ໂດຍປະຕິບັດຕາມແຜນການຈັດຕັ້ງປະຕິບັດໂຄງການຫຼັກສູດ ທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III , ສະບັບເລກທີ 36/ຮມປຂ, ລົງວັນທີ 13 ມິຖຸນາ 2023, ອີງຕາມໃບສະເໜີ ຂອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ເລື່ອງ: ຂໍເອົາຄະນະ ຄູ-ອາຈານ, ນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ໄປຖອດຖອນບົດຮຽນ ທີ່ເມືອງພູກູດ, ສະບັບ ເລກທີ 66/ຮມປຂ , ຊຽງຂວາງ, ວັນທີ 21 ມີນາ 2025.
ໃນຕອນເຊົ້າວັນທີ 27 ມີນາ 2025 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງພູກູດ ໄດ້ພົບພະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ກັບການນໍາເມືອງພູກູດ ນໍາໂດຍທ່ານ ປທ ບຸນຊູ ອິດທິພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຊຽງຂວາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາທິດສະດີການເມືອງ ຂັ້ນກາງ ຮຸ່ນທີ III ຈໍານວນ 70 ທ່ານມາທັດສະນະສຶກສາ ຖອດຖອນບົດຮຽນດ້ານທິດສະດີຕິດພັນກັບພຶດຕິກໍາຕົວຈິງ ກ່ຽວກັບການກໍ່ສ້າງພັກພະນັກງານ ແລະການພັດທະນາເສດຖະກິດສັງຄົມ ເປັນກຽດໃນການຕ້ອນຮັບທິມງານຄູ-ອາຈານ ແລະນັກ ສຶກທິດສະດີການເມືອງ ຂັ້ນກາງ ຮຸ່ນ III ແລະເຂົ້າຮ່ວມພິທີ ໂດຍທ່ານ ຄໍາພາ ພິລາວົງ ເລຂາພັກເມືອງ ເຈົ້າເມືອງພູກູດ ພ້ອມຄະນະ ແລະມີຫົວໜ້າ, ຮອງຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ພະນັກງານພາຍໃນເມືອງຕ້ອນຮັບຢ່າງອົບອຸ່ນ, ມີຜູ້ເຂົ້າຮ່ວມທັງໝົດ 85 ທ່ານ ຍິງ 26 ທ່ານ.
ໂອກາດດັ່ງກ່າວ ທ່ານ ຄໍາພາ ພິລາວົງ ເລ ຂາພັກເມືອງ ເຈົ້າເມືອງພູກູດ ໄດ້ກ່າວຕ້ອນຮັບທິມງານທີ່ມາທັດສະນະສຶກສາ ແລະຖອດຖອນບົດຮຽນຢູ່ເມືອງພູກູດ. ຈາກນັ້ນທ່ານ ຄໍາພາ ພິລາວົງ ເລຂາພັກເມືອງ ເຈົ້າ ເມືອງພູກູດ ກໍໄດ້ຜ່ານບົດລາຍງານສະພາບການຊີ້ນໍາ-ນໍາພາຮອບດ້ານ ໃນໄລຍະຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ມີການເໜັງຕິງສິນຄ້າ ແລະອັດຕາເງິນເຟີ້ ເຊິ່ງມັນໄດ້ສົ່ງຜົນກະທົບ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ແລະຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າຢ່າງໜັກໜ່ວງ, ເຖິງຢ່າງໃດກໍຕາມ ດ້ວຍຄວາມພະຍາຍາມ ຂອງອົງການປົກຄອງເມືອງ ໄດ້ສຸມໃສ່ບັນດາຂະແໜງການໃຫ້ຫັນເປັນແຜນງານ, ແຜນການປະຕິບັດຢ່າງເປັນຮູບປະທໍາ ແລະບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ເຊິ່ງເມືອງພູກູດ ໄດ້ກໍານົດ 3 ບຸລິມະສິດໃຫຍ່ໃນການພັດທະນາ ຄື: ສົ່ງເສີມການລ້ຽງສັດໃຫຍ່ເປັນສິນຄ້າ, ການປຸງແຕ່ງອຸດສາຫະກໍາ ແລະການບໍລິການ.
ຫຼັງຈາກນັ້ນ, ໃນພິທີກໍໄດ້ແລກປ່ຽນບົດຮຽນ ກ່ຽວກັບການກໍ່ສ້າງພັກພະນັກງານໃນການນໍາພາຄຸ້ມຄອງຢູ່ພາຍໃນເມືອງ, ແລກປ່ຽນການຂຸດຄົ້ນແຮ່ທ່າດຕ່າງໆ ແລະຜົນສໍາເລັດ ກ່ຽວກັນການຈັດກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ ສະໄໝທີ VII ຕື່ມອີກ. ຈາກນັ້ນ, ຄະນະທີມງານຄູອາຈານ ແລະນັກສຶກສາໄດ້ມອບກະຕ່າຂອງຂວັນໃຫ້ເລຂາພັກເມືອງ ເຈົ້າເມືອງພູກູດ ພ້ອມທັງໄດ້ຖ່າຍຮູບລວມ ເພື່ອເປັນທິລະນຶກ ແລະຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບເຊິ່ງກັນ ແລະກັນ. ພ້ອມກັນນັ້ນ, ຍັງໄດ້ຂຶ້ນໄປທ່ຽວຊົມພູກູດຈອມເຫຼັກ ວິລະຊົນ ເພື່ອທົບທວນຫວນຄືນມູນເຊື້ອການຕໍ່ສູ້ປົດປ່ອຍຊາດ ໃນສະໄໝກ່ອນຈົນເຖິງທຸກວັນນີ້.

ຂ່າວ/ພາບ: ນາງ ຄໍາເພັດ ບຸນນະຈັນ
(ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ)
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ