ແຂວງຊຽງຂວາງ ເປີດຊຸດຮຽນ ທິດສະດີການເມືອງ ແລະການປົກຄອງແຂວງ ລະບົບກໍ່ສ້າງຊັ້ນກາງ ຮຸ່ນທີີ XVII

ໃນວັນທີ 29 ຕຸລາ 2020 ຢູ່ທີ່ໂຮງຮຽນການເມືອງ ແລະການປົກຄອງ ແຂວງຊຽງຂວາງ ຈັດພິທີເປີດຊຸດຮຽນລະບົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານຮວ່ມ ຂອງ ທ່ານ ຄຳແສງ ພົມມະວັນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ປທ ນ. ບົວສີ ນາຖາວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ບັນດາຜູ້ຕາງໜ້າຈາກແຂວງໄຊສົມບູນ, ບັນດາເມືອງ, ບັນດາພະແນກການຂອງແຂວງ ແລະບັນດາທ່ານຄູ-ອາ ຈານ, ນັກສຶກສາເຂົ້່າຮ່ວມທັງໜົດ 65…

ເມືອງເງິນແຂວງໄຊຍະບູລີ ຈັດພິທີປິດຊຸດຮຽນທິດສະດີການເມືອງແລະການປົກຄອງຊັ້ນຕົ້ນຮຸ່ນທີ I ປີ 2020

ໃນວັນທີ 29 ຕຸລາ 2020 ຢູ່ທີ່ສະໂມສອນໃຫຍ່ເມືອງເງິນແຂວງໄຊຍະບູລີໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຮຸ່ນທີ I ຂອງເມືອງເງິນ, ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ຄໍາແພງ ຕັດສະຫວັດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງເມືອງເງິນ, ມີທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ເລຂາພັກບ້ານນາຍບ້ານ, ແຂກຖືກເຊີນພ້ອມດ້ວຍຄູອາຈານຕະຫຼອດຮອດນັກສຶກສາທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຮຸ່ນທີ I ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວທ່ານ…

ນັກສຶກສາ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງຢູ່ບ້ານໝາກນາວດົງ ເຜີຍແຜ່ກົດໝາຍ ວ່າດ້ວຍ ພັນທະປ້ອງກັນຊາດ ແລະກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ

ໃນຕອນຄ່ຳຂອງວັນທີ 29 ຕຸລາ 2020 ທີ່ ຫ້ອງການປົກຄອງບ້ານໝາກນາວດົງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ນັກສຶກສາທີ່ລົງກໍ່ສ້າງຮາກຖານການເມືອງຢູ່ບ້ານໝາກນາວດົງເຜີຍແຜ່ກົດໝາຍວ່າດ້ວຍ ພັນທະປ້ອງກັນຊາດ ແລະກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນໂດຍການເປັນປະທານຂອງທ່ານ ຄຳຟອງ ສີຫາປັນຍາ ເລຂາພັກບ້ານ, ນາຍບ້ານ, ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບບ້ານ,ໂດຍການເຂົາຮ່ວມຂອງກຳລັງກອງຫຼອນປ້ອງກັນຊາດ ແລະກຳລັງປ້ອງກັນຄວາມສະຫງົບບ້ານ ແລະຄະນະນັກສຶກສາ ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ ຮທ ເສລີ ຍົມມະລາດ ພະນັກງານວິຊາການ ກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງ ກະຊວງ ປກສ ທັງເປັນນັກສຶກສາກໍ່ສ້າງຮາກຖານການເມືອງໄດ້ເຜີຍແຜ່ກົດໝາຍວ່າດ້ວຍ…

ເລຂາພັກບ້ານ, ນາຍບ້ານເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຮັບການຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນ

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງໄລຍະສັ້ນ 10 ວັນໃຫ້ແກ່ເລຂາພັກບ້ານ, ນາຍບ້ານທົ່ວເມືອງແກ່ນທ້າວ, ແຂວງໄຊຍະບູລີໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາ 2020ຢູ່ທີ່ສະໂມສອນຂອງເມືອງແກ່ນທ້າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ປະເສີດ ອິນວົງຄຳ ຮອງເລຂາພັກເມືອງປະທານແນວລາວສ້າງຊາດເມືອງ, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ສີສອນພັນ ບຸນສີ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ ມີບັນດາທ່ານຫົວໜ້າຫ້ອງການອ້ອມຂ້າງເມືອງພ້ອມດ້ວຍບັນດາທ່ານເລຂາພັກບ້ານ, ນາຍບ້ານທົ່ວເມືອງເຂົ້າຮ່ວມ 45 ສະຫາຍ, ຍິງ 4 ສະຫາຍ. ທ່ານ ນາງ…