ໃນຕອນເຊົ້າວັນທີ 20 ມີນາ 2025 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຈັດພິທີເລົ່າມູນເຊື້ອ 70 ປີ ວັນສ້າງຕັ້ງພັກປະປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີພະນັກງານ, ຄູ-ອາຈານ, ພະນັກງານບໍານານ, ນັກສຶກສາປະລິນຍາໂທ ຮຸ່ນທີ XX (ຫ້ອງ ກ, ຂ), ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ VI-VII ແລະນັກສຶກສາຂັ້ນກາງ ຮຸ່ນທີ IV ເຂົ້າຮ່ວມທັງໝົດ 388 ທ່ານ, ຍິງ 127 ທ່ານ.
ໃນພິທີ, ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ພ້ອມທັງໃຫ້ກຽດເລົ່າເລົ່າມູນເຊື້ອ 70 ປີ ວັນສ້າງຕັ້ງພັກປະປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ການຈັດປາຖະກະຖາໃນຄັ້ງນີ້ ເພື່ອເປັນການທົບທວນມູນເຊື້ອ ແລະໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ພາຍໃຕ້ການນໍາພາ ຂອງພັກ ພ້ອມທັງລະນຶກເຖິງຄຸນງາມຄວາມດີ ແລະນໍ້າໃຈເສຍສະຫຼະ ຂອງບັນດານັກຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດໃນຂະບວນການປະຕິວັດຜ່ານມາ ແລະເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກເຮົາ ເຂົ້າໃນການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕາມທິດສັງຄົມນິຍົມ, ຄວາມເປັນມາ ແລະການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດຊາດ ປະຊາທິປະໄຕ, ສືບຕໍ່ນໍາພາການຈັດ ຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ ແລະເປັນອົງການຈັດຕັ້ງທີ່ເປັນກອງນໍາໜ້າ ແລະເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ທີ່ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ແລະສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ເສດຖະກິດ-ສັງຄົມ ຂອງລາວດີຂຶ້ນຢ່າງຕໍ່ເນື່ອງ ແລະຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ດີຂຶ້ນຢ່າງຕໍ່ເນື່ອງ.
ໃນວາລະດັ່ງກ່າວ, ທ່ານ ປທ ນາງ ພອນໄຊ ລາດຊະວົງ ຫົວໜ້າກົມຈັດຕັ້ງ-ພະນັກງານ, ໄດ້ຂຶ້ນຜ່ານບັນດາມະຕິ, ຂໍ້ຕົກລົງ ແລະລັດຖະດໍາລັດຕ່າງໆ ຄື:
1). ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກທີ 457/ຄລສພ, ລົງວັນທີ 14 ມີນາ 2025 ແລະປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-21 ມີນາ 2025) ໃຫ້ ສະມາຊິກພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທີ່ມີຜົນງານຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈໍານວນທັງໝົດ 38 ທ່ານ ຄື: ສະມາຊິກພັກບໍານານ ຈໍານວນ 35 ທ່ານ, ຍິງ 12 ທ່ານ; ສະມາຊິກພັກປະຈຳການ ຈໍານວນ 03 ທ່ານ.
2). ຂໍ້ຕົກລົງ ເລກທີ 74/ຄຈສພ, ລົງວັນທີ 13 ມີນາ 2025 ວ່າດ້ວຍການມອບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນຂະແໜງຈັດຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 19 ທ່ານ, ຍິງ 14 ທ່ານ.
3). ລັດຖະດໍາລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 034/ປປທ ລົງວັນທີ 19 ມີນາ 2025, ວ່າດ້ວຍການມອບຫຼຽນໄຊແຮງງານ ຊັ້ນ III ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ.
4). ລັດຖະດໍາລັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເລກທີ 003/ປປທ ລົງວັນທີ 19 ມີນາ 2025, ວ່າດ້ວຍການມອບຫຼຽນໄຊພັດທະນາ ຊັ້ນ III ໃຫ້ບໍລິສັດ ສະເປດຊ໌-ເອັດສ໌ ຈໍາກັດຜູ້ດຽວ.
ໃນຕອນທ້າຍພິທີປະທານໄດ້ຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະນັກນັກສຶກສາທັງໝົດ ທົ່ວ ສມປຊ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະການເຄື່ອນໄຫວຂອງພັກ, ຢຶດໝັ້ນໃນຊົນຊັ້ນກໍາມະກອນ ແລະຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ ຂອງປະຊາຊົນ ແລະສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດ ແລະຮຽກຮ້ອງມາຍັງພະນັກງານທີ່ເຂົ້າບໍານານ ໃຫ້ສືບຕໍ່ເສີມຂະຫຍາຍບົດບາດຄວາມສາມັກຄີໃນການສຶກສາອົບຮົມລູກຫຼານ ເພື່ອປະກອບສ່ວນໃນການປະຕິບັດວຽກງານຂອງພັກຂອງລັດ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ