ໃນຕອນເຊົ້າວັນທີ 12 ມີນາ 2025, ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຂະບວນການ 3 ອົງການຈັດຕັ້ງມະຫາຊົນ ພະນັກງານ, ຄູ-ອາຈານ ແລະນັກສຶກສາທຸກຮຸ່ນທຸກລະບົບ ທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຮ່ວມຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ, ເຊິ່ງໃຫ້ກຽດນໍາພາຂະບວນໂດຍ: ທ່ານ ປອ ນາງ ລໍາພູນ ດວນສຸວັນ ປະທານສະຫະພັນແມ່ຍິງ ສມປຊ, ທ່ານ ປທ ສົມສີ ຈັນຕະພົມ  ຮອງປະທານກໍາມະບານ, ປະທານກວດກາ ແລະທ່ານ ປທ ຄໍາໝັ້ນ ພົມມະຈັນ ຮອງເລຂາຄະນະບໍລິ ຫານງານຊາວໜຸ່ມ, ຮອງປະທານກວດກາ ແລະໃນວາລະດັ່ງກ່າວ ນໍາພາຂະບວນການແພດໝໍ ໂດຍທ່ານ ດຣ ນາງ ຈີລະພາ ແກ້ວຄໍາຜຸຍ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ. ໃນຂະບວນການບໍລິຈາກເລືອດດັ່ງກ່າວ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ອາສາສະໜັກເຂົ້າຮ່ວມ ກໍໄດ້ເອົາໃຈໃສ່ໃຫ້ຄວາມຮ່ວມມື ແລະຮັບຟັງຄໍາແນະນໍາຈາກທ່ານໝໍຢ່າງພ້ອມພຽງ ຊຶ່ງມີຜູ້ເຂົ້າຮ່ວມບໍລິຈາກເລືອດທັງໝົດຈໍານວນ 18 ທ່ານ, ຍິງ 06 ທ່ານ.

          ຈຸດປະສົງໃນການບໍລິຈາກເລືອດໃນຄັ້ງນີ້ ກໍເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ, ວັນສ້າງຕັ້ງ ສມປຊ ຄົບຮອບ 30 ປີ ແລະການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ນີ້ ເພື່ອຕອບສະໜອງເລືອດໃຫ້ແກ່ໂຮງໝໍຕ່າງໆ ເພື່ອຊ່ວຍເຫຼືອຄົນເຈັບທີ່ຂາດເລືອດໄດ້ຢ່າງທັນການ ໃນກໍລະນີສຸກເສີນທີ່ຄົນເຈັບມີຄວາມຈໍາເປັນຕ້ອງໃຊ້ເລືອດດ່ວນ, ການບໍລິຈາກເລືອດ ເປັນການຊ່ວຍເຫຼືອສັງຄົມໃນການກອບກູ້ເອົາຊີວິດຂອງຜູ້ຖືກບາດເຈັບໃນກໍລະນີຕ່າງໆ. ຍ້ອນເຫັນໄດ້ຄວາມຈໍາເປັນໃນການບໍລິຈາກເລືອດ ເປັນສິ່ງທີ່ຈໍາເປັນ ແລະມີຄວາມໝາຍສໍາຄັນໃນການຮັກສາຜູ້ປ່ວຍ, ຜູ້ເກີດອຸປະຕິເຫດ, ການເກີດລູກ, ພະຍາດປ້າງກິນເລືອດ ແລະມີຄວາມສໍາຄັນຢ່າງຫຼວງຫຼາຍໃນການນໍາໄປຮັກສາຜູ້ປ່ວຍພະຍາດຕ່າງໆທີ່ຕ້ອງການເລືອດ ໄດ້ຢ່າງມີປະສິດທິພາບ. ນອກຈາກນັ້ນ, ຍັງໄດ້ຮູ້ຂໍ້ມູນກ່ຽວກັບສຸຂະພາບຂອງຕົນເອງ ເຮັດໃຫ້ມີຄວາມສຸກທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ