ຊົມເຊີຍສະມາຊິກພັກໃໝ່ຂອງໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ວັນທີ 17 ກໍລະກົດ 2020 ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີ ຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເຂົ້າຮ່ວມຂອງສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າ ສມປຊ, ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ເລຂາໜ່ວຍພັກ ສຂມປ-ສນຫ, ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກອື່ນ ແລະສະມາຊິກພັກພາຍໃນໜ່ວຍຮາກຖານເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ຜູ້ຕາງໜ້າພະແນກພັກ ແລະປ້ອງກັນພັກ ກົມຈັດຕັ້ງພະນັກງານ…

ກອງປະຊຸມສຳມະນາວິທະຍາສາດ ຫົວຂໍ້: “ແນວຄິດ ເລນິນ, ຄຸນຄ່າທິດສະດີ ແລະພຶດຕິກຳໃນປະຈຸບັນ”

ໃນວັນພະຫັດ ວັນທີ 23 ກໍລະກົດ 2020 ຢູ່ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ເພື່ອກະກຽມຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ; ພິເສດໄປກວ່ານີ້ ປີນີ້ ກໍພໍດີກັບວັນເກີດ ຂອງ ວ.ອ. ເລນິນ ຄົບຮອບ 150 ປີ (ວັນທີ 22/4/1870-22/4/2020) ກອງປະຊຸມຄັ້ງນີ້້ແມ່ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າສະຖາບັນການເມືອງ…

ພິທີມອບ-ຮັບ ເຄື່ອງອຸປະຖໍາ ໃຫ້ແກ່ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ

ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 (ຕຶກສູນຂໍ້ມູນຂ່າວສານ) ສມປຊ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີມອບ-ຮັບເຄື່ອງອຸປະຖໍາເຄື່ອງໃຊ້ຫ້ອງການທີ່ຈໍາເປັນຈຳນວນໜຶ່ງຈາກ 2 ພາກສ່ວນ. ພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ, ຜູ້ປະຈຳການຄະນະຮັບຜິດຊອບໂຄງການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຂອງທ່ານ ສົມສະຫວາດ…

ຄະນະຄຸ້ມຄອງໂຄງການແປປື້ມນິພົນໂຮ່ຈິມິນຄົບຊຸດ ມອບປື້ມນິພົນໃຫ້ 12 ໜ່ວຍງານຂັ້ນກົມ ທົ່ວ ສມປຊ.

ຄະນະຄຸ້ມຄອງໂຄງການແປປື້ມນິພົນໂຮຈີມິນ ຄົບຊຸດ ໄດ້ມອບຜະລິດຕະພັນ ຜົນສຳເລັດຂອງການແປປື້ມດັ່ງກ່າວໃຫ້ບັນດາໜ່ວຍງານຂັ້ນກົມພາຍໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນວັນທີ 16 ກໍລະກົດ 2020.ປື້ມນິພົນທີ່ມອບໃນຄັ້ງນີ້ ມີເຫຼັ້ມທີ 3, 9, 10, 12, 13, 14, ເຫຼັ້ມລະ 3 ຫົວ ມອບໃຫ້ 10 ພາກສ່ວນ ພາກສ່ວນລະ 18 ຫົວ. ສ່ວນກົມກວດກາ ແລະ ສູນແນວຄິດໄກສອນພົມວິຫານ ແມ່ນໄດ້ຮັບ…