ວັນທີ 20-21 ຕຸລາ 2020 ໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປືເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາທິດສະດີການເມືອງແລະການປົກຄອງລະບົບຊັ້ນກາງຮຸ່ນທີXIຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ຄະນະໂຮງຮຽນ, ຫົວໜ້າຂະແໜງ ແລະຮອງຂະແໜງພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.

          ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 51ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ໃນກົມກອງ ແລະກັບຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາຮຸ່ນອື່ນໆທີ່ໄດ້ຂຽນຜ່ານຂັ້ນສຸດທ້າຍແລ້ວ. ການຄົ້ນຄວ້າໃນຄັ້ງນີ້, ຄູ-ອາຈານແຕ່ລະທ່ານໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະຫົວຂໍ້ບົດປ້ອງກັນຢ່າງກົງໄປກົງມາ ແລະຕົກລົງເປັນເອກະພາບຮັບຮອງເອົາ 51 ຫົວຂໍ້ເພື່ອນໍາສະເໜີສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ຄົ້ນຄວ້າຕົກລົງໃຫ້ນັກສຶກສາລະບົບຊັ້ນກາງຮຸ່ນທີ XI ຈໍານວນ 51 ທ່ານ, ຍິງ11 ທ່ານ ນໍາມາເປັນຫົວຂໍ້ຄົ້ນຄວ້າຂຽນບົດຈົບຊັ້ນໃນຊຸດຮຽນດັ່ງກ່າວ.

ຂ່າວ/ພາບ: ນາງ ດາວອນ ອ່ອນໄຊວຽງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ