ກອງປະຊຸມໃຫຍ່ໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XX (ຫ້ອງ ຂ) ໄດ້ໄຂຂຶ້ນໃນເວລາ 8 ໂມງ 00 ນາທີ ຂອງວັນທີ 24 ມັງກອນ 2025 ທີ່ຫ້ອງຮຽນ (110), ຕຶກກົມຈັດຕັ້ງ-ພະນັກງານ, ໂດຍການເປັນທານຂອງ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນປະທານ, ມີສະຫາຍ ປທ ນາງ ພອນໄຊ ລາດສະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ສະຫາຍ ອິນທອງ ດວງປະເສີດ ເລຂາໜ່ວຍພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທຮຸ່ນທີ XX (ຫ້ອງຂ) ເປັນຄະນະປະທານ,  ກອງປະຊຸມໄດ້ດໍາເນີນເປັນເວລາ 1 ຕອນ; ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 78 ສະຫາຍ, ຍິງ 19 ສະຫາຍ, ໃນນັ້ນ, ຜູ້ແທນສົມບູນ 67, ຍິງ 16 ສະຫາຍ, ແຂກທີ່ຖືກເຊີນ 11 ສະຫາຍ, ຍິງ 3 ສະຫາຍ.

         ໃນກອງປະຊຸມສະຫາຍ ອິນທອງ ດວງປະເສີດ  ເລຂາໜ່ວຍາພັກ, ຫົວໜ້າຫ້ອງຮຽນນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XX (ຫ້ອງ ຂ)  ໄດ້ຂຶ້ນກ່າວເປີດກອງປະຊຸມໃຫຍ່ ແລະຜ່ານບົດສະຫຼຸບການເຄືອນໄຫວຊີ້ນໍາ-ນໍາພາ ໃນໄລຍະ 3 ເດືອນຜ່ານມາ ປະຈໍາປີ 2024 ແລະທິດທາງແຜນການປີ 2025-2026, ເຊິ່ງໃນນັ້ນ ໄດ້ກ່າວເຖິງສະພາບລວມ ແລະຜົນງານການເຄື່ອນໄຫວບາງດ້ານ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ຕະຫຼອດໄລຍະ 3 ເດືອນທີ່ຜ່ານມາຄະນະໜ່ວຍພັກ ຄະນະຫ້ອງໄດ້ເອົາໃຈໃສ່ ນໍາພາສະມາຊິກພັກປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຖືເອົາວຽກງານການສຶກສາ ອົບຮົມການເມືອງ-ແນວຄິດເປັນກົກສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານດ້ວຍການຖືເອົາການຄົ້ນຄວ້າຮໍ່າຮຽນ ເປັນບັນຫາສໍາຄັນເປັນຕົ້ນຕໍແມ່ນໄດ້ນຳພາ ຊີ້ນຳສະມາຊິກພັກເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະເຊື່ອມຊື່ມບັນດາເອກະສານສໍາຄັນທີ່ສະຖາບັນການເມືອງແລະການປົກຄອງແຫ່ງຊາດຈັດຂຶ້ນ ຈໍານວນ 10 ຄັ້ງ ແລະກອງປະຊຸມເຊື່ອມຊຶມ, ເຜີຍແຜ່ແຈ້ງການຕ່າງໆ, ລວມມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 545 ເທື່ອສະຫາຍ, ຍິງ 166 ເທື່ອສະຫາຍ.

ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງານຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງຈຳນວນ 7 ສະຫາຍ, ຍິງ 2 ສະຫາຍ; ໃນນີ້, ໄດ້ເລືອກເອົາ 5 ສະຫາຍ, ຍິງ 2 ສະຫາຍ ເພື່ອເປັນແກນນຳໃນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ມີຜົນສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.

         ກອງປະຊຸມຄົບຄະນະໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XX (ຫ້ອງ ຂ) ໄດ້ເປັນເອກະພາບກັນເລືອກເອົາຄະນະພັກ ມີລາຍຊື່ດັ່ງນີ້:

          1). ສະຫາຍ ອິນທອງ ດວງປະເສີດ            ເປັນເລຂາໜ່ວຍພັກ

          2). ສະຫາຍ ນາງ ປິ່ນຄໍາ ພົມມະຈິດ          ເປັນຮອງເລຂາໜ່ວຍພັກ

          3). ສະຫາຍ ກໍລິດາ ເລົາທະວົງ                ເປັນຄະນະໜ່ວຍພັກ ພ້ອມທັງເຮັດວຽກງານກວດກາພັກ

          4). ສະຫາຍ ສິງເພັດ ວິທະຍາພອນ            ເປັນກຳມະການພັກ

          5). ສະຫາຍ ນາງ ອໍາໄພ ຄຳມຸງຄຸນ            ເປັນກຳມະການພັກ

    ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫາຍໄດ້ເນັ້ນໜັກ 5 ດ້ານ ຄື:

1). ເພີ່ມທະວີຄວາມສາມັກຄີ, ແລະຄວາມເປັນເອກະພາບ ໂດຍສະເພາະຄະນະໜ່ວຍພັກທັງ 5 ສະຫາຍ;
2). ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ, ສ້າງຄວາມຕື່ນຕົວໃຫ້ແກ່ສະມາຊິກພາຍໃນຮາກຖານ, ກຳໄດ້ແນວຄິດບັນດາເປົ້າໝາຍ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ;
3). ນໍາພາສະມະຊິກພັກເຂົ້າຮ່ວມ     ຂະບວນການຕ່າງໆ, ບຸກບືນພັດທະນາຕົນເອງດ້ວຍຫຼາຍວິທີການ ເປັນຕົ້ນແມ່ນຂະບວນການຄົ້ນຄວ້າຮໍ່າຮຽນ ແລະກໍາແໜ້ນຫຼັກການວິທີການວິທະຍາ;
4). ເປັນເຈົ້າການໃນການປະຕິບັດລະບຽບວິໄນ, ບັນດາກົດລະບຽບຂອງນັກສຶກສາ ແລະບັນດາກົດລະບຽບຕ່າງໆ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກ;
5). ເອົາໃຈໃສ່ໃນການແບ່ງວຽກງານ, ໜ້າທີ່ຮັບຜິດຊອບພາຍໃນຄະນະໜ່ວຍພັກ.

 

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ