ໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2024 ຢູ່ທີຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງ ນໍ້າທາ ໂດຍການເປັນປະທານ ຂອງທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ,ຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດ, ເຂົ້າຮ່ວມ ຂອງທ່ານ ປອ ຄຳພັນ ເຈຍອາ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ, ມີບັນດາທ່ານ ຄະນະໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກເໜືອ, ບັນດານັກວິທະຍາສາດພ້ອມດ້ວຍພະນັກງານ ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ປອ ດາວສະຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ, ຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດໃຫ້ຮູ້ວ່າ: ເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ທີ່ພວກເຮົາກຳລັງດຳເນີນ ຢູ່ໃນປັດຈຸບັນນີ້ ນອກຈາກດ້ານຕັ້ງໜ້າແລ້ວເສດຖະກິດຕະຫຼາດ ຍັງສົ່ງຜົນກະທົບດ້ານຫຍໍ້ທໍ້ບໍ່ໜ້ອຍ ເຖິງພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນເກີດມີພະຍາດລັດທິເອກະຊົນ ເຊິ່ງເປັນສາຍເຫດກໍ່ໃຫ້ເກີດຫຼາຍໆ ພະຍາດທີ່ເປັນການບັນທອນກຳລັງແຮງສູ້ຮົບ ຂອງພັກ, ເຮັດໃຫ້ອິດທິພົນ ແລະຄວາມເຊື່ອໝັ້ນ ຂອງພະຍາຊົນຕໍ່ພັກ, ຕໍ່ລັດຫຼຸດໜ້ອຍຖອຍລົງ, ເປັນຕົ້ນແມ່ນພະຍາດຂາດລະບຽບວິໄນ, ຫ່າງເຫີນມະຫາຊົນ, ພະຍາດໃນຕົວ, ການເຊື່ອມຖອຍດ້ານຄຸນທາດການເມືອງ, ພະ ຍາດສໍ້ລາດບັງຫຼວງ, ຫຼິີ້ນກິນຟຸມເຟືອຍ, ເຊິ່ງພະຍາດດັ່ງກ່າວນັ້ນກຳລັງແພ່ລະບາດຢ່າງໜັກໜ່ວງ ເຊິ່ງສາ ເຫດຫຼັກເຮັດໃຫ້ພະນັກງານ ຂອງພວກເຮົາຍັງບໍ່ທັນສ້າງໄດ້ການຫັນປ່ຽນຢ່າງເລິກເຊິ່ງ, ພະນັກງານຈຳນວນໜຶ່ງຍັງຂາດການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ ຂອງພະນັກງານສະມາຊິກພັກ, ຍ້ອນຄະນະພັກແຕ່ລະຂັ້ນ ຍັງບໍ່ທັນເອົາໃສ່ເທົ່າທີ່ຄວນຕໍ່ກັບວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຍັງຂາດຄວາມເປັນແບບຢ່າງນຳໜ້າ. ດ້ວຍເຫດຜົນ​ດັ່ງກ່າວ​ ທ່ານຈິ່ງຮຽກຮ້ອງ​ມາ​ຍັງບັນດານັກວິທະຍາສາດ ຈົ່ງຍົກສູງຄວາມຮັບຜິດຊອບການ​ເມືອງ, ຄົ້ນຄວ້າ, ນຳສະເໜີແນວຄວາມຄິດ, ໂຄງສ້າງບົດທີ່ຮັດກຸມ, ເພື່ອຊອກໃຫ້ເຫັນເຖິງເນື້ອ​ແທ້ ຂອງບັນຫາທີ່ຈະຄົ້ນຄວ້າ, ເປັນບ່ອນອີງໃຫ້ແກ່ການດຳ ເນີນການຄົ້ນຄວ້າລົງເລິກ, ເອົາໃຈໃສ່ໃນການຄິດຫງຳ, ໃຫ້ການປະກອບຄຳເຫັນເພີ່ມເຕີມໃຫ້ແກ່ໂຄງສ້າງບົດວິທະທະຍາສາດຢ່າງກົງໄປກົງມາເຮັດແນວໃດໃຫ້ເນື້ອໃນບົດຄົ້ນຄວ້າ, ສຳມະນາວິທະຍາສາດໃນຄັ້ງນີ້ສາ ມາດຮັບປະກັນໄດ້ທັງລັກສະນະວິທະຍາສາດ, ຖືກຕ້ອງຕາມຄວາມເປັນຈິງ ແລະນຳ​ເອົາ​ເນື້ອ​ໃນ​ຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປຄົ້ນ​ຄວ້າ ແລະຂຽນບົດໃຫ້ມີຄວາມເລິກເຊິ່ງເຖິງຖອງ, ເຊິ່ງກອງປະຊຸມຍັງໄດ້ຮັບຟັງການລາຍງານຫົວຂໍ້ບົດວິທະຍາສາດ ຈໍານວນ 12 ຫົວຂໍ້ ໂດຍມີນັກວິທະຍາສາດຈໍານວນ 12 ທ່ານເປັນຕົວແທນ ຂອງບັນດາໂຮງຮຽນການເມືອງ ແລະ ການປົກຄອງແຂວງ 6 ແຂວງພາກເໜືອ, ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄຳເຫັນຢ່າງສ້າງສັນ ແລະ ໃນຕອນທ້າຍ ຂອງກອງປະຊຸມ ທ່ານ ປອ ດາວສະ ຫວັນ ເຄືອມີໄຊ ຮອງປະທານສະພາວິທະຍາສາດ, ຮອງຫົວໜ້າສະຖາການເມືອງ ແລະ ການການປົກຄອງແຫ່ງຊາດໄດ້ມີຄໍາເຫັນສະຫຼຸບລວມ ແລະເປັນເອກະພາບກັບບັນດາໂຄງສ້າງບົດວິທະຍາສາດມີ 5 ບັນຫາໃຫຍ່ ເພື່ອເຮັດໃຫ້ບົດດັ່ງກ່າວມີເນື້ອໃນສົມບູນ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບປະໂຫຍດສູງສຸດ.

                                                                                                                   ຂຽນໂດຍ: ປທ ນ. ມະນີລາ ແກ້ວລະກໍາ