ໃນວັນທີ 31 ມີນາ 2025 ທ່ານ ປອ ນາງ ໄກສອນ ຈັນສີນາ, ຄະນະພັກ ສມປຊ, ຫົວໜ້າຫ້ອງການ ໄດ້ໄປຕ້ອນຮັບຄະນະຜູ້ແທນການນໍາ ຈາກສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ ຈໍານວນ 15 ທ່ານ ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອມາພົບປະ ແລະເຮັດວຽກຮ່ວມກັບຄະນະຜູ້ແທນການນໍາ ຂອງແຕ່ລະສະຖາບັນການສຶກສາ ຢູ່ນະຄອນຫຼວງວຽງຈັນ ແລະຕ່າງແຂວງ ເປັນເວລາ 6 ວັນ ນັບແຕ່ວັນທີ 31 ມີນາ-05 ເມສາ 2025.
ຈຸດປະສົງໃນການເດີນທາງມາພົບປະໃນຄັ້ງນີ້ ມີດັ່ງນີ້:
1). ຈັດກອງປະຊຸມສອງຝ່າຍ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ທີ່ຫ້ອງປະຊູມຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສມປຊ ເພື່ອແລກປ່ຽນວຽກງານກໍ່ສ້າງ ແລະບໍາລຸງພະນັກງານ, ປຶກສາແຜນການຮ່ວມມື ລະຫວ່າງສອງຝ່າຍ: ແຜນແລກປ່ຽນຄະນະຜູ້ແທນ ປະຈໍາປີ 2025, ວຽກງານໂຄງການກໍ່ສ້າງສະຖາບັນພາກໃຕ້, ວຽກງານການຈັດກອງປະຊຸມສໍາມະນາວິທະຍາສາດ 4 ຝ່າຍ ຢູ່ ສສ ຫວຽກນາມ; ເຊິ່ງມີຜູ້ເຂົ້າຮ່ວມ ຝ່າຍຫວຽດນາມ ຈໍານວນ 15 ທ່ານ ນໍາໂດຍທ່ານ ຮສ ປອ ເຢືອງ ຈູງ ອີ້, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຫົວໜ້າແຜນງານ 621; ຝ່າຍລາວ ນໍາໂດຍທ່ານ ປອ ດາວສະຫວັນ ເຄືອມີໄຊ, ຄະນະປະຈໍາພັກ, ຮອງຫົວໜ້າ ສມປຊ ພ້ອມດ້ວຍບັນດາຫົວໜ້າກົມ, ຄະນະ, ສູນ ຈໍານວນ 15 ທ່ານ;
2). ຄະນະຜູ້ແທນເຮັດວຽກຢູ່ຄະນະຈັດຕັ້ງສູນກາງພັກ ເພື່ອແລກປ່ຽນ, ກວດກາຄືນ, ສໍາຫຼວດຄວາມຕ້ອງການ, ເປົ້າໝາຍ, ເນື້ອໃນບັນດາຫຼັກສູດການກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ໂດຍການຕ້ອນຮັບ ຂອງທ່ານ ປອ ວິສຸກ ພົມພິທັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍກົມກ່ຽວຂ້ອງ;
3). ຄະນະຜູ້ແທນເຮັດວຽກ ຢູ່ກະຊວງສຶກສາທິການ ແລະ ກິລາ ເພື່ອແລກປ່ຽນ, ກວດກາຄືນ, ສໍາຫຼວດຄວາມຕ້ອງການ, ເປົ້າໝາຍ, ເນື້ອໃນບັນດາຫຼັກສູດການກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ໂດຍການຕ້ອນຮັບ ຂອງທ່ານ ສໍາລານ ພັນຄະວົງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍກົມກ່ຽວຂ້ອງ;
4). ຄະນະຜູ້ແທນ ຢ້ຽມຢາມ ແລະເຮັດວຽກ ຢູ່ສະຖານທູດຫວຽດນາມ ປະຈໍາລາວ; ຊຶ່ງໃຫ້ກຽດຕ້ອນຮັບຄະນະ ໂດຍທ່ານ ຫງວຽນມິງເຕິມ, ເອກອັກຄະລະສະທູດ ສສ ຫວຽດນາມ ປະຈໍາລາວ;
5). ເຂົ້າຢ້ຽມຢາມ ແລະເຮັດວຽກ ກັບການນໍາ ຂອງແຂວງອຸດົມໄຊ ເພື່ອແລກປ່ຽນ, ກວດກາຄືນ, ສໍາຫຼວດຄວາມຕ້ອງການ, ເປົ້າໝາຍ, ເນື້ອໃນບັນດາຫຼັກສູດການກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ໂດຍການຕ້ອນຮັບ ຂອງທ່ານ ບຸນຄົງ ຫຼ້າຈຽມພອນ, ກໍາມະການສໍາຮອງສຸນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງ;
6). ເຂົ້າຢ້ຽມຢາມ ແລະເຮັດວຽກ ຢູ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງອຸດົມໄຊ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງ ແລະການເຄື່ອນໄຫວ ຂອງໂຮງຮຽນການເມືອງ ແລະການປົກຄອງ ແຂວງອຸດົມໄຊ ໂດຍຫຍໍ້; ຮັບຟັງການລາຍງານໝາກຜົນການກໍ່ສ້າງ, ບໍາລຸງພະນັກງານ ທີ່ໄດ້ຮັບທຶນການສຶກສາຈາກ ສສ ຫວຽດນາມ; ໂດຍການຕ້ອນຮັບ ຂອງທ່ານ ຄໍາຟອງ ພັດທະມາວົງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງອຸດົມໄຊ ພ້ອມດ້ວຍພະນັກງານ, ຄູອາຈານ ຂອງໂຮງຮຽນ;
7). ເຂົ້າຢ້ຽມຢາມ ແລະເຮັດວຽກກັບການນໍາ ຂອງແຂວງຫຼວງພະບາງ ເພື່ອແລກປ່ຽນ, ກວດກາຄືນ, ສໍາຫຼວດຄວາມຕ້ອງການ, ເປົ້າໝາຍ, ເນື້ອໃນບັນດາຫຼັກສູດການກໍ່ສ້າງ, ບໍາລຸງໃຫ້ແກ່ພະນັກງານນໍາພາ, ຄຸ້ມຄອງ ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ ສມປຊ; ໂດຍການຕ້ອນຮັບ ຂອງທ່ານ ສຸກັນ ບຸນຍົງ, ຮອງເລຂາພັກແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ພາບ: ນ. ທິດດາວອນ ດວງປະເສິດ
ຂ່າວ: ປທ ວຽງສະຫວັນ ຈັນທະວີໄຊ