ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ

ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ຂ່ຳນັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 45 ປີ ແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ດັ່ງນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈຶ່ງໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ພາຍໃຕ້ຫົວຂໍ້“ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”, ໃຫ້ກຽດເປັນປະທານເປີດກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ,…

ນັກສຶກສາອະນຸປະລິນຍາຮຸ່ນທີ XVII ເປີດກອງປະຊຸມຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ.

ໃນເວລາ 13 ໂມງ 00 ນາທີ ຂອງວັນ​​ທີ 2-9​ ມີຖຸນາ 2020 ທີ່​ຜ່ານ​ມາ​ນີ້, ຢູ່​ທີ່​ຫ້ອງຮຽນ 209 ນັກ​ສຶກ​ສາ​ຫ້ອງ​ອະ​ນຸ​ປະ​ລິນ​ຍາຮຸ່ນ​ທີ XVII ​​ໄດ້​ເປີດ​ກອງ​ປະຊຸມ ຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໂດຍການເປັນປະທານ ຂອງທ່ານ ນ. ແສງທອງ ຊຽນປັນຍາ…

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມສ່ອງແສງປະຈໍາໄຕມາດ II ປີ 2020 ຂຶ້ນທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

ກອງປະຊຸມສ່ອງແສງປະຈໍາໄຕມາດ II ປີ 2020 ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໄດ້ໄຂຂຶ້ນໃນເວລາ 13:30 ວັນທີ 30 ມິຖຸນາ 2020 ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ຕຶກສູນຂໍ້ມູນຂ່າວສານ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ປທ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດການຝຶກອົບຮົມ ນຳໃຊ້ໂປແກຣມ ນັບຄະແນນສຽງເລືອກຕັ້ງ

      ໃນວັນທີ 29 ມິຖຸນາ 2020 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດການຝຶກອົບຮົມ ນຳໃຊ້ໂປແກຣມ ນັບຄະແນນສຽງເລືອກຕັ້ງ, ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານເປີດພິທີຂອງ ທ່ານ ປທ ອຸບົນ ມະຫາໄຊ ຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ມີຜູ້ຕາງໜ້າຈາກຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານ ການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະນັກສໍາມະນາກອນເຂົ້າຮ່ວມ. ເພື່ອປະຕິບັດຕາມທິດທາງຂອງພັກ ທີ່ໃຫ້ຫັນເປັນທັນສະໄໝເທື່ອລະກ້າວນັ້ນ.…