜອງຕາມການເຊີນຂອງສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ໃນວັນທີ 08-12 ຕຸລາ 2024ທີ່ຜ່ານມາຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຢູ່ ສສ ຫວຽດນາມຢ່າງເປັນທາງການ.

          ການເດີນທາງໄປຢ້ຽມຢາມ ແລະແລກປ່ຽນບົດຮຽນຄັ້ງນີ້ຄະນະຜູ້ແທນ ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ແມ່ນໄດ້ພົບປະສອງຝ່າຍຮ່ວມກັບສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ເຊິ່ງເປັນກຽດຕ້ອນຮັບ ໂດຍ: ສະຫາຍ ຮສ ປອ ຫງວຽນດຶກມິງ ຮອງປະທານສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ພ້ອມດ້ວຍບັນ ດາສະຫາຍຈາກບັນດາກົມທີ່ກ່ຽວຂ້ອງຢ່າງສົມກຽດ; ໃນພິທີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ໄດ້ຕາງໜ້າຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະເໜີຈຸດປະສົງຂອງ ການມາຢ້ຽມຢາມ ແລະແລກປ່ຽນບົດຮຽນໃນຄັ້ງນີ້ຕໍ່ຝ່າຍຫວຽດນາມ ເຊິ່ງແນໃສ່ຕີລາຄາຄືນຜົນສຳເລັດການຈັດຕັ້ງປະ ຕິບັດບົດບັນທຶກການຮ່ວມມື ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນດິດວິທະຍາ ສາດສັງຄົມຫວຽດນາມໄລຍະການຮ່ວມມືແຕ່ ປີ 2022 ຫາ ປີ 2026 ແລະເປັນເອກະພາບກັນກັບທິດທາງຮ່ວມມືໃນ ປີ 2025-2026, ຊອກຫາກົນໄກເສີມຂະຫຍາຍທ່າແຮງ ຂອງສອງອົງການໃນຮ່ວມກັນເສີມຂະຫຍາຍສາຍພົວພັນ ຮ່ວມມື ລະຫວ່າງ ສອງອົງການໃນຕໍ່ໜ້າ ແລກປ່ຽນບົດຮຽນກ່ຽວກັບການສ້າງຖັນແຖວນັກວິທະຍາສາດໜຸ່ມ ແລະ ການໃຫ້ຄໍາປຶກສາດ້ານນະໂຍບາຍ. ພ້ອມກັນນັ້ນ, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ຢ່າງກົງໄປກົງມາ ແລະໄດ້ເຫັນດີເປັນເອກະພາບຮ່ວມກັນຄື:

1).ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມກັນໃນປີ 2022ໃຫ້ເຂົ້າສູ່ຕົວຈິງຫຼາຍຂຶ້ນ.

2).ເພີ່ມທະວີການແລກປ່ຽນຄະນະຜູ້ແທນເຊິ່ງກັນແລະກັນຕິດພັນກັບການຄົ້ນຄວ້າວິທະຍາສາດ, ການລາຍງານ ຫົວຂໍ້ສະເພາະ ເພື່ອສ້າງໂອກາດໃຫ້ພະນັກງານ, ຄູ-ອາຈານ ສອງສະຖາບັນໄດ້ມີໂອກາດພົບປະແລກປ່ຽນບົດຮຽນເຊິ່ງ ກັນແລະກັນ.

3).ສືບຕໍ່ແລກປ່ຽນວິທີວິທະຍາໃນການຄົ້ນຄວ້າວິທະຍາສາດ, ວິທີວິທະຍາໃນການໃຫ້ຄໍາປຶກສາທາງດ້ານນະໂຍ ບາຍ;ວິທີວິທະຍາໃນການຂຽນບົດຂ່າວລົງວາລະສານສາກົນ; ວິທີວິທະຍາໃນການສິດສອນລົງເລິກ ແຕ່ລະວິຊາໃນເງື່ອນ

ໄຂໃໝ່ ແລກປ່ຽນວຽກງານຂໍ້ມູນຂ່າວສານ ແລະຫໍສະໝຸດ, ແລກປ່ຽນການຍົກສູງຄຸນະພາບ ການຮຽນ-ການສອນລະ ບົບປະລິນຍາໂທ ແລະປະລິນຍາເອກ ຢູ່ ສມປຊ.

4).ເຫັນດີຕໍ່ການສະເໜີໃຫ້ສະຖາບັນດິດວິທະຍາສາດສັງຄົມຫວຽດນາມສາມາດສ້າງເງື່ອນໄຂໃຫ້ພະນັກງານ, ຄູ-ອາຈານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີເງື່ອນໄຂນໍາເອົາບົດຄົ້ນຄວ້າວິຊາການມາຕີພິມໃນວາ ລະສານວິຊາການ ຂອງສະຖາບັນດິດວິທະຍາສາດສັງຄົມຫວຽດນາມຕື່ມອີກ.

        ໃນຕອນທ້າຍຂອງພິທີ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ຍັງໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນໄມຕີຈິດມິດຕະພາບ ຈາກສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດ ນາມເຊິ່ງຍາມໃດກໍ່ໄດ້ຊຸກຍູ້ຊ່ວຍເຫຼືອທາງດ້ານຕ່າງໆໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ດ້ວຍດີ ສະເໝີມາ.

ພ້ອມກັນນັ້ນ, ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍັງໄດ້ເຂົ້າພົບປະແລກປ່ຽນບົດ ຮຽນຮ່ວມກັບ ສະຫາຍ ຮສ.ປອ ເຊືອງຈຸງອີ້ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ພ້ອມດ້ວຍຄະນະເພື່ອ ແຈ້ງສະພາບກ່ຽວກັບການອະນຸມັດຂອງກະຊວງສຶກສາທິການ ແລະກິລາໃຫ້ສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ກໍ່ສ້າງລະດັບປະລິນຍາເອກໃນ 2 ສາຂາຄື: ສາຂາປັດຊະຍາ ແລະສາຂາເສດຖະສາດການເມືອງ ແລະຍັງໄດ້ສະ ເໜີແລກປ່ຽນບົດຮຽນປະສົບການ ຈາກການກໍ່ສ້າງຫຼັກສູດປະລິນຍາເອກ ໃນສອງສາຂາດັ່ງກ່າວ. ໃນນັ້ນແມ່ນໄດ້ຮັບຟັງ

        ການນຳສະເໜີບົດຮຽນປະສົບການຕົວຈິງ ໃນການກໍ່ສ້າງລະບົບປະລິນຍາເອກຈາກບັນດາກົມ, ອະນຸສະຖາບັນຕ່າງໆທີ່ ກ່ຽວຂ້ອງເປັນຕົ້ນແມ່ນກົນໄກ ແລະເຄື່ອງມືໃນການຄຸ້ມຄອງຫຼັກສູດປະລິນຍາເອກ, ການຈັດຕັ້ງການຮຽນ-ການສອນ ທິດສະດີ ແລະພຶດຕິກຳ, ວິທີວິທະຍາໃນການຄົ້ນຄວ້າຄັດເລືອກຫົວຂໍ້ຄົ້ນຄວ້ານິພົນ, ວິທີວິທະຍາໃນການຄົ້ນຄວ້າຫົວ ຂໍ້ລົງເລິກສະເພາະ, ກົນໄກຄຸ້ມຄອງການດຳເນີນຂຽນວິທະຍານິພົນ, ວິທີການປະເມິນຜົນການໃຫ້ຄະແນນປ້ອງກັນ ແລະ ບັນດາຂັ້ນຕອນຕ່າງໆໃນການກໍ່ສ້າງຫຼັກສູດ. ໃນໂອກາດດັ່ງກ່າວ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳ ພັກ, ຮອງຫົວໜ້າ ສມປຊ ຍັງໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງຄະນະພັກ, ຄະນະນຳສະຖາບັນການເມືອງແຫ່ງ ຊາດໂຮ່ຈີມິນ ທີ່ໄດ້ໃຫ້ກຽດຕ້ອນຮັບ ແລະຖ່າຍທອດບົດຮຽນປະສົບການຕ່າງໆທີ່ເປັນປະໂຫຍດອັນມະຫາສານໃຫ້ແກ່ ການກໍ່ສ້າງປະລິຍາເອກ ຢູ່ ສມປຊ, ພ້ອມນັ້ນ ສະຫາຍຍັງໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກການຮ່ວມມືຂອງສອງສະຖາບັນໄລຍະ 2024-2028 ໃຫ້ເຂົ້າສູ່ລວງເລິກ, ສືບຕໍ່ຊຸກຍູ້ຊ່ວຍເຫຼືອ ສມປຊ ໃນ ການຄົ້ນຄ້ວາວິທະຍາສາດ ກໍ່ຄືການສ້າງຫຼັກສູດໃນຂັ້ນຕ່າງໆໂດຍສະເພາະແມ່ນສະເໜີໃຫ້ສົ່ງ ຄູ-ອາຈານທີ່ມີປະສົບການ ສູງໄປຮ່ວມບັນຍາຍຫົວຂໍ້ໃນລະບົບປະລິນຍາເອກຕື່ມອີກ.

         ນອກນັ້ນ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ ຍັງໄດ້ນຳພາຄະນະຜູ້ ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄປຢ້ຽມຢາມ ແລະແລກປ່ຽນບົດຮຽນການກໍ່ສ້າງປະລິນຍາເອກ ຢູ່ສະຖາບັນໂຄສະນາ ແລະຂ່າວສານເຊິ່ງຖືວ່າເປັນການກັບໄປຢ້ຽມຢາມ ສະຖາບັນທີ່ເຄີຍກໍ່ສ້າງພະນັກງານຫຼັກແຫຼ່ງໃຫ້ ແກ່ ສປປ ລາວ ເຊິ່ງ ສະຫາຍ ຮສ ປອ ຟາມມິງເຊິນ ຫົວໜ້າສະຖາບັນໂຄສະນາ ແລະຂ່າວສານກໍ່ໄດ້ໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນ ແລະສະເໜີໃຫ້ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນຂົວຕໍ່ປະສານງານເພື່ອເຕົ້າໂຮມອະ ດີດນັກສຶກສາລາວທີ່ເຄີຍສຶກສາຢູ່ສະຖາບັນດັ່ງກ່າວຕື່ມອີກ.

ຂຽນໂດຍ ປທ ສຸລະສິດ ສິນທະລາພອນ
ບັນນາທິການ: ປທ ບຸນປັນ ສຸມຸນທອງ