ໃນຕອນເຊົ້າວັນທີ 27 ມັງກອນ 2025 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເຜີຍແຜ່ ວຽກງານຕ້ານການສໍ້ລາດບັງຫຼວງ ແລະການຟອກເງິນ ທີ່ຕິດພັນກັບການສໍ້ລາດບັງຫຼວງ ເນື່ອງໃນ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 21 ປີ (9/12/2003-9/12/2024) ຢູ່ທີ່ສະໂມສອນ ສມປຊ ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ ກໍໃຫ້ກຽດເຂົ້າຮ່ວມ, ມີຄະນະພັກ-ຄະນະນໍາ ສປມຊ, ມີບັນດາຫົວໜ້າກົມ, ຄະນະກົມ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທົ່ວ ສມປຊ ເຂົ້າຮ່ວມທັງໝົດ 370 ທ່ານ, ຍິງ 136 ທ່ານ.
![](https://www.nappa.gov.la/wp-content/uploads/2025/01/WhatsApp-Image-2025-01-28-at-10.21.57.jpeg)
ໃນພິທີ, ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ກໍໄດ້ຂຶ້ນຜ່ານເອກະສານການຈັດຕັງປະຕິບັດວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ປະຈໍາປີ 2024 ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງໃນນັ້ນ ໄດ້ກ່າວເຖິງສະພາບລວມ, ການເຜີຍແຜ່ເຊື່ອມຊຶມນິຕິກຳກ່ຽວກັບການສະກັດກັ້ນຕ້ານການສໍ້ລາດບັງຫຼວງ, ການຈັດຕັ້ງປະຕິບັດວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ, ດ້ານອ່ອນ ແລະຂໍ້ຄົງຄ້າງ, ທິດທາງແຜນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.
![](https://www.nappa.gov.la/wp-content/uploads/2025/01/WhatsApp-Image-2025-01-28-at-10.21.57-1.jpeg)
ຫຼັງຈາກນັ້ນ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ ກໍໄດ້ເລົ່າປະຫວັດຄວາມເປັນມາຂອງວັນດັ່ງກ່າວ ແລະໄດ້ຍົກໃຫ້ເຫັນຜົນຮ້າຍ ແລະໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ທີ່ເປັນອາຊະຍາກໍາໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງທັງພາກລັດ ແລະເອກະຊົນ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍລ້ວນແຕ່ໄດ້ຮັບຜົນກະທົບ. ດັ່ງນັ້ນ, ໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ປີ 2000 ໄດ້ກໍານົດຄວາມຈໍາເປັນໃນການສ້າງກົດໝາຍສາກົນ ທີ່ມີປະສິດທິຜົນໃນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງໃນທົ່ວໂລກ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນຜົນຮ້າຍ ແລະໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ບໍ່ແມ່ນວຽກສະເພາະຂອງອົງການຈັດຕັ້ງໃດ ໜຶ່ງ ແລະປະເທດໃດໜຶ່ງ ແຕ່ເປັນໜ້າທີ່ ແລະຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມທີ່ຈະຕ້ອງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ. ພ້ອມກັນນັ້ນ, ທ່ານ ເທບພະໄທ ພັນກ້າ ຍັງໄດ້ກ່າວເຖິງຜົນສໍາເລັດບາງດ້ານ ຄື: ຜ່ານມາໄດ້ດຳເນີນການສະກັດກັ້ນການສໍ້ລາດບັງຫຼວງ ໂດຍການໂຄສະນາເຜີຍແຜ່ຜົນຮ້າຍຂອງການສໍ້ລາດບັງຫຼວງ ການປູກຈິດສຳນຶກ ໃຫ້ແກ່ພະນັກງານ-ລັດຖະ ກອນ, ທະຫານ-ຕໍາຫຼວດ, ນັກຮຽນ, ນັກສືກສາ ເນື່ອງໃນວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 20 ປີ 09 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.103 ຄົນ, ຍິງ 440 ຄົນ; ຈັດຕັ້ງສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 25 ປີ ຄັ້ງວັນທີ 08 ທັນວາ 2023 ມີຜູ້ເຂົ້າຮ່ວມ 280 ຄົນ; ຂຶ້ນຫ້ອງບັນຍາຍ ກ່ຽວກັບວຽກງານສະກັດກັ້ນ, ຕ້ານ ແລະ ສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ຢູ່ບັນດາກະຊວງ-ອົງການ ແລະທ້ອງຖິ່ນ ຈຳນວນ 28 ຄັ້ງ; ດໍາເນີນການຮັບເອກະສານແຈ້ງຊັບສິນຂອງພະນັກງານຂັ້ນສູນກາງຄຸ້ມຄອງ 1.288 ທ່ານ, ຍິງ 196 ທ່ານ.
ໃນພິທີຍັງໄດ້ມີກິດຈະກໍາຖາມ-ຕອບ ກ່ຽວກັບວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ເພື່ອທົດສອບຄວາມຮັບຮູ້ເຂົ້າໃຈ ກ່ຽວກັບວຽກງານສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.
ໃນຕອນທ້າຍພິທີ, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະສອບສວນການສໍ້ລາດບັງຫຼວງ ຈາກອົງການກວດກາແຫ່ງລັດ ກໍໄດ້ເນັ້ນຕື່ມ ຄື:
1). ຖືສຳຄັນ ແລະ ເອົາໃຈໃສ່ເພີ່ມທະວີການໂຄສະນາສຶກສາອົບຮົມວຽກການເມືອງ-ແນວຄິດ ໃຫ້ພະນັກງານ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ.
2). ເອົາໃຈໃສ່ສິດສອນ, ຄົ້ນຄວ້າຮໍ່າຮຽນ ເປັນຕົ້ນແມ່ນ ບັນດາກົດໜາຍ, ກົດລະບຽບ ແລະບັນດານິຕິກໍາຕ່າງໆ.
3). ສືບຕໍ່ໃນການຄົ້ນຄວ້າ, ສ້າງຫຼັກສູດ ກ່ຽວກັບວຽກງານການຕ້ານການສໍ້ລາດບັງຫຼວງ.
4). ເພີ່ມທະວີໃນການຮັບຜິດຊອບຕິດຕາມ, ກວດກາຢ່າງເຂັ້ມງວດ ຂອງຄະນະກວດກາ.
5). ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດທີ່ເປັນພາຄີ, ປະເທດເພື່ອນມິດ ແລະບັນດາອົງການຈັດຕັ້ງສາກົນ ຢ່າງເປັນເຈົ້າການ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະບົດຮຽນ, ປະສົບການໃນການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ.
![](https://www.nappa.gov.la/wp-content/uploads/2025/01/WhatsApp-Image-2025-01-28-at-10.21.59.jpeg)
ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ