ໂຮງຮຽນການເມືອງ ແລະການປົກຄອງແຂວງຈຳປາສັກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ ພ້ອມທັງມອບບັດສະມາຊິກພັກສົມບູນ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈໍາປາສັກ ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ພ້ອມທັງມອບບັດສະມາຊິກພັກໃຫ້ສະມາຊິກພັກພາຍໃນໜ່ວຍພັກ. ພິທີໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 6 ສິງຫາ 2020 ນີ້, ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ໜູຈັນ ຈັນທະພົງ ຄະນະປະຈໍາພັກແຂວງ, ປະທານກວດກາພັກແຂວງ, ມີ ສະຫາຍ ບົວທອງ ສຸວັນນະສານ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ,ມີຜູ້ຕາງໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍໃນຄະນະພັກ, ແຂກເຊື້ອເຊີນ, ສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ. ໂອກາດນີ້ສະຫາຍຜູ້ຕາງໜ້າຄະນະຈັດຕັ້ງແຂວງ…

ເມືອງເງິນ ແຂວງໄຊຍະບູລີ ເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງ ຊັ້ນຕົ້ນ ຊຸດ I

ເມືອງເງິນແຂວງໄຊຍະບູລີ ໄດ້ຈັດພິທີເປີດຊຸດຮຽນທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນ ໃຫ້ພະນັກງານຫຼັກແຫຼ່ງພາຍໃນເມືອງ, ໃນຕອນເຊົ້າ ຂອງວັນທີ 4 ສິງຫາ 2020 ຜ່ານມານີ້. ໂດຍການເປັນປະທານ ຂອງ ທ່ານ ສອນສຸກ ພວງແກ້ວ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆເງິນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ສີສອນພັນ ບຸນສີ ຫົວໜ້າໂຮງຮຽນການເມືອງ ແລະການປົກຄອງ ແຂວງໄຊຍະບູລີ, ມີ ທ່ານ ນາງ ສີຈົມ ບຸນມານະທໍາ…

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ອັດລົງດ້ວຍຜົນສຳເລັດອັນຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2020 ທີ່ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການເປັນ ປະທານຂອງ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວ, ມີສະຫາຍໃນຄະນະບໍລິຫານງານພັກ,…

ພິທີ ປິດຂະບວນການແຂ່ງຂັນ ກິລາຊີງຂັນຫົວໜ້າ ສມປຊ ຄັ້ງທີ IX

ໃນວັນທີ 28 ກໍລະກົດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຂະບວນການແຂ່ງຂັນ ກິລາຊີງຂັນຫົວໜ້າ ສມປຊ ຄັ້ງທີ IX ຢ່າງເປັນຂະບວນການຟົດຟື້ນ ແລະທັງບັງເປັນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໃນພິທີໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສມປຊ ພ້ອມດ້ວຍຄະນະ, ຕາງໜ້າຫ້ອງການ, ກົມ, ຄະນະ, ສູນຂໍ້ມູນຂ່າວສານ ແລະສູນຄົ້ນຄວ້າແນວຄິດໄກສອນ…