ວຽກງານພົວພັນຕ່າງປະເທດ ຂອງສະ​ຖາ​ບັນ​ການ​ເມືອງ ​ແລະການ​ປົກຄອງ​ແຫ່ງ​ຊາດ ​​ແມ່ນຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ ຢ່າງສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປັນເຈົ້າການໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ ບົນພື້ນຖານເຄົາລົບເຊິ່ງກັນ ແລະກັນຕ່າງຝ່າຍຕ່າງມີຜົນປະໂຫຍດ. ໃນໄລຍະຜ່ານມາ ສະຖາບັນ​ການເມືອງ ແລະການປົກຄອງແຫ່ງຊາດ ມີການພົວພັນແລກປ່ຽນຄະນະຜູ້ແທນກັບສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ, ສະຖາບັນການເມືອງເຂດ I ສສ ຫວຽດນາມ ແລະສະຖາບັນດິດວິທະຍາສາດ-ສັງຄົມ ແຫ່ງຊາດຫວຽດນາມ; ພົວພັນແລກປ່ຽນຄະນະຜູ້ແທນກັບໂຮງຮຽນພັກສູນກາງຂອງພັກກອມມູນິດຈີນ, ໂຮງຮຽນພັກແຂວງຢູນນານ ສປ ຈີນ, ສະຖາບັນການປົກຄອງແຂວງກວາງຊີ ສປ ຈີນ.

ເພື່ອເປັນການສະຫຼຸບຄືນຜົນຂອງການຈັດຕັ້ງປະຕິບັດໃນໄລຍະ 5 ປີ 2016-2020 ແລະທິດທາງແຜນການ 2021-2025 ພະແນກພົວພັນຕ່າງປະເທດ ຈຶ່ງໄດ້ຈັດກອງປະຊຸມສະຫຼຸບວຽກງານພົວພັນຕ່າງປະເທດ ສມປຊ ໃນຕອນແລງຂອງວັນທີ 17 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ດ້ານຜູ້ເຂົ້າຮ່ວມກອງປະຊຸມປະກອບມີບັນດາຄະນະພັກ,ຫົວໜ້າກົມ, ຮອງກົມ, ຫົວໜ້າຄະນະ, ຮອງຄະນະ ແລະພ້ອມດ້ວຍພະນັກງານ, ຄູ-ອາຈານ ຈຳນວນ 60 ກວ່າທ່ານ.

ທ່ານ ປທ ສົນທະຍາ ເທບນຸຮັກ ຫົວໜ້າພະແນກພົວພັນຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານ ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານພົວພັນຕ່າງປະເທດວ່າ: ໃນໄລຍະປີ 2016-2020 ໄດ້ສົ່ງພະນັກງານ, ຄູ-ອາຈານ ໄປກໍ່ສ້າງຢູ່ ສສ ຫວຽດນາມ ທັງໝົດ 16 ຄົນ, ຍິງ 6 ຄົນ; ໃນນັ້ນ ປະລິນຍາໂທ 5 ຄົນ, ຍິງ 2 ຄົນ; ປະລິນຍາເອກ 11 ຄົນ, ຍິງ 6 ຄົນ, ບໍາລຸງ ແລະຝຶກອົບຮົມໄລຍະສັ້ນ ໄດ້ທັງໝົດ 12 ເທື່ອຄົນ; ໃນນັ້ນມີຫົວຂໍ້ວຽກງານຊາວໜຸ່ມ 01 ຄົນ, ວຽກງານກໍາມະບານ 01 ຄົນ, ວຽກງານແມ່ຍິງ 01 ຄົນ, ການແປພາສາລາວ-ຫວຽດນາມ 01 ຄົນ, ບໍາລຸງພາສາ ຫວຽດນາມ 1 ຄົນ (ການນໍາ), ຄົ້ນຄວ້າ ແລະສຳມະນາຫົວຂໍ້ສະເພາະ 02 ຄົນ, ບໍງລຸງທິດສະດີການເມືອງ 1 ຄົນ (ຂັ້ນກົມ), ວຽກງານຈັດຕັ້ງ 01, ວຽກງານພົວພັນຕ່າງປະເທດ 01 ຄົນ, ວຽກງານໂຄສະນາອົມຮົມ 01 ທ່ານ ແລະຫົວຂໍ້ອື່ນໆ 01 ຄົນ.

ນອກນັ້ນ, ການພົວພັນຮ່ວມມືກັບ ສສ ຫວຽດນາມ ຍັງໄດ້ຈັດຕັ້ງຝຶກອົບຮົມພາສາຫວຽດນາມ ໃຫ້ແກ່ພະນັກງານຂັ້ນນໍາພາ-ຄຸ້ມຄອງຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ເປັນໄລຍະ 3 ເດືອນ ຈໍານວນ 60 ຄົນ ຄຽງຄູ່ກັບ ການຮ່ວມມືການຄົ້ນຄວ້າວິທະຍາສາດກັບຝ່າຍ ສສ ຫວຽດນາມ ໃນໄລຍະ 2016-2020 ຜ່ານມາແມ່ນສຳເລັດການຄົ້ນຄວ້າ​ວິທະຍາສາດທັງໝົດ 12 ຫົວຂໍ້ໃຫຍ່, ລວມມີ 90 ຫົວຂໍ້ຍ່ອຍ ແລະໂຄງການແປນິພົນໂຮ່ຈີມິນຄົບຊຸດ ໄດ້ຮັບທຶນຊ່ວຍເຫຼືອ ຂອງ ສສ ຫວຽດນາມ 20.400.000.000 ດົງ ຫວຽດນາມ ແລະທຶນປະກອບສ່ວນຂອງຝ່າຍລາວ 10% ຈຳນວນ 1.305.870.000 ກີບ.

        ທ່ານ ປທ ສົນທະຍາ ເທບນຸຮັກ ໄດ້ກ່າວຕື່ມວ່າ ວຽກງານພົວພັນຕ່າງປະເທດ ສມປຊ ຍັງໄດ້ຮ່ວມມືກັບຝ່າຍ ສປ ຈີນ ບົນພື້ນຖານການຈັດຕັ້ງຜັນຂະຫຍາຍບົດບັນທຶກສັນຍາ ລະຫວ່າງ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ກັບ ໂຮງຮຽນພັກສູນກາງຂອງພັກກອມມູນິດຈີນ 2016-2020, ໂຮງຮຽນພັກແຂວງຢູນນານ 2016-2020 ແລະສະຖາບັນການປົກຄອງແຂວງກວາງຊີ 2017-2021; ພ້ອມກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອພົວພັນຮ່ວມມື ກັບ ສປຈີນ ໂດຍມີຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ: ໄດ້ຈັດສົ່ງພະນັກງານໄປກໍ່ສ້າງລະດັບປະລິນຍາເອກ ຢູ່ ສປ ຈີນ 03 ຄົນ, ຂັ້ນປະລິນຍາໂທ 03ຄົນ, ປະຕິດບັດຕາມບົດບັນທຶກວ່າດ້ວຍການຈັດຕັ້ງປະຕິບັດແຜນການພົວພັນຮ່ວມມືກັບ ສປ ຈີນ ສາມາດຕ້ອນຮັບຄະນະຜູ້ແທນໄດ້ 13 ຄະນະ, 84 ເທື່ອຄົນ ແລະ​ສົມທົບ​ກັບພາກສ່ວນຕ່າງໆໄດ້​ຕ້ອນຮັບຄະນະຜູ້ແທນ ທີ່ສະເໜີມາຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນ ໄດ້ 9 ຄະນະ, 72 ເທື່ອຄົນ ເຊິ່ງການຮ່ວມມືດັ່ງກ່າວ, ແມ່ນໄດ້ຕິດພັນກັບຜົນສໍາເລັດການຄົ້ນຄວ້າວິທະຍາສາດ ກັບ ສປ ຈີນ ເຊິ່ງໄດ້ທັງໝົດ 6 ຫົວຂໍ້ໃຫຍ່, 11 ຫົວຂໍ້ຍ່ອຍ ໂດຍ​ສົມທົບ​ກັບຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​​ໄດ້​ຈັດ​ຕັ້ງ​ປາຖະກະຖາ ຢູ່​ ສມປຊ ໄດ້ 3ຫົວຂໍ້ໃຫຍ່ ແລະໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖານທູດ ສປ ຈີນ, ສະຖາບັນການສຶກສາ ແລະອົງການຈັດຕັ້ງສາກົນ ໄດ້ທັງໝົດ 7 ຄະນະ, 38 ເທື່ອຄົນ.

          ຕໍ່ກັບຜົນສຳເລັດທີ່ກ່າວມານັ້້ນ, ພະແນກພົວພັນຕ່າງປະເທດ ໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ 2021-2025 ເພື່ອເສີມຂະຫຍາຍການຮ່ວມມືກັບສະຖາບັນການສຶກສາ ທັງຢູ່ພາຍໃນ ແລະຕ່າງປະເທດເພື່ອແນ່ໃສ່ແລກປ່ຽນບົດຮຽນດ້ານການຄົ້ນຄວ້າວິທະຍາສາດ, ການຍົກລະດັບທັກສະໃນການສິດສອນ ແລະສົ່ງຄວາມຮູ້ຂອງຄູ-ອາຈານ. ໃນນັ້ນ, ສືບຕໍ່ເສີມຂະຫຍາຍການຮ່ວມມືຮອບດ້ານກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສຫວຽດນາມ ແລະບັນດາສະຖາບັນທີ່ຂຶ້ນກັບ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ, ເພີ່ມທະວີການຮ່ວມມືໂຮງຮຽນພັກສູນກາງຄອມມູນິດຈີນ ແລະສະຖາບັນການປົກຄອງ ຂອງບັນດາແຂວງຂອງຈີນໂດຍສະເພາະແມ່ນແຂວງຢຸນນານ ແລະກວາງຊີ ໃຫ້ເຂົ້າສູ່ຄຸນນະພາບໃໝ່; ສືບຕໍ່ເປີດກວ້າງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ ຂອງບັນດາປະເທດພາກພື້ນ ແລະໃນໂລກ.

          ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບຮັດກຸມຂຶ້ນຕື່ມ ບັນດາຜູ້ເຂົ້າຮ່ວມທີ່ປະຊຸມໄດ້ປະກອບຄຳເຫັນ, ຂໍ້ສະເໜີແລກປ່ຽນກົງໄປກົງມາ ແລະທ່ານປະທານໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມວ່າ: ພ້ອມກັນຕີລາຄາຄືນຜົນສຳເລັດ ໃນແຕ່ລະດ້ານໃຫ້ຊັດເຈນ ຕິດພັນກັບທິດທາງແຜນການ 2021-2025 ຄຽງຄູ່ກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ສມປຊ ຄັ້ງທີ V ຕໍ່ກັບວຽກງານພົວພັນຕ່າງປະເທດ ໃຫ້ປະກົດຜົນເປັນຈິງ ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ ກັບສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ສສ ຫວຽດນາມ ແລະບັນດາສະຖາບັນທີ່ຂຶ້ນກັບ, ສະຖາບັນບັນດິດວິທະຍາສາດ-ສັງຄົມ ຫວຽດນາມ ແລະເພີ່ມທະວີການຮ່ວມມືໂຮງຮຽນພັກສູນກາງພັກຄອມມູນິດຈີນ ແລະສະຖາບັນການປົກຄອງຂອງບັນດາແຂວງ ຂອງຈີນໂດຍສະເພາະແມ່ນ ແຂວງຢຸນນານ ແລະກວາງຊີໃຫ້ເຂົ້າສູ່ຄຸນນະພາບໃໝ່.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ