ໃນວັນທີ 1 ທັນວາ 2020, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/2020) ແລະສະຫຼຸບຜົນງານປະຈຳປີ 2020 ໂດຍພາຍໃຕ້ການເປັນປະທານໃນພິທີຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ມີບັນດາຫົວໜ້າ, ຮອງຫົວໜ້າຈາກ 12 ພາກສ່ວນຂັ້ນກົມຂອງ ສມປຊ, ມີພະນັກງານ, ຄູ-ອາຈານ ແລະຄະນະພັກ, ຄະນະຫ້ອງຂອງນັກສຶກສາແຕ່ລະຮຸ່ນເຂົ້າຮ່ວມກັນຢ່າງພ້ອມພຽງ.

ທ່ານ ປທ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບການ ເຄື່ອນໄຫວຕະຫຼອດໄລຍະປີ 2020 ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດປະກອບມີ: 12 ໜ່ວຍງານທຽບເທົ່າ, ມີ 38 ພະແນກ, ມີພະນັກງານທັງໝົດ 237 ຄົນ, ຍິງ 102 ຄົນ, ມີຮອງສາດສະດາຈານ 2 ຄົນ, ປະລິນຍາເອກ 17 ຄົນ, ຍິງ 5 ຄົນ, ປະລິນຍາໂທ 71 ຄົນ, ຍິງ 29 ຄົນ, ປະລິນຍາຕີ 139 ຄົນ, ຍິງ 67 ຄົນ, ຊັ້ນສູງ 6 ຄົນ, ຍິງ 2 ຄົນ, ຊັ້ນກາງ 3 ຄົນ, ຍິງ 1 ຄົນ, ຊັ້ນຕົ້ນ 3 ຄົນ. ເຊິ່ງໃນໄລຍະ 1 ປີຜ່ານມາໄດ້ມີຜົນສໍາເລັດຄື:
- ວຽກອົບຮົມການເມືອງ-ແນວຄິດແມ່ນໄດ້ເຊື່ອມຊຶມມະຕິຄໍາສັ່ງ ແລະເອກະສານຕ່າງໆທັງໝົດ 3 ເທື່ອມີຜູ້ເຂົ້າຮ່ວມ 2.163 ຄົນ, ຈັດຕັ້ງການປາຖະກະຖາເລົ່າມູນເຊື້ອໂດຍຕິດພັນກັບການຈັດຕັ້ງພິທີສະ ເຫຼີມສະຫຼອງວັນສຳຄັນຕ່າງໆທັງໝົດ 4 ຄັ້ງ, ມີຜູ້ເຂົ້າຮ່ວມ 1.770 ເທື່ອຄົນ. ນອກນັ້ນ, ໄດ້ແຕ່ງຕັ້ງພະນັກງານໃສ່ຕຳແໜ່ງບໍລິ ຫານຂັ້ນຕ່າງໆ ຈຳນວນ 13 ຕຳແໜ່ງ ເຊັ່ນ: ຮັກສາການຫົວໜ້າກົມ ຫຼື ທຽບເທົ່າຈຳນວນ 2 ຕຳແໜ່ງ, ຫົວໜ້າພະແນກ ຫຼື ທຽບເທົ່າ 2 ຄົນ, ຮອງຫົວໜ້າພະແນກ ຫຼື ທຽບເທົ່າ 7 ຄົນ, ຍິງ 2 ຄົນ. ທຽບໃສ່ແຜນການສາມາດຈັດຕັ້ງປະຕິບັດໄດ້ 56,52%.
- ວຽກງານແຂ່ງຂັນ-ຍ້ອງຍໍແມ່ນສາມາດປະຕິບັດຕາມແຜນການທີ່ວາງໄວ້ ໂດຍນັກສຶກສາທັງໝົດທີ່ຈົບໃນສົກ 2019-2020 ຈໍານວນ 336 ຄົນ ແລະສາມາດຄັດເລຶອກ ເປັນນັກສຶກສາຮຽນເກັ່ງມີວິໄນດີ, ຈໍານວນ 234ຄົນ ປະເພດ I ຈໍານວນ 71 ຄົນ, ຍິງ 17 ຄົນ; ປະເພດ II ຈໍານວນ 109 ຄົນ, ຍິງ 31 ຄົນ; ປະເພດ III ຈໍານວນ 55 ຄົນ, ຍິງ 9 ຄົນ; ຄະນະພັກຄະນະຫ້ອງໃນການຊີ້ນໍານໍາພາຫ້ອງຮຽນ ປະເພດ I ຈໍານວນ 19 ຄົນ, ຍິງ 7 ຄົນ, ປະເພດ II ຈໍານວນ 6 ຄົນ, ຍິງ 1 ຄົນ ແລະຫ້ອງຮຽນດີເດັ່ນປະເພດ I ຈໍານວນ 3 ຫ້ອງ ແລະປະເພດ II ຈໍານວນ 3 ຫ້ອງ.
– ວຽກການຄົ້ນຄວ້າວິທະຍາສາດທັງໝົດຈໍານວນ 22 ຫົວຂໍ້ໃຫຍ່ ມີ 79 ຫົວຂໍ້ຍ່ອຍ, ບົດປະກອບຄຳເຫັນ ຈຳນວນ 4 ບົດ ແລະສໍາເລັດການເກັບກໍາບົດວິທະຍາສາດສ້າງເປັນປື້ມຈໍານວນ 1 ເຫຼັ້ມ, ລາຍລະອຽດມີຄື:
+ ຊີ້ນໍາການຂຽນບົດນັກສຶກສາທຸກຮຸ່ນທຸກລະບົບຮຽນ ທັງພາຍໃນ ແລະພາຍນອກ ໄດ້ທັງໝົດ 486 ບົດ, ຂຽນບົດວິທະຍາສາດ ໄດ້ 113 ບົດ, ວາລະສານ ໄດ້ 19 ບົດ, ປື້ມຕຳລາຮຽນໄດ້ 9 ວິຊາ, ສ້າງຫຼັກສູດໄດ້ 3 ຫຼັກສູດ (ຫຼັກສູດທິດສະດີການເມືອງ ຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ).
+ ຂຽນປະຫວັດສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 12 ຫົວຂໍ້ໃຫຍ່ 38 ຫົວຂໍ້ຍ່ອຍ.
+ ຂຽນບົດວິທະຍາສາດຫົວຂໍ້: ລົງເລິກແຕ່ລະຂະແໜງການ ຈຳນວນ 6 ຫົວຂໍ້ໃຫຍ່ 19 ຫົວຂໍ້ຍ່ອຍ.
+ ຄົ້ນຄວ້າວິທະຍາສາດ 3 ຝ່າຍ ຫົວຂໍ້: ສ້າງກຳລັງປະກອບອາວຸດປະຕິວັດປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະທັນສະໄໝ ມີ 1 ຫົວຂໍ້ໃຫຍ່, ມີ 2 ຫົວຂໍ້ຍ່ອຍ, ແລະບົດປະກອບຄໍາເຫັນ 1 ບົດ; ຫົວຂໍ້: ບົດບາດຊາວໜຸ່ມ ໃນການພັດທະນາ ສມປຊ.
ຕໍ່ກັບຜົນງານທີ່ພະນັກງານທົ່ວ ທີ່ ສມປຊ ເຮັດສໍາເລັດໃນໄລຍະ 1 ປີຜ່ານມານັ້ນ, ກົມຈັດຕັ້ງ-ພະນັກງານໄດ້ຈັດພິທີຍ້ອງຍໍໃຫ້ພະນັກງານບໍລິຫານທົ່ວ ສມປຊ ເຊິ່ງສະແດງອອກດັ່ງນີ້: ຜູ້ທີ່ໄດ້ຮັບການຍ້ອງຍໍພະນັກງານດີເດັ່ນ ປະເພດ I ມີ 55 ຄົນ, ຍິງ 21 ຄົນ, ປະເພດ II ມີ 56 ຄົນ, ຍິງ 26 ຄົນ, ປະເພດ III ມີ 30 ຄົນ, ຍິງ 16 ຄົນ

ຕໍ່ກັບຜົນງານດັ່າວກ່າວ, ທ່ານ ຮສ ພູວົງ ອຸ່ນຄຳແສນ ໄດ້ສະແດງຄວາມຊົມເຊີຍຕໍ່ກັບພະນັກງານ, ທີ່ໄດ້ທຸ່ມເທແຮງສະຕິປັນຍາ ເຂົ້າໃນໜ້າທີ່ວຽກງານການເມືອງຂອງ ສມປຊ ຈຶ່ງເຮັດໃຫ້ຜົນງານອອກ ມາໄດ້ທັງປະລິມານ ແລະຄຸນນະພາບ, ແຕ່ເພື່ອເປັນການສືບຕໍ່ ແລະໃຫ້ທິດຊີ້ທາງວຽກງານໃນຕໍ່ໜ້າປະທານປະທານພິທີ ໄດ້ໂອ້ລົມເນັ້ນໃຫ້ ປັບປຸງການຈັດຕັ້ງ, ເພີ່ມທະວີການຄົ້ນຄວ້າວິທະຍາສາດໃຫ້ມີຄຸນນະພາບສູງ, ສາມາດສະໜອງຂໍ້ມູນຮັບໃຊ້ໃຫ້ແກ່ລະບົບການຮຽນ-ການສອນ ແລະຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຄຽງຄູ່ກັບການສ້າງ ແລະປັບປຸງບັນດາລະບົບພື້ນຖານໂຄງລ່າງ, ສະໜອງວັດຖຸອຸປະກອນທີ່ຈຳເປັນດ້ວຍການຂຸດຄົ້ນ ແລະນຳໃຊ້ທຶນທີ່ມີຢ່າງຈຳກັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການປະຕິບັດໜ້າທີ່ການເມືອງຂອງສະຖາບັນໃຫ້ມີລັກສະນະຄົບຖ້ວນ ແລະມີຄຸນະພາບດີຂຶ້ນກວ່າເກົ່າ ເພື່ອເຂົ້າສູ່ຄວາມທັນສະໄໝເທື່ອລະກ້າວ.
ຂ່າວ: ຕາອັອດ ແສນທະວີສຸກ
ພາບ: ນ. ທິດດາວອນ ດວງປະເສີດ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ