ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດບຳລຸງທິດສະດີການເມືອງ-ການປົກຄອງ ໃຫ້ເລຂາພັກນະຄອນ-ເມືອງ ແລະ ຄະນະປະຈຳພັກນະຄອນ-ເມືອງ ຊຸດທີ III

ໃນເວລາ 13:00 ມ, ວັນທີ 30 ຕຸລາ 2020 ທີ່ ຕຶກສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ຊັ້ນ 5. ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະຫຼັກສູດເລຂາພັກນະຄອນ-ເມືອງ, ຄະນະປະຈຳພັກນະຄອນ-ເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ III, ພາຍໃຕ້ການເປັນປະທານຂອງ ທ່ານ ຮສ ພູວົງ ອຸນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ,…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ສະຫຼຸບຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນປະຈໍາປີ 2020

ໃນຕອນເຊົ້າວັນທີ 04 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະການປົກຄອງແຂວງໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຄຸ້ມຄອງການຮຽນ-ການສອນປະຈໍາປີ 2020 ຂຶ້້ນພາຍໃຕ້ການເປັນປະທານຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປອ. ສີສອນພັນ ບຸນສີ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ສມປຊ, ມີຄະນະໂຮງຮຽນ, ບັນດາພະແນກການຂອງແຂວງ ແລະຄູອາຈານສອນປະຈຳ ແລະຄູອາຈານຮັບເຊີນເຂົ້າຮ່ວມທັງໜົດ 30 ທ່ານ,…

ຄະນະນັກສຶກສາ ຈາກ ສມປຊ ນໍາພາເຜີຍແຜ່ເອກະສານນຳພາແນວຄິດການນຳໃຊ້ສື່ສັງຄົມອອນລາຍ ແລະເອກະສານລະບຽບການສັນຈອນທາງບົກ

ວັນທີ 28 ຕຸລາ 2020 ຢູ່ທີ່ໂຮງຮຽນມັດທະຍົມສົມບູນໝາກນາວ ເມືອງປາກງື່ມ ຄະນະນັກສຶກສາຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງຢູ່ເມືອງດັ່ງກ່າວໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງຂອງເມືອງ ແລະກຸ່ມບ້ານ ໄດ້ຈັດພິທີເຜີຍແຜ່ເອກະສານນຳພາແນວຄິດການນຳໃຊ້ສື່ສັງຄົມອອນລາຍ ແລະເອກະສານລະບຽບການສັນຈອນທາງບົກ, ໂດຍການເປັນປະທານຂອງ ທ່ານສັນຕິ ໄກສອນ ຮອງເລຂາຄະນະພັກຮາກຖານກຸ່ມບ້ານ, ຄະນະຄູ-ອາຈານ ແລະຄະນະນັກສຶກສາ ຈາກ ສມປຊ, ມີທ່ານ ຮອ ເຊຕັງ ຈັນທະນຸວົງ ຮອງຫົວໜ້າຕຳຫຼວດຈໍລະຈອນປ້ອງກັນຄວາມສະຫງົບເມືອງປາກງື່ມ, ມີຄະນະອຳນວຍການໂຮງຮຽນມັດທະຍົມສົມບູນໝາກນາວ ແລະຄະນະໜ່ວຍຊາວໜຸ່ມທັງ 3 ບ້ານຄື: ບ້ານໝາກນາວດົງ,…

ຄະນະນັກສຶກສາລົງກໍ່ສ້າງຮາກຖານ-ການເມືອງ ບ້ານພ້າວ ແລະ ບ້ານນາຝາຍ ໄປທັດສະນະແລກປ່ຽນບົດຮຽນກັບຄະນະບ້ານຊຽງແລທ່າ.

ໃນວັນທີ 31 ຕຸລາ 2020 ຄະນະນັກສຶກສາລົງກໍ່ສ້າງຮາກຖານ-ການເມືອງ ບ້ານພ້າວ ແລະ ບ້ານນາຝາຍໄປທັດສະນະແລກປ່ຽນບົດຮຽນກັບຄະນະບ້ານຊຽງແລທ່າ.           ພາຍໃຕ້ການນຳພາຂອງທ່ານ ອາຈານ ປທ ນາງ ສຸດໃຈ ວົງພະຈັນ, ທ່ານ ອາຈານ ປທ ນາງ ຄຳຕັນ ທຳມະວົງ, ມີຄະນະພັກບ້ານ-ບ້ານພ້າວ ແລະ ບ້ານນາຝາຍ ພ້ອມດ້ວຍຄະນະນັກສຶກສາທັງ 2 ບ້ານ  ເຂົ້າຮ່ວມໃນການໄປທັດສະນະຄັ້ງນີ້ ເປັນກຽດຕ້ອນຮັບຈາກທ່ານ ບຸນມີ…