ໂດຍປະຕິບັດຕາມ ກົດລະບຽບຂອງພັກ ປະຊາຊົນປະຕິວັດລາວ ສະໄໝທີ XI, ໃນວັນທີ 24 ມັງ ກອນ 2025 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄດ້ຈັດພິທີຮັບສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ສີວອນ ບຸດດາຈັນ ກຳມະການພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ, ມີສະມາຊິກພັກສົມບູນທີ່ເປັນພະນັກງານ-ຄູອາຈານ ແລະນັກສຶກສາຂັ້ນກາງ ຮຸ່ນທີ 3 ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວຄະນະຈັດຕັ້ງພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດຮັບສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ຈໍານວນ 1 ສະຫາຍ ຄື: ນາງ ໝອນມາລາ ໂນລາ ເຊິ່ງສະຫາຍໄດ້ມີເງື່ອນໄຂຄົບຖ້ວນ ໄດ້ຜ່ານສະໄໝສະມາຊິກພັກສໍາຮອງເປັນເວລາ 12 ເດືອນ. ດັ່ງນັ້ນ, ການຈັດຕັ້ງພັກທີ່ກ່ຽວ ຂ້ອງຈຶ່ງໄດ້ສະເໜີການຈັດຕັ້ງຂັ້ນເທິງ ອອກມະຕິຕົກລົງອະນຸມັດຮັບເອົາສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ ເພື່ອກຳລັງແຮງໃຫ້ແກ່ພາລະກິດຂອງພັກ. ໃນພິທີສະຫາຍປະທານໄດ້ໃຫ້ຄໍາໂອວາດຊີ້ທິດເຍືອງທາງໃຫ້ແກ່ສະມາຊິກພັກໃໝ່ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ແລະສະຫາຍຍັງໄດ້ເນັ້ນໜັກໃຫ້ສະມາຊິພັກໃໝ່ ຈົ່ງພ້ອມກັນຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ຂອງພັກປະຊາຊົນປະຕິວັດລາວ ໃນຕໍ່ໜ້າ. ໃນຕອນທ້າຍພິທີ ສະຫາຍສະມາຊິກພັກໃໝ່ ກໍໄດ້ຂຶ້ນກ່າວຮັບຄໍາໂອວາດຕັກເຕືອນ ແລະໃຫ້ຄໍາປະຕິຍານຕໍ່ພັກ ແລະໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ.
ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ (ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ