ນັກສຶກສາປະລິນຍາຕີ ຮຸ່ນທີ XXIV ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງ ໄດ້ນໍາພາອົງການຈັດຕັ້ງມະຫາຊົນບ້ານໝາກນາວດົງເຊື່ອມຊຶມບັນດານິຕິກຳ

ວັນທີ 21-22 ຕຸລາ 2020 ທີ່ຫ້ອງການບ້ານໝາກນາວດົງ ນັກສຶກສາປະລິນຍາຕີ ຮຸ່ນທີ XXIV ຈາກ ສມປຊ ທີ່ລົງກໍ່ສ້າງຮາກຖານການເມືອງທີ່ປະຈຳບ້ານໝາກນາວດົງ ໄດ້ຊີ້ນຳ-ນໍາພາອົງການຈັດຕັ້ງມະຫາຊົນພາຍໃນບ້ານ ຈັດພິທີເຊື່ອມຊຶມບັນດານິຕິກຳ ໂດຍແມ່ນນັກສຶກສາທີ່ລົງກໍ່ສ້າງຮາກຖານໃນດັ່ງກ່າວເປັນຜູ້ສະໜອງເອກະສານສໍາຄັນຕ່າງໆ, ພ້ອມທັງແນະນໍາວິທີການ ແລະຂັ້ນຕອນໃນການເຜີຍແຜ່ເອກະສານ. ຂຶ້ນເຜີຍແຜ່ເອກະສານສໍາຄັນຕ່າງໆນັ້ນໂດຍແມ່ນ ສະຫາຍ ໄຊພອນ ບົວພາວົງ ເລຂາໜ່ວຍຮາກຖານຊາວໜຸ່ມບ້ານ, ທ່ານ ນາງ ຈັນລອນ ພາວັນນາ ປະທານໜ່ວຍຮາກຖານສະຫະພັນແມ່ຍິງບ້ານ ເຊິ່ງບັນດາເອກະສານທີ່ນໍາເຜີຍແຜ່ເຊື່ອມຊຶມຂອງ 2 ວຽກງານດັ່ງກ່າວ (ວຽກຊາວໜຸ່ມ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບປື້ມຕຳລາການຮຽນ-ການສອນ ໃຫ້ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ວັນທີ 23 ຕຸລາ 2020 ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນໍາພາໂດຍ ທ່ານ ປອ ຄໍາມອນ ຈັນທະຈິດ ຮັກສາການຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ, ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະພະນັກງານພາຍໃນກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ສມປຊ, ໄດ້ນໍາເອົາປື້້ມຕຳລາການຮຽນ-ການສອນ ທີ່ເປັນຜົນງານການຄົ້ນຄວ້າວິທະຍາສາດຂອງ ສະຖາບັນ ມາມອບໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເພື່ອສະໜອງໃຫ້ແກ່ການຮຽນ-ການສອນໃນກຸ່ມວິຊາການເມືອງຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ. ກ່າວມອບໂດຍ ທ່ານ ປອ ຄຳມອນ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນ ລະບົບຊັ້ນກາງຮຸ່ນທີ XI

ວັນທີ 20-21 ຕຸລາ 2020 ໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປືເປີດກອງປະຊຸມຄົ້ນຄວ້າຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາທິດສະດີການເມືອງແລະການປົກຄອງລະບົບຊັ້ນກາງຮຸ່ນທີXIຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ປທ ບຸນປອນ ອ່ອນໄຊວຽງ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີຄະນະພັກ, ຄະນະໂຮງຮຽນ, ຫົວໜ້າຂະແໜງ ແລະຮອງຂະແໜງພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.           ຫົວຂໍ້ທີ່ນໍາມາຄົ້ນຄວ້າທັງໝົດມີ 51ຫົວຂໍ້. ໂດຍມີການສົມທຽບ ລະຫວ່າງ ຫົວຂໍ້ບົດປ້ອງກັນທີ່ໄດ້ເລືອກມາກັບໜ້າທີ່ວຽກງານທີ່ນັກສຶກສາຮັບຜິດຊອບຕົວຈິງຢູ່ໃນກົມກອງ ແລະກັບຫົວຂໍ້ບົດປ້ອງກັນຈົບຊັ້ນຂອງນັກສຶກສາຮຸ່ນອື່ນໆທີ່ໄດ້ຂຽນຜ່ານຂັ້ນສຸດທ້າຍແລ້ວ. ການຄົ້ນຄວ້າໃນຄັ້ງນີ້, ຄູ-ອາຈານແຕ່ລະທ່ານໄດ້ປະກອບຄໍາຄິດຄໍາເຫັນໃສ່ແຕ່ລະຫົວຂໍ້ບົດປ້ອງກັນຢ່າງກົງໄປກົງມາ ແລະຕົກລົງເປັນເອກະພາບຮັບຮອງເອົາ 51 ຫົວຂໍ້ເພື່ອນໍາສະເໜີສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ…

ນັກສຶກສາ ປະລິນຍາຕີ ຮຸ່ນທີ XXIV ລົງກໍ່ສ້າງຮາກຖານການເມືອງ ຢູ່ ກຸ່ມບ້ານໝາກນາວເໜືອຈັດລາຍການໂທລະໂຄ່ງບ້ານ

ໃນແຕ່ລະຕອນເຊົ້າຂອງທຸກໆວັນ ເລີ່ມແຕ່ເວລາ 6:30-7:00 ນາທີ ໜ່ວຍນັກສຶກສາຈາກສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ລົງກໍ່ສ້າງຮາກຖານຢູ່ກຸ່ມບ້ານໝາກນາວເໜືອໄດ້ພ້ອມກັນຈັດລາຍການໂດຍຜ່ານໂທລະໂຄ່ງບ້ານ ບັນລະຍາຍໂດຍ: ທ້າວຄອນສະຫວັນ ເລືອງວັນ ແລະ ນາງ ແສງອາລຸນ ມະນີທວງ ພາຍໃຕ້ການຊີ້ນຳຂອງຄະນະບ້ານ ແລະ ທ່ານ ທອງຕາ ຫຼໍ່າມີໄຊ ຫົວໜ້າກຸ່ມນຳພານັກສຶກສາລົງກໍ່ສ້າງຮາກຖານ; ເນື້ອໃນທີ່ນຳມາສະເໜີເຜີຍແຜ່ໃນແຕ່ລະເຊົ້າແມ່ນໄດ້ເອົາເນື້ອໃນຂອງລັດຖະທຳມະນູນແຫ່ງ ສປປລາວ, ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມທັງໄດ້ໂຄສະນາວັນສຳຄັນຕ່າງໆ ເປັນຕົ້ນແມ່ນວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100…