ກອງປະຊຸມສຳມະນາວິທະຍາສາດສາກົນ 4 ສະຖາບັນພາຍໃຕ້ຫົວຂໍ້ “ບົດບາດຂອງວັດທະນະທໍາ, ມະນຸດ ຕໍ່ກັບພາລະກິດປ່ຽນແປງໃໝ່ ແລະການພັດທະນາ ຢູ່ລາວ ແລະຫວຽດນາມ”ໄດ້ຈັດຕັ້ງຂຶ້ນຕາມຮູບແບບກອງປະຊູມທາງໄກ ໃນວັນທີ 27 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ ທີ່ເຕັມໄປດ້ວຍບັນຍາກາດອັນຄືກຄື່ນ, ບົນຈິດໃຈແລກປ່ຽນວິທະຍາສາດ, ກົງໄປກົງມາ ແລະມີຄວາມຮັບຜິດຊອບສູງນັ້ນ. ເຊິ່ງມັນໄດ້ສ່ອງແສງໃຫ້ເຫັນເຖິງບັນຫາຕ່າງໆ ເປັນຕົ້ນແມ່ນ: ທາງດ້ານທິດສະດີ ແລະພຶດຕິກຳ ທີ່ກ່ຽວກັບບົດບາດຂອງວັດທະນະທຳ ແລະຄົນ (ມະນຸດ) ທີ່ມີຕໍ່ການພັດທະນາ ແລະພາລະກິດປ່ຽນແປງໃໝ່ ຂອງສອງປະເທດຂອງພວກເຮົາ. ໂດຍພາຍໃຕ້ການເປັນ ປະທານ ຮ່ວມຝ່າຍລາວ ແມ່ນ ທ່ານ ສອນທະນູ ທໍາມະວົງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະສັງຄົມແຫ່ງຊາດ, ຮອງປະທານ, ຜູ້ປະຈໍາການ ສະພາທິດສະດີສູນກາງພັກ, ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ເຂົ້າຮ່ວມມີ ທ່ານ ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານສະພາທິດສະດີສູນກາງພັກ ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ຝ່າຍ ຫວຽດນາມມີ ທ່ານ ບຸຍ ເຍີດກວາງ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ ແລະໂດຍການເຂົ້າຮ່ວມຂອງ ທ່ານ ຫງຽວນ ຊັວນຖັງ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາທິດສະດີສູນກາງພັກ ກອມມູນິດຫວຽດນາມ, ຫົວຫນ້າສະຖາບັນການເມືອງແຫ່ງຊາດ ໂຮຈິມິ່ນ, ໂດຍມີພາກສ່ວນກ່ຽວທີ່ຂ້ອງເຂົ້າຮ່ວມ.
ກອງປະຊຸມສຳມະນາວິທະຍາສາດ ຄັ້ງນີ້ໄດ້ຮັບຟັງບົດປະກອບຄຳເຫັນຈາກນັກຄົ້ນຄວ້າຂອງ 4 ສະຖາບັນຂອງພວກເຮົາຈຳນວນ 16 ບົດ. ນອກຈາກນັ້ນບັນດານັກວິທະຍາສາດ ແລະແຂກເຂົ້າຮ່ວມກອງປະຊຸມ ຍັງສຸມສະຕິປັນຍາພ້ອມກັນປະກອບຄຳຄິດຄຳເຫັນ, ສົນທະນາກັນ, ແລກປ່ຽນບົດຮຽນໃນແຕ່ລະບັນຫາ ດ້ວຍຄວາມຈິງໃຈ ແລະກົງໄປກົງມາເຊິ່ງສ້າງຄວາມກະຈ່າງແຈ້ງທັງໃນແງ່ທິດສະດີວິທະຍາສາດ ແລະພຶດຕິກຳອັນເລິກເຊິ່ງ, ມີຄວາມໝາຍສໍາຄັນ ແລະສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.
ກອງປະຊຸມໄດ້ມີຄວາມເຫັນເປັນເອກະພາບກັນຢັ້ງຢືນຕື່ມ ທາງດ້ານທິດສະດີ ກໍຄືພຶດຕິກຳຕົວຈິງ ຕໍ່ບົດບາດຄວາມສຳຄັນຂອງວັດທະນະທຳ ແລະມະນຸດຕໍ່ພາລະກິດປ່ຽນແປງໃໝ່ ແລະການພັດທະນາ ຂອງແຕ່ລະປະເທດ, ຢັ້ງຢືນວ່າ: ວັດທະນະທຳ ແລະມະນຸດ ຍາມໃດກໍເປັນປັດໄຈສຳຄັນຕັດສິນສະຕາກຳ ແລະເສັ້ນທາງກ້າວເດີນຂອງປະເທດ ເຊິ່ງສະແດງອອກ 4 ຈຸດຄື:
ໜຶ່ງ, ບົດບາດຂອງວັດທະນະທຳ ຕໍ່ການພັດທະນາຊັບພະຍາກອນມະນຸດ, ບົດຄົ້ນຄວ້າໃຫ້ເຫັນເຖິງບົດບາດສຳຄັນຂອງວັດທະນະທຳໃນການພັດທະນາຊັບພະຍາກອນມະນຸດຮອບດ້ານ, ມີສຸຂະພາບເຂັ້ມແຂງ, ມີຄວາມສາມາດ, ມີລະດັບ, ມີສະຕິ ແລະມີຄວາມຮັບຜິດຊອບສູງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະປະເທດຊາດ;
ສອງ, ບົດບາດຂອງວັດທະນະທຳ ແລະມະນຸດ ຕໍ່ພາລະກິດປ່ຽນແປງໃໝ່ ດ້ານເສດຖະກິດ: ບົດຄົ້ນຄວ້າໄດ້ຍົກໃຫ້ເຫັນເຖິງ ບົດບາດຂອງວັດທະນະທຳ ແລະຄົນ ເປັນປັດໄຈສຳຄັນ ແລະຫຼັກ ແຫຼ່ງ ໃນການພັດທະນາເວົ້າລວມ ເພາະວັດທະນະທຳ ແລະມະນຸດ ເປັນກຳແຮງພາຍໃນ, ເປັນກຳລັງແຮງຂອງການພັດທະນາເສດຖະກິດ;
ສາມ, ບົດບາດຂອງວັດທະນະທຳ ແລະມະນຸດ ຕໍ່ການປົກປັກກຮັກສາສິ່ງແວດລ້ອມ. ໃນບົດຄົ້ນຄວ້າແມ່ນໃຫ້ເຫັນເຖິງ ລະບອບລະບຽບການ ແລະ ວິທີການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ປະຊາຊົນ ແລະທົ່ວສັງຄົມ ໃຫ້ມີຄວາມຮັບຮູ້ ແລະຄວາມເຂົ້າໃຈເລິກເຊິ່ງຂຶ້ນຕື່ມກ່ຽວກັບບັນຫາສິ່ງແວດລ້ອມ ແລະຜົນກະທົບຂອງມັນຕໍ່ການດຳລົງຊີວິດ, ຕໍ່ສັງຄົມ, ຕໍ່ການພັດທະນາປະເທດຊາດ;
ສີ່, ບົດບາດຂອງວັດທະນະທຳ ແລະມະນຸດ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ: ບົດຄົ້ນຄວ້າໄດ້ຍົກໃຫ້ເຫັນເຖິງບົດບາດວັດທະນາທໍາ, ຖ້າຕ້ອງການໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໄດ້ດີ ກ່ອນອື່ນແມ່ນຕ້ອງກໍ່ສ້າງຄົນ ໝາຍຄວາມວ່າ ຍາມໃດຄົນກໍແມ່ນສູນກາງ, ເປັນກົກເຄົ້າຂອງທຸກວຽກງານ. ກອງປະຊຸມສຳມະນາທິດສະດີວິທະຍາສາດໃນຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງນອກຈາກເປັນການແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກຳທີ່ມີຊີວິດຊີວາ ແລ້ວຍັງຈະປະກອບສ່ວນເຂົ້າໃນການສ້າງຄັງສາງດ້ານທິດສະດີໃຫ້ແກ່ສອງພັກ, ສອງລັດ ແລະຖັນແຖວນັກຄົ້ນຄວ້າຂອງສອງປະເທດພວກເຮົາ. ກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ຍັງເປັນການຮັດແໜ້ນສາຍພົວພັນຂອງສອງພັກ, ສອງລັດ ແລະສະຖາບັນຄົ້ນຄວ້າ ຂອງສອງປະເທດບົນຈິດໃຈສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດພວກເຮົາ.
ຂ່າວ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ