ໃນຕອນແລງວັນທີ 19 ມີນາ 2025 ທີ່ຊັ້ນ 5 ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງ ໄດ້ຈັດພິທີປິດເຝິກອົບຮົມ ຫົວຂໍ້“ວຽກງານຕ້ານການສໍ້ລາດບັງຫຼວງ” ປີ 2025 ພາຍໃຕ້ຄວາມຮັບຜິດຊອບຂອງກົມກວດກາ, ເຊິ່ງໃຫ້ກຽດເປັນປະທານໂດຍທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຄະນະພັກ, ຄະນະນໍາ ແລະຕາງໜ້າຄະນະກົມກໍ່ໃຫກຽດເຂົ້າຮ່ວມ ລວມທັງໝົດ 34 ທ່ານ, ຍິງ 16 ທ່ານ.
ໃນວາລະດັ່ງກ່າວ, ທ່ານ ສົມສີ ຈັນຕະພົມ ຮອງຫົວໜ້າກົມກວດກາ ກໍໃຫ້ກຽດຂຶ້ນຜ່ານບົດສະຫຼຸບເຝິກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ, ເຊິ່ວທ່ານໄດ້ກ່າວວ່າ: ການເຝິກອົບຮົມ ໄດ້ດໍາເນີນ ແຕ່ວັນທີ 17-19 ມີນາ 2025 ເປັນເວລາ 3 ວັນເຕັມຊຸດຝຶກອົບຮົມໄດ້ມີວິທະຍາກອນຈາກຄະນະກວດກາສູນກາງພັກຂຶ້ນຫ້ອງທັງໝົດ 4 ທ່ານ; ມີນັກສໍາມະນາກອນເຂົ້າຮ່ວມຝຶກອົບຮົມຈໍານວນ 28 ທ່ານ, ຍິງ 16 ທ່ານ; ໃນນັ້ນ, ມີນັກສຳມະນາກອນເຂົ້າຮ່ວມ ທັງໝົດ 24 ທ່ານ, ຍິງ 16 ທ່ານ ເຊິ່ງປະກອບມີຂັ້ນຫົວໜ້າກົມ ແລະທຽບເທົ່າ 2 ທ່ານ, ຍິງ 1 ທ່ານ; ຮອງຫົວໜ້າກົມ ແລະທຽບເທົ່າ 10 ທ່ານ, ຍິງ 5 ທ່ານ; ຫົວໜ້າພະແນກ ແລະທຽບເທົ່າ 5 ທ່ານ, ຍິງ 2 ທ່ານ; ຮອງຫົວໜ້າພະແນກ ແລະທຽບເທົ່າ 3 ທ່ານ, ຍິງ 1 ທ່ານ ແລະວິຊາການ 14 ທ່ານ, ຍິ 7 ທ່ານ ແລະມີວິທະຍາກອນ ມາຈາກຄະນະກວດກາສູນກາງພັກ ຈໍານວນ 4 ທ່ານ ເຊິງມີຂັ້ນ ກົມ 2 ທ່ານ, ຂັ້ນຫົວໜ້າພະແນກ 1 ທ່ານ ແລະວິຊາການ 1 ທ່ານ.
ການຝຶກອົບຮົມຄັ້ງນີ້ ປະກອບມີ 4 ຫົວຂໍ້ ຄື:
- ຄວາມຮູ້ພື້ນຖານກ່ຽວກັບ ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ 2024);
- ການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ;
- ການກວດກາການສໍ້ລາດບັງຫຼວງ;
- ການປະເມີນການຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ.
ຜ່ານການຝຶກອົບຮົມ ເຫັນວ່າວຽກງານສະກັດກັ້ນ ແລະຕ້ານການສໍ່ລາດບັງຫຼວງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ຢູ່ໃນການເຄື່ອນໄຫວວຽກງານກວດກາລັດ, ເປັນວຽກງານໜຶ່ງທີ່ສໍາຄັນ ຕໍ່ກັບການປັບປຸງ-ກໍ່ສ້າງພັກ ແລະ ການຄຸ້ມຄອງລັດ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງລັດ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາສະຖາບັນ, ເປັນເຄື່ອງມືອັນສຳຄັນໃນການຊີ້ນຳ-ນຳພາ, ແມ່ນວຽກງານທີ່ຈຳເປັນ, ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ໃນການຕໍ່ສູ້ປະຕິວັດ ຂອງພັກ, ຂອງຊາດ; ວິທະຍາກອນ ທີ່ມາຂຶ້ນຫ້ອງສິດສອນ ກໍໄດ້ກະກຽມທາງດ້ານເນື້ອໃນ, ຖ່າຍທອດຄວາມຮູ້ ແລະປະສົບການກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ ນຳສະເໜີໄດ້ດີ, ຄົບຖ້ວນ, ສາມາດຍົກພຶດຕິກຳຕົວຈິງ, ຊີ້ແຈງບັນຫາເປັນລຳ ດັບຂັ້ນຕອນ ທັງຮັບປະກັນລັກສະນະວິທະຍາສາດ, ແລກປ່ຽນບົດຮຽນຢ່າງກົງໄປກົງມາ ແລະມີບັນຍາກາດຟົດຟື້ນ ແລະນັກສຳມະນາກອນ ມີຄວາມຮັບຮູ້, ເຂົ້າໃຈ ຕໍ່ກັບບັນດາເນື້ອໃນທີ່ນຳມາສະ ເໜີໃນຄັ້ງນີ້ ພໍສົມຄວນ. ພ້ອມນັ້ນ, ກໍມີຄວາມເປັນເອກະພາບ, ເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນການ ຂອງການຝຶກອົບຮົມ, ເປັນຕົ້ນ ໄດ້ເອົາໃຈໃສ່ຮັບຟັງ, ຈັດຕັ້ງເປັນກຸ່ມຄົ້ນຄວ້າຕາມຮູບແບບການຝຶກອົບຮົມ, ສາມາດແລກປ່ຽນບົດຮຽນເຊິ່ງກັນ ແລະກັນຢ່າງກົງໄປກົງມາ ແລະເລິກເຊິ່ງຕໍ່ກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ໃນວາລະດັ່ງກ່າວ ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ ໂດຍ ທ່ານ ປອ ຄໍາຫຼ້າ ລໍວານໄຊ ຫົວໜ້າກົມກວດກາ ແລະໃນຕອນທ້າຍພິທີ ທ່ານປະທານໄດ້ເນັ້ນໜັກ ຄື: ຮຽກຮ້ອງມາຍັງບັນດາຜູ້ເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ນຳເອົາບັນດາເນື້ອໃນຈິດໃຈ, ບົດຮຽນປະສົບການ, ບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງໄປຄົ້ນຄວ້າເຊື່ອມຊຶມໃຫ້ເລິກເຊິ່ງ ແລະດຳເນີນການຈັດຕັ້ງເຜີຍແຜ່, ຕໍ່ຖັນແຖວພະນັກງານ, ສະມາຊິກພັກ ກໍຄືການຈັດຕັ້ງພັກ-ລັດ ຢູ່ແຕ່ລະພາກສ່ວນ ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ໂດຍຕິດພັນກັບຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ຂອງອົງຄະນະພັກສະຖາບັນ ເພື່ອເຮັດໃຫ້ວຽກງານຕ້ານການສໍ້ລາດບັງຫຼວງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກໆຂະບວນການ ຂອງສະຖາບັນ ໃຫ້ໄດ້ຮັບຜົນດີ.

ພາບ/ຂ່າວ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ