ໃນຕອນບ່າຍ ຂອງວັນທີ 22 ມັງກອນ 2025 ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ນຳພາຄະນະເຂົ້າຮ່ວມອວຍພອນ ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ ຢູ່ທີ່ສະຖານທູດ ສສ ຫວຽດນາມ ເນື່ອງໃນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ.
ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວສະແດງຄວາມອວຍພອນໄຊອັນປະເສີດ ຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ, ມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 95 ປີທີ່ຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ ແລະມີຄວາມໝາຍປະຫວັດສາດ ໃນທຸກຂົງເຂດ, ໂດຍສະເພາະແມ່ນບັນດາຜົນສຳເລັດຮອບດ້ານໃນພາລະກິດແຫ່ງການປ່ຽນແປງໃໝ່ ຂອງ ສສ ຫວຽດນາມ. ພ້ອມນັ້ນ, ທ່ານ ປອ ດາວສະຫວັນ ເຄືອມີໄຊ ຕາງໜ້າໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາເອົາອາລົມຈິດແຫ່ງຄວາມປີຕິຊົມຊື່ນ ແລະການສະໜັບສະໜູນຢ່າງຈິງໃຈ ຕໍ່ພັກ-ລັດ ແລະປະຊາຊົນຫວຽດນາມ, ເຊິ່ງຍາມໃດພັກ-ລັດ ແລະປະຊາຊົນລາວ ເວົ້າລວມ, ເວົ້າສະເພາ ະແມ່ນພະນັກງານ, ຄູ-ອາຈານ, ນັກສຶກສາ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໃຫ້ການສະໜັບສະໜູນຢ່າງຈິງໃຈ ແລະມີການຮ່ວມມືຢ່າງຮອບ ດ້ານ, ພ້ອມທັງລາຍງານສະພາບການພົວພັນຮ່ວມມືກັບບັນດາໂຮງຮຽນການເມືອງ 4 ຝ່າຍ ໃນດ້ານຕ່າງໆ ເຊິ່ງໄລຍະທີ່ຜ່ານມາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍໄດ້ມີການຮ່ວມມືຢ່າງຮອບດ້ານ ກັບສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດລາວ, ສະຖາບັນການເມືອງແຫ່ງຊາດໂຮຈິມິນ ແລະສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໃນການຄົ້ນຄວ້າວິທະຍາສາດການເມືອງ ການປົກຄອງ, ການກໍ່ສ້າງພະນັກງານ ພ້ອມທັງສະເໜີໃຫ້ທາງສະຖານທູດຊຸກຍູ້ການຮ່ວມມືຂອງສອງຝ່າຍ ແລະຊຸກຍູ້ການກໍ່ສ້າງໂຮງຮຽນການເມືອງພາກໃຕ້ ຂອງ ສປປ ລາວ.
ທ່ານ ຫວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ, ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະ ທີ່ເຂົ້າຮ່ວມອວຍພອນ ໃນຄັ້ງນີ້, ເຊິ່ງທ່ານ ໄດ້ກ່າວເຖິງມູນເຊື້ອສາມັກຄີ ໃນໄລຍະຜ່ານມາ ຂອງພັກ-ລັດ ແລະປະຊາຊົນລາວ, ພັກ-ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍຍົກສູງ ແລະຖືສໍາຄັນຕໍ່ກັບສາຍພົວພັນ ແລະຄວາມສາມັກຄີພິເສດ ລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ອັນໄດ້ເຮັດໃຫ້ທັງສອງປະເທດພວກເຮົາມີສະພາບແວດລ້ອມທີ່ເອື້ອຍອຳອວຍ ໃນການປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ ແລະສ້າງສາພັດທະນາໃຫ້ຈະເລີນຮຸ່ງເຮື່ອງໄປເລື່ອຍໆ, ພ້ອມທັງສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ອາຊຽນ ທີ່ລາວເປັນເຈົ້າພາບ ແລະຮັບເອົາຄໍາສະເໜີຕ່າງໆ, ພ້ອມນັ້ນ ກໍໄດ້ສະເໜີໃຫ້ຝ່າຍລາວ ຮີບຮ້ອນປະສານສົມທົບກັບຄະນະຮັບຜິດຊອບໂຄງການກໍ່ສ້າງໂຮງຮຽນການເມືອງພາກໃຕ້ ຂອງ ສປປ ລາວ ເພື່ອອໍານວຍຄວາມສະດວກດ້ານຕ່າງໆ ກ່ຽວກັບການກໍ່ສ້າງໂຮງຮຽນການເມືອງພາກໃຕ້ ຂອງ ສປປ ລາວ ໃຫ້ສໍາເລັດໂດຍໄວ.
![](https://www.nappa.gov.la/wp-content/uploads/2025/01/WhatsApp-Image-2025-01-23-at-14.12.58.jpeg)
ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ