ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທີ່ ອຸດົມໄຊ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ໃນຕອນເຊົ້າຂອງວັນທີ 4 ກັນຍາ 2020 ທີ່ ຫ້ອງວ່າການປົກຄອງແຂວງໆ ອຸດົມໄຊ ໄດ້ປິດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທີ່ ອຸດົມໄຊ ຊຶ່ງໄດ້ດໍາເນີນມາ ແຕ່ວັນທີ 31 ສິງຫາ-3 ກັນຍາ  ພາຍໃຕ້ການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສະຫຼຸບ ຖອດຖອນບົດຮຽນການບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທີ່ແຂວງອຸດົມໄຊ

            ໃນຕອນເຊົ້າຂອງວັນທີ 31/08/2020 ທີ່ ໂຮງຮຽນການເມືອງ ແລະການປົກຄອງແຂວງ ອຸດົມໄຊ, ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການບໍລິຫານ-ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ ທົ່ວປະເທດຂຶ້ນ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ຂອງທ່ານ ປອ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ, ມີບັນດາຜູ້ຕາງໜ້າໜ່ວຍງານຂັ້ນກົມ ຈາກ…

ກຳມະບານຮາກຖານ ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ທັດສະນະສຶກສາ ຢູ່ ບໍລິສັດດາວທຽມລາວເອເຊຍປາຊີຟິກ

ໃນຕອນເຊົ້າ ວັນທີ 27/08/2020 ກຳມະບານຮາກຖານ ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄປທັດສະນະສຶກສາ ຢູ່ ບໍລິສັດດາວທຽມລາວເອເຊຍປາຊີຟິກ ພາຍໃຕ້ການນໍາພາຂອງ ທ່ານ ນາງ ອໍາພອນ ບຸນລືໄຕ ປະທານກໍາມະບານ ຮາກຖານສູນຂໍ້ມູນຂ່າວສານການ ເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ. ໃຫ້ການຕ້ອນຮັບຂອງທ່ານ ປທ ນາງ ທິດາວັນ ໝອກອິນຕາ ປະທານຮາກຖານກຳມະບານບໍລິສັດດາວທຽມລາວເອເຊຍປາຊີຟິກ.           ທ່ານ…

ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກຮາກຖານ ໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງວຽງຈັນ

ກອງປະຊຸມໃຫຍ່ຄັ້ງທີ III ຄະນະພັກຮາກຖານໂຮງຮຽນການເມືອງ ແລະການປົກຄອງນະ ຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2020 ຢູ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງນະຄອນຫຼວງວຽງຈັນ. ໂດຍເປັນປະທານຂອງ ສະຫາຍ ນ ວຽງພອນ ແກ້ວ ຄູນສີ ເລຂາຄະນະພັກຮາກຖານ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງນະຄອນຫຼວງ ວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອຸດອນ ໄຊມຸນຕີ ຄະນະປະຈຳພັກ, ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີແຂກຖຶກ ເຊີນຈາກພະແນກການ,…