ໃນຕອນເຊົ້າຂອງວັນທີ 30 ພະຈິກ 2023 ທີ່ສະໂມສອນໃຫຍ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໄດ້ຈັດພິທີສະເຫຼີມ ສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະສະຫຼຸບຜົນງານປະຈໍາປີ 2023.

          ພາຍໃຕ້ການເປັນນປະທານຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າສະຖບັນການເມືອງ ແລະການປົກູອງແຫ່ງຊາດ, ມີການນໍາທຸກຂັ້ນຂອງ ສມປຊ, ຕະຫຼອດຮອດພະນັກງານ, ຄູ-ອາຈານ, ນັກສຶກ ແລະພາກສ່ວນທີ່ກ່ຽວຂ້ອງທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

          ທ່ານ ປທ ຄົມວິກິດ ສິມມະລີວົງ ຮັກສາການຫົວໜ້າຫ້ອງການ ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບການປະຕິບັດແຜນການ ປີ 2023 ແລະທິດທາງແຜນການ ປີ 2024 ເຊິ່ງໄດ້ຍົກໃຫ້ເຫັນຜົນງານຕະຫຼອດໄລຍະ 1 ປີທີ່ຜ່ນມາ ເປັນຕົ້ນແມ່ນວຽກງານການຮຽນ, ການສອນ, ວຽກງານຄົ້ນຄວ້າວິທະຍາສາດ, ວຽກງານນສະໜອງຂໍ້ມູນນຂ່າວສານ ແລະວຽກງານອື່ນນທີ່ປິ່ນອ້ອມ ເຊິ່ງມີເນື້ອໃນໂດຍຫຍໍ້ດັ່ງນີ້:

ການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ.

ການຈັດຕັ້ງແຜນການຮຽນ-ການສອນ: ສາມາດຈັດຕັ້ງປະຕິບັດຊົ່ວໂມງຂຶ້ນຫ້ອງສອນ, ສໍາມະນາ, ແກ້ຂໍ້ຂ້ອງໃຈ, ສອບເສັງ ແລະ ປ້ອງກັນບົດ ໄດ້ 20.879 ຊົ່ວໂມງ, ທຽບໃສ່ສົກປີຜ່ານມາເພີ່ມຂຶ້ນ 1.113 ຊົ່ວໂມງ ເທົ່າກັບ 5,62% (ສົກຮຽນຜ່ານມາປະຕິບັດໄດ້ 19.766 ຊົ່ວໂມງ).

ດ້ານການຄຸ້ມຄອງໂຄງການຫຼັກສູດການຮຽນ-ການສອນ:

+ ໂຄງການຫຼັກສູດລະບົບບໍາລຸງ: ສໍາເລັດການຈັດຕັ້ງການຝຶກອົບຮົມໃຫ້ແກ່ເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ເຈົ້າເມືອງ  2 ຊຸດ, ມີຜູ້ເຂົ້າຮ່ວມ 100 ຄົນ ຍິງ 8 ຄົນ; ຫຼັກສູດລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 31 ມີຜູ້ເຂົ້າຮຽນ  57 ຄົນ ຍິງ 12 ຄົນ.

+ ໂຄງການຫຼັກສູດລະບົບກໍ່ສ້າງ: ມີນັກສຶກສາສໍາເລັດການສຶກສາ ແລະຮັບປະກາສະນີຍະບັດ 118 ຄົນ, ຍິງ 29 ຄົນ ແລະກຳລັງສຶກສາລະບົບປະລິນຍາໂທ  ຮຸ່ນທີ XVIII-XIX ມີ 280 ຄົນ, ຍິງ 78 ຄົນ; ປະລິນຍາໂທ ຮຸ່ນທີ XVII ແມ່ນສໍາເລັດການປ້ອງກັນຈົບຊັ້ນ 93 ຄົນ, ຍິງ 30 ຄົນ, ຮັບໃບປະກາສະນີຍະບັດແລ້ວ 1 ຄົນ ແລະ ອີກ 27 ຄົນ, ຍິງ 7 ຄົນ ກໍາລັງໄດ້ຮັບອະນຸມັດໃຫ້ປ້ອງກັນຈົບຊັ້ນ.

+ ໂຄງການຫຼັກສູດທິດສະດີການເມືອງ 3 ຂັ້ນເຊັ່ນ: ສໍາເລັດການຈັດຕັ້ງການຮຽນ-ການສອນ ໃຫ້ແກ່ພະນັກງານ-ຄູ-ອາຈານ ພາຍໃນສະຖາບັນ ຕາມໂຄງການຫຼັກສູດ ໄດ້ 1 ຊຸດ, ມີ 60 ຄົນ, ຍິງ 28 ຄົນ; ທິດສະດີການເມືອງ ຂັ້ນກາງ ຊຸດທີ 1 ມີ 60 ຄົນ, ຍິງ 25 ຄົນ; ທິດສະດີການເມືອງ ຂັ້ນສູງ ຊຸດທີ 1-4 ມີ 240 ຄົນ, ຍິງ 53 ຄົນ, ຮັບໃບຢັ້ງຢືນໄປແລ້ວ 2 ຊຸດ, ຈໍານວນ 120 ຄົນ, ຍິງ 24 ຄົນ, ຍັງສືບຕໍ່ຮຽນ ແລະຂຽນບົດຈົບຊັ້ນອີກ 2 ຊຸດ, ຈໍານວນ 120 ຄົນ, ຍິງ 29 ຄົນ.

  • ການປະເມີນຜົນການຮຽນ-ການສອນຂອງນັກສຶກສາປີສຸດທ້າຍ: ນັກສຶກສາລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ XXXI ເກດ A ໄດ້ 74,54%; ເກດ B+ ໄດ້ 25,45%; ນັກສຶກສາທິດສະດີການເມືອງ ຂັ້ນສູງ ຊຸດທີ 1 ເກດ A ໄດ້ 56,67%; ເກດ B+ ໄດ້ 43,33% ແລະ ຊຸດທີ 2 ​ເກດ A ໄດ້ 57,62%;​ເກດ B+ ໄດ້ 38%; ນັກສຶກສາປະລິນຍາຕີ ຮຸ່ນທີ 25 (ກ-ຂ) ເກດ A ໄດ້ 12,71%,ເກດ B+ ໄດ້ 87,29%.
  • ການຄຸ້ມຄອງການຮຽນ-ການສອນ ພາຍນອກ ເຊັ່ນ: ຫຼັກສູດຝຶກອົບຮົມ 45 ວັນ, ທາງດ້ານວິຊາການສໍາເລັດ 11 ຊຸດ, ມີ 707 ຄົນ, ຍິງ 285 ຄົນ; ຫຼັກສູດທິດສະດີຂັ້ນຕົ້ນ 7 ຊຸດ, ມີ 311 ຄົນ, ຍິງ 129 ຄົນ ແລະຄຸ້ມຄອງຫຼັກສູດລະບົບອະນຸປະລິນຍາ, ລະບົບຊັ້ນກາງ, ລະບົບຊັ້ນຕົ້ນ, ລະບົບຂັ້ນຕົ້ນ-ຂັ້ນກາງ, ລະບົບ 45 ວັນ, ລະບົບ 10 ວັນ ໃຫ້ເລຂາພັກບ້ານ ແລະ ຄະນະພັກບ້ານໄດ້ 217 ຊຸດ, ມີ 12.506 ຄົນຍິງ 2.730 ຄົນ.​

 

ວຽກງານການຄົ້ົ້ນຄວ້າວິທະຍາສາດ ແລະ ການສ້າງປຶ້ມແບບຮຽນ.

– ວຽກງານຈັດພີມປື້ມແບບຮຽນ ແລະເອກະສານເຊັ່ນ: ສຳເລັດການຂຽນ, ຕິພີມ ແລະກວດແກ້ປື້ມ ຈຳນວນ 23 ວິຊາ; ຈັດພີມປື້ມ ຈຳນວນ 32 ວິຊາ; ຈັດພີມປື້ມຫຼັກສູດ 3 ຂັ້ນ ແລະຫຼັກສູດປະລິນຍາໂທ ຈຳນວນ 10 ລາຍການ 360 ຫົວ.

– ການຄົ້ນຄວ້າວິທະຍາສາດລະດັບສະຖາບັນ: ຫົວຂໍ້: ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ, ວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກ ເຂົ້າສູ່ຄຸນນະພາບໃໝ່;ອອກແຈ້ງການໃຫ້ແຕ່ລະຄະນະຄັດເລືອກຫົວຂໍ້ເຂົ້າຮ່ວມຂຽນບົດການເມືອງກ່ຽວກັບການຄົ້ນຄວ້າປົກປ້ອງພື້ນຖານແນວຄິດຂອງພັກ ຄັ້ງທີ 3; ເປີດກອງປະຊຸມຜ່ານເນື້ອໃນບົດວິທະຍາສາດ  5 ຫົວຂໍ້ ແລະ ເປີດກອງປະຊຸມສຳມະນາວິທະຍາສາດ  2 ຫົວຂໍ້;

– ການຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດ ພາຍນອກ: ຫົວຂໍ້: ປັບປຸງ ແລະ ກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນໃນເງື່ອນໄຂເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ; ແຕ່ງຕັ້ງຜູ້ຂຽນບົດວິທະຍາສາດ 4 ຝ່າຍ ຫົວຂໍ້: ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນຖັນແຖວພະນັກງານ ແລະ ກຳລັງປະກອບອາ ວຸດປະຊາຊົນ ແລະ ແຕ່ງຕັ້ງຜູ້ຂຽນບົດວິທະຍາສາດ 3 ພາກ (ພາກເໜືອ, ພາກາງ, ພາກໃຕ້); ສຳເລັດການເປີດກອງປະຊຸມ 5 ຫົວຂໍ້.

ການຄົ້ນຄວ້າວິທະຍາສາດຮ່ວມກັບຕ່າງປະເທດ: ສະ​ຖາ​ບັນໄດ້ຮັບຮອງ ແລະແຕ່ງຕັ້ງຜູ້ຂຽນບົດວິທະຍາສາດຈໍານວນ 6 ຫົວຂໍ້ໃຫຍ່ ແລະ ສຳເລັດການເປີດກອງປະຊຸມສຳມະນາວິທະຍາສາດ ໄດ້ 9 ຄັ້ງ.

ວຽກງານຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ.

​- ຫົວຂໍ້ຄົ້ນຄວ້າລະດັບຊາດ ມີ 2 ຫົວຂໍ້ໃຫຍ່, ລົງເລິກ 14 ຫົວຂໍ້ຍ່ອຍ.

– ຫົວຂໍ້ຄົ້ນຄວ້າລະດັບກະຊວງ, ອົງການ ມີ 2 ຫົວຂໍ້ໃຫຍ່, ລົງເລິກ 12 ຫົວຂໍ້ຍ່ອຍ.

ວຽກງານບໍລິການຂໍ້ມູນຂ່າວສານ ແລະ ວາລະສານ.

– ວຽກງານບໍລິການຫໍສະໝຸດ: ບໍລິການຂໍ້ມູນຂ່າວສານໄດ້ 8.706 ເທື່ອຄົນ, ຮັບປື້ມເຂົ້າໃໝ່ 1.074 ຫົວ, ໄດ້ຮັບວາລະສານເຂົ້າໃໝ່ 8.000 ຫົວ;

– ວຽກງານວາລະສານ: ສ້າງວາລະສານ ໄດ້ 10 ສະບັບ.

– ວຽກງານຂ່າວສານ: ເກັບກໍາ ແລະເຜີຍແຜ່ຂ່າວສານການເຄື່ອນໄຫວຂອງ ສມປຊ ໄດ້ 105 ບົດ, ເກັບກຳຮູບພາບການເຄື່ອນໄຫວຕ່າງໆໄດ້ 132 ຄັ້ງ, ບັນທຶກຄິບສຽງ ໄດ້ 66 ຄັ້ງ, ຖ່າຍວີດີໂອ 78 ຄັ້ງ.

– ວຽກງານເວບໄຊ: ເວບໄຊຫຼັກ ແລະ ເວບໄຊຫໍສະໝຸດ ສມປຊ ແມ່ນສາມາດນຳໃຊ້ໄດ້ຢ່າງເປັນປົກກະຕິ.

ວຽກງານພົວພັນກັບຕ່າງປະເທດ: ຮັບຄະນະແທນຈາກຕ່າງປະເທດໄດ້ 15 ຄະນະ ແລະ ສົ່ງຄະນະຜູ້ແທນໄປຕ່າງປະເທດໄດ້ 9 ຄະນະ.

          ຈາກຜົນງານໃນການປະຕິບັດໜ້າທີ່ວຽກງານດັ່ງກ່າວເຮັດໃຫ້ກົມກອງ ແລະບຸກຄົນໄດຮັບການຍ້ອງຍໍປະຈໍາປີ 2023 ທ່ານ ປທ ນາງ ພອນໄຊ ລາດຊະວົງ ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຫົວໜ້າ ສມປຊ ວ່າດ້ວຍການອະນຸມັດຍ້ອງຍໍ ກົມກອງ ແລະພະນັກງານດີເດັ່ນ ປະຈໍາປີ 2023 ດັ່ງນີ້:

  • ກົມກອງດີເດັ່ນປະເພດ I ມີ 6 ກົມກອງ.
  • ກົມກອງດີເດັ່ນປະເພດ II ມີ 3 ກົມກອງ.
  • ກົມກອງດີເດັ່ນປະເພດ III ມີ 3 ກົມກອງ.
  • ພະນັກງານດີເດັ່ນປະເພດ I ມີ 73 ທ່ານ, ຍິງ 26 ທ່ານ.
  • ພະນັກງານດີເດັ່ນປະເພດ II ມີ 44 ທ່ານ, ຍິງ 31 ທ່ານ.
  • ພະນັກງານດີເດັ່ນປະເພດ III ມີ 2 ທ່ານ, ຍິງ 1 ທ່ານ.

          ໃນຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອລົມຂອງທ່ານຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຊິ່ງທ່ານສະແດງການຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະຍັງຮຽກຮ້ອງໃຫ້ພະນັກງານ ແລະການຈັດຕັ້ງທຸກຂັ້ນພາຍໃນ ສມປຊ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາໃຫ້ດີກວ່າເກົ່າເພື່ອເປັນກໍາລັງແຮງສັງລວມທີ່ໜັກແໜ້ນ ໃນການຜ່ານຜ່າຄວາມຍຸ້ງຍາກຕ່າງໆ ເປັນຕົ້ນແມ່ນຄວາມຍຸ້ງຍາກທາງດ້ານເສດຖະກິດ ທີ່ກະທົບໃສ່ຊີວິດການເປັນຢູ່ຂອງພະນັກງານ, ຄູ-ອາຈານຂອງພວກເຮົາໃນປັດຈຸບັນ, ໂດຍເຫັນໄດ້ມູນເຊື້ອທີ່ຜູ້ນຳເຮົາເຄີຍຜ່ານຜ່າມາໄດ້ໃນອະດີດ ເຮັດໃຫ້ຈິດໃຈຂອງພະນັກງານ, ຄູ-ອາຈານ ພວກເຮົາຍັງຮັກສາໄດ້ຄວາມໝັນທ່ຽງ, ຄວາມຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສໍາເລັດທີ່ດັ່ງທີ່ພວກເຮົາໄດ້ເຫັນໃນ 1 ປີຜ່ານມານີ້. ເພື່ອສືບຕໍ່ກ້າວເດີນໃນໄລຍະຕໍ່ໜ້າພວກເຮົາຕ້ອງໄດ້ເສີມຂະຫຍາຍຄວາມມານະອົດທົນ ແລະຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ໃຫ້ໜັກແໜ້ນກວ່າເກົ່າເພື່ອແບກຫາບພາລະໜ້າທີ່ ແລະວຽກງານໃນຕໍ່ໜ້າໃຫ້ສໍາເລັດຜົນ ແລະນໍາເອົາຜົນງານທີ່ຍິ່ງໃຫຍ່ກວ່າໃນປີໜ້າ.

 ຂ່າວ-ພາບ: ຄອນສະຫວັນ ແສນຍານຸພາບ
      ບັນນາທິການ: ປທ ບຸນປັນ ສຸມຸນທອງ