ຫ້ອງຮຽນຊຸດເຝິກອົບຮົມຄູການເມືອງ ແລະ ການປົກຄອງໄລຍະສັ້ນ 3 ເດືອນແມ່ນຫ້ອງຮຽນໜຶ່ງທີ່ຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ, ເຄື່ອນໄຫວພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເວົ້າລວມ; ເວົ້າສະເພາະແມ່ນການນຳພາ-ຊີ້ນຳ ຂອງຄູປະຈຳຫ້ອງ ແລະຄະນະຫ້ອງ. ມີນັກເຝິກອົບຮົມຕົວຈິງທັງໝົດ 55 ທ່ານ, ຍິງ 15 ທ່ານ. ສະນັ້ນ, ໃນຕອນເຊົ້າວັນທີ 12 ມັງກອນ 2024 ທີ່ຜ່ານມາ ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ ຫ້ອງປະຊຸມຊັ້ນ 5 ຫ້ອງ 509, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດເຝິກອົບຮົມຄູການເມືອງ ແລະ ການປົກຄອງ ຊຸດທີ I ເຊິ່ງໄດ້ດໍາເນີນເປັນເວລາ 3 ເດືອນ ນັບແຕ່ວັນທີ 16 ຕຸລາ 2023-12 ມັງກອນ 2024

ໄລຍະຮຽນແມ່ນ 90 ວັນ, ມີ 13 ອາທິດ ແລະ 630 ຊົ່ວໂມງ ພາຍໃຕ້ການເປັນປະທານໂດຍ: ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີຕາງໜ້າຄະນະຫ້ອງການ, ກົມ, ຄະນະຕ່າງໆ ແລະສູນຕ່າງໆກໍໃຫ້ກຽດເຂົ້າຮ່ວມ. 

          ໃນພິທີ ທ່ານ ປທ ແສງແກ້ວ ວົງລໍາພັນ, ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ຜ່ານບົດສະຫຼຸບຕະຫຼອດໄລຍະຂອງການຮຽນ-ການສອນ ຊຶ່ງທ່ານໄດ້ລາຍງານວ່າ: ຫຼັກສູດການຮຽນ-ການສອນ ປະກອບດ້ວຍ 9 ວິຊາ, ມີທັດສະນະສຶກສາ ແລະມີວິຊາສອນຊຸດເຝິກອົບຮົມຄື:

  1. ວິຊາປັດຊະຍາ
  2. ວິຊາເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ.
  3. ວິຊາຄວາມຮູ້ການເມືອງ-ສັງຄົມ
  4. ວິຊາການປົກຄອງລັດ
  5. ວິຊາກໍ່ສ້າງພັກ                                           
  6. ວິຊາຈິດຕະສາດຜູ້ນໍາພາ ແລະຄຸ້ມຄອງ
  7. ວິຊາແນວຄິດ ໄກສອນ ພົມວິຫານ
  8. ວິຊາຄູການເມືອງ ແລະການປົກຄອງ1
  9. ວິຊາຄູການເມືອງ ແລະການປົກຄອງ 2(ພາກລົງເລິກແຕ່ລະຄະນະ)
  10. ປະຕິບັດຕົວຈິງ (ທັດສະນະສຶກສາ)

          ນອກຈາກນັ້ນ, ຄະນະພັກ, ຄະນະນໍາສະຖາບັນການເມືອງ ​ແລະ ການປົກຄອງແຫ່ງຊາດ ​ໄດ້ເອົາໃຈໃສ່ໃຫ້ການນຳພາ-ຊີ້ນໍາຢ່າງໃກ້ຊິດ. ຄະນະ​ຮັບຜິດຊອບທີ່​ຖືກ​ແຕ່ງຕັ້ງ ໄດ້​ເອົາ​ໃຈ​ໃສ່​ຕິດຕາມ​ສະພາບ​ການເຝິກອົບຮົມ​ຢ່າງ​ໃກ້ຊິດ, ຕິດແທດ ໂດຍ​ມີ​ການ​ປະສານ​ວຽກງານວຽກງານຕ່າງໆ ທີ່ກ່ຽວຂ້ອງ. ຄູ​-ອາຈານຈາກ​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແມ່ນມີ​ປະສົບ​ການ​ສູງໃນ​ການ​ຂຶ້ນ​ຫ້ອງ​ສອນ, ມີຄວາມຮູ້, ຄວາມ​ສາມາດທີ່ແນ່ນອນ​ໃນ​ການ​ສົ່ງ​ຄວາມ​ຮູ້​ໃຫ້​ແກ່​ຜູ້​ຮຽນ​ໄດ້​ດີ; ຜູ້​ເຂົ້າ​ຮຽນມີ​ຄວາມ​ຕັ້ງ​ໃຈ​ໃນ​ການ​ຄົ້ນຄ້ວາ​ສົນທະນາ ​ແລະຕັ້ງ​ຄຳ​ຖາມ​ຕໍ່ຄູ​-ອາຈານ ແລະນັກເຝິກອົບຮົມທັງໝົດລ້ວນແລ້ວແຕ່ແມ່ນມາຈາກ ຂົງເຂດໂຮງຮຽນພັກທັງໝົດຈຶ່ງເຮັດໃຫ້ມີຄວາມເປັນເຈົ້າການໃນການປະຕິບັດກົດລະບຽບ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກໄດ້ດີສົມຄວນ ຊຶ່ງທີ່ຜ່ານມາກໍ່ໄດ້ຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບົດຮຽນທີ່ຖອດຖອນໄດ້ຊຶ່ງມັນສະແດງອອກໃຫ້ເຫັນວ່າ: ຜົນການ​ປະ​ເມີນ​ ສາມາດ​ສັງ​ລວມຄ່າ​ລະ​ເລ່ຍ​​ແຕ່​ລະ​ດ້ານ​ແມ່ນຢູ່ໃນລະດັບດີຫຼາຍ (ກວມ 80%).

          ຕີ​ລາ​ຄາ​ຄວາມ​ຮັບ​ຮູ້ ອີງ​ໃສ່​ຄະ​ແນນ ຂອງ​ຜູ້​ເຂົ້າ​ຮຽນ​ສາ​ມາດ​ປະ​ເມີນໄດ້ດັ່ງນີ້:

  • ຮັບຮູ້ໃນລະດັບດີເລີດ​ເກຼດ A  ມີ 19 ຄົນ, ສະ​ເລ່ຍ 55 %;
  • ຮັບຮູ້ໃນລະດັບດີຫຼາຍ ເກຼດ B+ ມີຄົນ, ສະ​ເລ່ຍ 45%;

ເວົ້້າລວມແລ້ວຜົນ​ໄດ້​ຮັບ​ລວມຂອງ​ການຈັດ​ຕັ້ງ​ຮ່ຳ​ຮຽນ​ໃນ​ຊຸດ​ນີ້ ​​ແມ່ນ​ຢູ່​ໃນ​ລະດັບ​ດີ​ຫຼາຍ.

ເພື່ອເປັນການຢັ້ງຢືນຄືນຜົນສຳເລັດຂອງການເຝິກອົບຮົມ. ທ່ານ ຮສ. ພູວົງ ອຸ່ນຄຳແສນ ໄດ້ເປັນກຽດມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມ ຈຳນວນ 55ທ່ານ, ຍິງ 15ທ່ານ. ພ້ອມທັງໃຫ້ກຽດໂອ້ລົມ ແລະໃຫ້ທິດເຍືອງທາງຕໍ່ກັບນັກເຝິກອົົບຮົມໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າຄື: ຕ້ອງເພີ່ມທະວີຄວາມຮູ້, ຄວາມສາມາດໃຫ້ເລິກເຊິ່ງ ແລະຫຼາຍເທົ່າຕົວ ທາງດ້ານທິດສະດີ, ຫຼັກມູນ, ກົດເກນ ແລະພຶດຕິກໍາຕົວຈິງ ໃນແຕ່ລະສາຂາທີ່ຕົນເອງທີ່ໄດ້ຮຽນມາ. ຈາກບົດຮຽນທີ່ຖອດຖອນໄດ້ນັ້ນຢາກໃຫ້ກັບໄປພັດທະນາສ້າງເປັນປຶ້ມສອນ, ບົດຄົ້ນຄວ້າ, ບົດນໍາສະເໜີທີ່ຮັບປະກັນລັກ ສະນະວິທະຍາສາດ, ຈາກການເຝິກອົບຮົມຕົວຈິງຄວນມີວິທີຖ່າຍທອດຄວາມຮູ້, ຄວາມສາມາດຈາກສິ່ງທີ່ໄດ້ຄົ້ນຄວ້າມາໃຫ້ໄດ້ຮັບປະສິດທິຜົນ. ສືບຕໍ່ຮັດແໜ້ນຄວາມສາມັກຄີ, ປະສານສົມທົບ ແລະສະໜອງຂໍ້ມູນທີ່ສໍາຄັນຕ່າງໆໃຫ້ເຊິ່ງກັນ ແລະກັນໃນຕໍ່ໜ້າ.

 

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ:ຄອນສະຫວັນ ແສນຍານຸພາບ
ບັນນາທິການ: ປທ ບຸນປັນ ສຸມຸນທອງ