ນັກສຶກສາສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະບົບປະລິນຍາຕີ ຮຸ່ນທີ XXIII ສາຂາໂຄສະນາອົບຮົມ ໄປຖອດຖອນບົດຮຽນ ຢູ່ ຄະນະໂຄສະນາອົບຮົມສູນກາງພັກ

ວັນທີ 21 ມັງກອນ 2021 ນີ້, ນັກສຶກສາ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລະບົບລະບົບປະລິນຍາຕີ ຮຸ່ນທີ 23 ສາຂາວິຊາໂຄສະນາອົບຮົມ ໄດ້ລົງຖອດຖອນບົດຮຽນ ຢູ່ ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄູອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ ແລະນັກສຶກສາລະບົບປະລິນຍາຕີ ຮຸ່ນທີ 23 ສາຂາວິຊາໂຄສະນາອົບຮົມເຂົ້າຮ່ວມ ໃນໂອກາດທີ່ລົງຖອດຖອນບົດຮຽນ ຢູ່ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ຜູ້ຕາງໜ້າຄູອາຈານຂອງຄະນະໂຄສະນາອົບຮົມ ໄດ້ລາຍງານສະພາບຈຸດພິເສດຂອງນັກສຶກສາໃນສາຂາວິຊາໂຄສະນາອົບຮົມ, ສະ ພາບການເຄື່ອນໄຫວສິດສອນຮໍ່າຮຽນ…

3 ອົງການຈັດຕັ້ງມະຫາຊົນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອວຍພອນສູນເສຍອົງຄະ 489 ເນື່ອງໃນວັນສ້າງຕັ້ງກອງທັບ ປະຊາຊົນ ປະຕິວັດລາວ ຄົບຮອບ 72 ປີ

ໃນວັນທີ 22 ມັງກອນ 2021 ນີ້, 3 ອົງການຈັດຕັ້ງມະຫາຊົນ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ເຂົ້າອວຍພອນ ແລະ ມອບກະຕ່າດອກໄມ້ທີ່ສູນພັດທະນາຜູ້ເສຍອົງຄະ 489 ຢູ່ບ້ານຂຸດສາມບາດ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949 – 20 ມັງກອນ 2021) ໂດຍການນໍາພາຂອງ ທ່ານ ປອ…

ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຢ້ຽມຊົມ ອະນຸສອນສະຖານ ຄຸກໂພນເຄັ່ງ

ວັນທີ 21 ມັງກອນ ເວລາ 14:00 ຄະນະບໍລິຫານງານຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເຂົ້າຢ້ຽມຊົມອະນຸສອນ ສະຖານຄຸກກັກຂັງຜູ້ນໍາແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ (1/1/1949-1/1/2021) ນໍາພາໂດຍ ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ກຳມະການຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ກຳມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ,…

ໜ່ວຍພັກ ໂຮງຮຽນການເມືອງ ແລະການປົກຄອງແຂວງ ຊຽງຂວາງ ຮັບມະຫາຊົນກ້າວໜ້າເຂົ້້າເປັນສະມາຊິກພັກສຳຮອງ.

ໂດຍປະຕິບັດຕາມ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ X ມາໃນວັນທີ 22 ມັງກອນ 2021 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ, ໃຫ້ກຽດເຂົ້້າຮ່ວມເປັນປະທານພິທີຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈໍາພັກແຂວງ, ເລຂາໜ່ວຍພັກ ໂຮງຮຽນການ ເມືອງ ແລະການປົກຄອງ, ມີສະມາຊິກພັກສົມບູນທີ່ເປັນພະນັກງາຄູ-ອາຈານ ແລະນັກສຶກ ຮຸ່ນ ທີ 17 ເຂົ້າຮ່ວມຢ່າງພ້ອມພຽງ.          ໃນພິທີຄັ້ງນີ້ຄະນະຈັດຕັ້ງພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ…