ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 02 ເມສາ 2025, ສະນັ້ນໃນວັນທີ 3 ເມສາ ເວລາ 7:30 ໂມງ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນຳໂດຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູງກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ, ມີຊຸດຝຶກອົບຮົມການນຳຂັ້ນສູງ ຮຸ່ນທີ 1, ຈຳນວນ 43 ທ່ານ, ຍິງ 9 ທ່ານ ແລະນັກສຶກສາ ປະລິນຍາໂທ ຮຸ່ນທີ 20 ໄດ້ກົ້ມຫົວໄວ້ອາໄລ ແລະເອົາທຸງຊາດ ແລະ ທຸງພັກ ລົງເຄິ່ງເສົາ ນັບແຕ່ວັນທີ 03-07 ເມສາ 2025.