ເພື່ອເປັນການເສີມຂະຫຍາຍແນວຄິດໄກສອນ ພົມວິຫານ ກ່ຽວກັບຂົງເຂດວັດທະນາທຳ-ສັງຄົມ ໃຫ້ທົ່ວທຸກຊັ້ນຄົນໄດ້ເຂົ້າໃຈ ແລະ ຮັບຮູ້, ເລິກເຊິ່ງ ແລະ ທົ່ວເຖິງນັ້ນ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ໃນຕອນເຊົ້າຂອງວັນທີ 10 ມີນາ 2021, ທີ່ຫ້ອງປະຊຸມໃຫຍ່ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ພາຍໃຕ້ຫົວຂໍ້: “ແນວຄິດໄກສອນ ພົມວິຫານກ່ຽວກັບ ການປ່ຽນແປງໃໝ່ໃນຂົງເຂດວັດທະນາທຳ-ສັງຄົມ”, ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມ ໂດຍທ່ານ ປອ ຄຳພັນ ພົມມະທັດ, ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ທ່ານ ປອ ຄຳພັນ ເຜີຍຍະວົງ, ເລຂາທິການສູນກາງພັກ, ຫົວໜ້າຄະນະ

ໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນຄະນະປະທານ; ມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ປອ ສອນທະນູ ທຳມະວົງ, ກຳມະການສູນກາງພັກ, ປະທານສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ມີ ທ່ານ ຮສ. ພູວົງ ອຸ່ນຄຳແສນ, ກຳມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງຫົວໜ້າຄະນະ, ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ນອກຈາກນີ້ ຍັງມີບັນດາທ່ານພະນັກງານການນຳຫຼັກແຫຼ່ງຈາກບັນດາກະຊວງ, ອົງການຂັ້ນສູນກາງ ແລະ ດາທ່ານໃນຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ເຂົ້າຮ່ວມ ຈຳນວນ 200 ກວ່າຄົນ.

ເຊິ່ງຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນເພື່ອຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 058/ກມສພ, ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆ ຂອງພັກ ​ແລະ ຂອງຊາດ ເປັນຕົ້ນແມ່ນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ ແລະ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ຕ້ອນຮັບກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດຊຸດທີ IX.

ສະຫາຍ ຄຳພັນ ພົມມະທັດ ໄດ້ກ່າວວ່າ: ຊາດ​ລາວ​ ເປັນຊາດໜຶ່ງທີ່ມີ​ວັດ​ທະ​ນະ​ທຳ​ທີ່​ສວຍ​ງາມ​ລ້ຳ​ເລີດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ; ມີ​ກິດ​ຈະ​ກຳ​ທາງ​ດ້າ​ນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ, ວິ​ຈິດ​ບັນ​ຈົງ ແລະພິດ​ສະ​ດານ, ມີ​ວັດ​ວາ​ອາ​ຮາມ, ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ລື​ຊື່​ເປັນ​ຈຳ​ນວນຫຼວງຫຼ​າຍຢັງ​ຢາຍ​ແຕ່​ເໜືອ​ຮອດ​ໃຕ້, ມີ​ວັນ​ນະ​ຄະ​ດີ, ວັນ​ນະ​ກຳ, ກາບກອນ ທຳ​ນອງ​ບົດ​ລຳເຊີ້ງ ແລະ ດົນ​ຕີ​ທີ່​ສືບ​ທອດ​ກັນ​ມາ​ ແຕ່​ບູ​ຮານ​ນະ​ການ… ສິ່ງ​ເຫຼົ່າ​ນີ້​ເຮັດ​ໃຫ້​ລັກ​ສະ​ນະ​ຊາດ​ ຂອງ​ລາວ​ມີ​ເອ​ກະ​ລັກ​ໂດດ​ເດັ່ນ​ທີ່​ສຸດ. ວັດ​ທະ​ນະ​ທຳ​ລາວ​ແມ່ນ​ອົງ​ປະ​ກອບ​ໜຶ່ງ​ທີ່​ສຳ​ຄັນ​ ຂອງ​ການ​ພັດ​ທະ​ນາ​ຊີ​ວິດ​ສັງ​ຄົມ​ລາວ. ເຊິ່ງໄລຍະຜ່ານມາປະທານໄກສອນ ພົມວິຫານ ແລະ ພັກເຮົາໄດ້ໃຫ້ທິດຊີ້ນຳເປັນແຕ່ລະໄລຍະ ອັນໄດ້ສ້າງພື້ນຖານສຳຄັນທາງດ້ານທິດສະດີ ແລະພຶດຕິກຳ ໃຫ້ແກ່ການປັບປຸງວຽກງານວັດທະນະທຳ ຂອງພັກໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງປະເທດ. ປະທານກອງປະຊຸມ ຍັງໄດ້ຕີລາຄາສູງ ​ແລະ​ເຊື່ອ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ວ່າ​ ກອງ​ປະຊຸມສຳມະນາວິທະຍາສາດລະດັບ​ຊາດ ໃນ​ເທື່ອ​ນີ້ ​ຈະ​ເປັນ​ກອງ​ປະຊຸມທີ່​ມີ​ຄວາມ​ໝາຍ​ສຳຄັນ ທັງ​ໃນ​ດ້ານ​ທິດ​ສະ​ດີ ​ແລະພຶດຕິ​ກຳ ​ແລະ​ເປັນ​ປະ​ໂຫຍ​ດ​ໃຫຍ່​ຫຼວງ​ແທດ​ຕົວ​ຈິ​ງ ຮັບ​ໃຊ້​ໃຫ້​ແກ່​ການປັບປຸງວຽກງານວັດທະນະທຳໃນປັດຈຸບັນ.

ໃນກອງປະຊຸມບັນດານັກວິທະຍາສາດ ໄດ້ພັດປ່ຽນກັນນຳສະເໜີຜົນການຄົ້ນຄວ້າ ຂອງຕົນເອງ ໂດຍສອດຄ່ອງກັບວິທີວິທະຍາ ຂອງການຄົ້ນຄວ້າ ເຊິ່ງສາມາດຍົກໃຫ້ເຫັນເນື້ອໃນແນວຄິດພື້ນຖານ ຂອງປະທານ ໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວັດທະນະທຳ-ສັງຄົມ, ເປັນຕົ້ນແມ່ນແນວຄິດໄກສອນ ພົມວິຫານ ກ່ຽວກັບການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະຮັບເອົາວັດທະນະທຳອັນຍອດຍິ່ງ ຂອງມວນມະນຸດ; ການສຶກສາ; ສິລະປະວັນນະຄະດີ; ວິຖີຊີວິດ ແລະຮີດຄອງປະເພນີ ຂອງປະຊາຊົນບັນດາເຜົ່າ ແລະແນວຄິດໄກສອນ ພົມວິຫານ ກ່ຽວກັບວັດທະນະທຳ, ໂດຍຍົກໃຫ້ເຫັນສະພາບແວດລ້ອມການກຳເນີດ, ເນື້ອໃນ, ຄຸນຄ່າ ແລະການເສີມຂະຫຍາຍແນວຄິດ ຂອງເພິ່ນ ທີ່ໄດ້ຊີ້ນຳ ແລະນຳພາການຈັດຕັ້ງປະຕິບັດວຽກງານວັດທະນະທຳ-ສັງຄົມ ໃນແຕ່ລະໄລຍະ.

ບັນດານັກວິທະຍາສາດ ລ້ວນແລ້ວແຕ່ຢືນຢັນ ໃຫ້ເຫັນເຖິງຄຸນຄ່າທາງດ້ານທິດສະດີ ແລະພຶດຕິກຳ ຂອງແນວຄິດຊີ້ນຳດັ່ງກ່າວ ທີ່ຍັງສອດຫ້ອຍ ແລະຊີ້ນຳການເຄື່ອນໄຫວຕົວຈິງຂອງວຽກງານວັດທະນະທຳ-ສັງຄົມໃນປັດຈຸບັນ. ເຊິ່ງປະທານໄກສອນ ພົມວິຫານ ໄດ້ສະຫຼຸບໃຫ້ພວກເຮົາເຫັນວ່າ: “ເສຍວັດທະນະທຳ ກໍ່ພາໃຫ້ເສຍຊາດ” ສະນັ້ນ, ຕ້ອງປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ ແລະຮັບເອົາວັດທະນະທຳອັນຍອດຍິ່ງ ຂອງມວນມະນຸດ, ປະທານໄກສອນ ພົມວິຫານ ໄດ້ເວົ້າວ່າ: “ສືບທອດ ແລະເສີມຂະຫຍາຍມໍລະດົກທາງດ້ານວັດທະນະທຳອັນລ້ຳຄ່າຂອງຊາດ, ຂອງເຜົ່າຕ່າງໆ. ພ້ອມກັນນັ້ນ, ກໍ່ຕ້ອງລົບລ້າງຮີດຄອງປະເພນີອັນຫຼ້າຫຼັງ ໂດຍສະເພາະແມ່ນ ຕ້ອງເດັດດ່ຽວລົບລ້າງຮ່ອງຮອຍເສດເຫຼືອທາງດ້ານແນວຄິດ ແລະວັດທະນະທຳ ຂອງຊົນຊັ້ນສັກດິນາ ແລະຂອງພວກລ່າເມືອງຂຶ້ນເກົ່າ ແລະໃໝ່; ຮັບເອົາວັດທະນະທຳທີ່ກ້າວໜ້າ ຂອງໂລກຢ່າງມີການເລືອກເຟັ້ນ, ສົມທົບບັນດາສິ່ງຍອດຍິ່ງ ຂອງຍຸກສະໄໝກັບມູນເຊື້ອອັນຈົບງາມ ຂອງຊາດ. ພ້ອມກັນນັ້ນ, ກໍ່ເດັດດ່ຽວຕ້ານຢັນການບຸກໂຈມຕີ ຂອງພວກສັດຕູໃນດ້ານຮົບແນວຄິດ ແລະວັດທະນະທຳ, ສະກັດກັ້ນຜົນສະທ້ອນອັນບໍ່ດີຕ່າງໆ ທີ່ມາຈາກພາຍນອກ”.

ໄປຄຽງຄູ່ກັບການປົກປັກຮັກສາວັດທະນະທຳອັນດີງາມ ຂອງຊາດ ແລະຮັບເອົາວັດທະນະທຳອັນຍອດຍິ່ງ ຂອງມວນມະນຸດນັ້ນ ປະທານ ໄກສອນ ພົມວິຫານ ຍາມໃດກໍ່ຖືສຳຄັນ ແລະເອົາໃຈໃສ່ຢ່າງຈົດຈໍ່ຕໍ່ວັດ​ທະ​ນະ​ທຳ​ການສຶກສາ, ເພາະການຍົກລະດັບການສຶກສາ ຂອງພະນັກງານ ແລະປະຊາຊົນໃຫ້ສູງຂຶ້ນເລື້ອຍໆ ຈຶ່ງຈະສ້າງເງື່ອນໄຂອັນສະດວກໃຫ້ແກ່ການຮັບເອົາທິດສະດີປະຕິວັດ ແລະວິທະຍາສາດເຕັກນິກອັນກ້າວໜ້າ ມາພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງຢ່າງມີໄຊ. ຢາກສ້າງຄົນໃໝ່ຄົນສັງຄົມນິຍົມ ແມ່ນຕ້ອງໄດ້ເອົາໃຈ ໃສ່ໃນການລົບລ້າງການກືກໜັງສື ຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ຫຼາຍຄົນເຂົ້າຮຽນບຳລຸງວັດທະນະທຳຂັ້ນຕ່າງໆ. ເພື່ອເຮັດສຳເລັດພາລະກຳດັ່ງກ່າວຕ້ອງ “ເດັດດ່ຽວເອົາການສຶກສາໄປກ່ອນກ້າວໜຶ່ງ”. ຕໍ່ກັບໜ້າທີ່ຂອງການສຶກສາ ໃນໄລຍະໃໝ່, ປະທານໄກສອນ ພົມວິຫານ ໄດ້ເນັ້ນໜັກວ່າ: ການສຶກສາຕ້ອງສ້າງຄົນໃຫ້ເປັນຄົນທີມີນ້ຳໃຈຮັກຊາດ, ຮັກປະຊາຊົນ, ຮັກບ້ານເກີດເມືອງນອນ, ຮັກລະບອບການເມືອງ ຂອງ ສປປ ລາວ, ມີນ້ຳໃຈສາກົນອັນຜ່ອງໃສ, ມີຄວາມຕື່ນຕົວເປັນເຈົ້າ ຂອງປະເທດຊາດ, ມີສະຕິເຄົາລົບລະບຽບກົດໝາຍ, ມີຄວາມສາມັກຄີເປັນປຶກແຜ່ນໃນວົງຄະນາຍາດແຫ່ງຊາດ, ຮູ້ສົມທົບຜົນປະໂຫຍດສ່ວນຕົວ ແລະສ່ວນລວມຢ່າງຖືກຕ້ອງ, ມີຄວາມຮັກແພງອັນແທ້ຈິງ ລະຫວ່າງຄອບຄົວ, ຜົວເມຍ ແລະມີຄວາມຮັບຜິດຊອບຕໍ່ການສຶກສາອົບຮົມລູກເຕົ້າ, ມີນ້ຳໃຈປະຕິວັດບໍ່ຢຸດຢັ້ງ ກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມຮູ້ວິທະຍາສາດທຳມະຊາດ ແລະສັງຄົມ, ມີຄວາມສາມາດນຳໃຊ້ວິທະຍາສາດນັ້ນມາຮັບໃຊ້ຊີວິດ ແລະສັງຄົມ, ການສຶກສາຕ້ອງໄປຄູ່ກັບການອອກແຮງງານ, ການຮຽນຕ້ອງໄປກັບຕົວຈິງ ແລະໂຮງຮຽນຕ້ອງຕິດພັນກັບເສດຖະກິດ, ວັດທະນະທຳ-ສັງຄົມ.

ເພື່ອສືບຕໍ່ໝູນໃຊ້ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ວຽກງານວັດທະນະທຳ-ສັງຄົມ, ກອງປະຊຸມຢືນຢັນວ່າ ຕ້ອງເພີ່ມທະວີການຄົ້ນຄວ້າ ແລະເຊື່ອມຊຶມແນວຄິດໄກສອນ ພົມວິຫານ ກ່ຽວກັບວັດທະນະທຳ-ສັງຄົມໃຫ້ເລິກເຊິ່ງ, ກວ້າງຂວາງ ແລະທົ່ວເຖິງ ແນໃສ່ກຳແໜ້ນບັນດາແນວຄິດ, ທິດຊີ້ນຳຕ່າງໆ ຂອງເພິ່ນ ເພື່ອນຳມາຜັນຂະຫຍາຍອອກມາເປັນແນວທາງ, ແຜນນະໂຍບາຍ, ນະໂຍບາຍອັນລະອຽດໃນແຕ່ລະຂອດ, ແຕ່ລະຂັ້ນ. ຕ້ອງນໍາເອົາວັດທະນະທຳ ເຂົ້າມາສຶກສາອົບຮົມ ແລະພັດທະນາຈິດໃຈຄົນໃນທົ່ວສັງຄົມ ເພື່ອເຮັດໃຫ້ຄຸນນະພາບຊີວິດດີກວ່າເກົ່າ; ເອົາໃຈໃສ່ສົ່ງເສີມຄອບຄົວ ແລະສ້າງບ້ານວັດທະນະທຳ ໃຫ້ມີຄຸນນະພາບ,  ຟື້ນຟູ, ສົ່ງເສີມ ແລະພັດທະນາສະຖານທີ່ວັດຖຸບູຮານ ສະຖານທີ່ສໍາຄັນໃນລະດັບຊາດ ລະດັບທ້ອງຖິ່ນ ເພື່ອຮັບເອົາສິ່ງຍອດຍິ່ງຈາກວັດທະນະທຳຂອງໂລກ; ເອົາໃຈໃສ່ ຟຶ້ນຟູ ແລະອະນຸລັກສິລະປະວັດທະນະທຳ ຂອງບັນດາຊົນເຜົ່າ; ຈັດຕັ້ງການແຂ່ງຂັນ ການສ້າງຂະບວນການເທດສະການທາງວັດທະນະທຳ ໃນລະດັບຊາດ ລະດັບທ້ອງຖິ່ນເປັນປະຈຳ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ