3 ອົງການຈັດຕັ້ງມະຫາຊົນ ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ໄດ້ຮັບນາມມະຍົດ ເປັນໜ່ວຍຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ 5 ເປັນເຈົ້າຂອງກຳມະບານ ປະຈຳປີ 2020.

ໃນວັນທີ 8 ທັນວາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ ໄດ້ຈັດພິທີມອບນາມມະຍົດຂອງ 3 ອົງການຈັດຕັ້ງມະຫາຊົນຂຶ້ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ປທ ນ. ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີບັນດາສະຫາຍຕາງໜ້າຈາກ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນແມ່ຍິງແຂວງ, ກຳມະບານແຂວງ , ມີບັນດາຄະນະອົງການຈັດຕັ້ງມະຫາຊົນຂອງໂຮງຮຽນ, ມີບັນດາສະມາຊິກຊາວໜຸ່ມ,​ ແມ່ຍິງ ແລະກໍາມະບານທີ່ເປັນຄູ-ອາຈານ ແລະນັກສຶກສາຮຸ່ນທີ XVI,…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດສະເຫຼີມສະຫຼອງວັນຊາດທີ 2 ທັນວາຄົບຮອບ 45 ປີ (2/12/1975-2/12/2020) ແລະສະຫຼຸບຜົນງານປະຈຳປີ 2020

ໃນວັນທີ 1 ທັນວາ 2020, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/2020) ແລະສະຫຼຸບຜົນງານປະຈຳປີ 2020 ໂດຍພາຍໃຕ້ການເປັນປະທານໃນພິທີຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະພັກ, ຄະນະນຳ ສມປຊ, ມີບັນດາຫົວໜ້າ, ຮອງຫົວໜ້າຈາກ 12 ພາກສ່ວນຂັ້ນກົມຂອງ ສມປຊ,…

ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ ຈັດພິທີສະຫຼຸບວຽກງານສົກ 2019-2020 ແລະ ວາງທິດທາງແຜນການສົກປີ 2020-2021

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2020 ທີ່ສະໂມສອນໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ ສົກປີ 2019-2020 ແລະເປີດ ຮຽນທິດສະດີການເມືອງ ແລະການປົກຄອງ ສົກປີ 2020-2021 ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານຂອງ ທ່ານ ປຼທ ນາງ ວຽງພອນ ແກ້ວຄູນສີ, ກໍາມະການຄະນະພັກ ນະຄອນຫຼວງວຽງຈັນ, ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ນະຄອນຫຼວງວຽງຈັນ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ອານຸພາບ…

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ສະຫຼຸບການລົງກໍ່ສ້າງຮາກຖານການເມືອງຢູ່ເມືອງປາກງື່ມ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV

      ວັນທີ 26 ພະຈິກ 2020 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີສະຫຼຸບການລົງກໍ່ສ້າງຮາກຖານການເມືອງຢູ່ເມືອງປາກງື່ມ ຂອງນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ໃຫ້ກຽດເປັນຄະນະປະທານ ປະກອບມີ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ ແລະທ່ານ ຄຳໝູນ ຕຽງທະລາດ ເລຂາພັກເມືອງ, ເຈົ້າເມືອງ ເມືອງປາກງື່ມ, ມີຄະນະພັກເມືອງປາກງື່ມ, ອົງການປົກຄອງບ້ານ…