ກອງປະຊຸມສໍາມະນາວິທະຍາສາດ ຫົວຂໍ້: “ວຽກງານແມ່ຍິງ ໃນນິພົນມາກ-ອັງແກນ, ເລນິນ ແລະໂຮ່ຈິມິນ”
ໃນຕອນເຊົ້າວັນທີ 6 ມີນາ 2025, ທີ່ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ກົມຄຸ້ມຄອງ ການຄົ້ນຄວ້າວິທະຍາສາດ ສົມທົບກັບດານັກວິທະຍາສາດ ແລະຜູ້ສັງເກດບົດວິທະຍາສາດ ໄດ້ຈັດຕັ້ງກອງປະຊຸມຜ່ານເນື້ອໃນບົດວິທະຍາສາດຫົວຂໍ້: “ວຽກງານແມ່ຍິງ ໃນນິພົນມາກ-ອັງແກນ, ເລນິນ ແລະໂຮ່ຈີມິນ ໃຫ້ກຽດເປັນປະທານໂດຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວ ໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ…
ກອງປະຊຸມສໍາມະນາແລກປ່ຽນບົດຮຽນ ແລະສ້າງກິດຈະກໍາຮ່ວມກັນ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກັບກະຊວງພະລັງງານ ແລະ ບໍ່ແຮ່
ໃນຕອນແລງວັນທີ 28 ກຸມພາ 2025, ເວລາ 13 ໂມງ 30 ນາທີ ຢູ່ທີ່ສະໂມສອນໃຫຍ່ ສມປຊ ໄດ້ມີ 3 ອົງການຈັດຕັ້ງມະຫາຊົນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດຂະບວນການແລກປ່ຽນບົດຮຽນທາງດ້ານວິທະຍາສາດ ແລະກິດຈະກຳກິລາ ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ປອ ດາວສະຫວັນ ເຄືອມີໄຊ…
ເປີດກອງປະຊຸມສ່ອງແສງ ປະຈໍາອາທິດທີ 2 ຂອງຄະນະນັກສຶກສາປະລິນຍາໂທ ຮຸ່ນທີ XX ທີ່ລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງແກ້ວອຸດົມ ແຂວງວຽງຈັນ
ໃນຕອນບ່າຍຂອງວັນທີ 28 ກຸມພາ 2025 ທີ່ ຫ້ອງປະຊຸມ ຫ້ອງການປົກຄອງເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ເປີດກອງປະຊຸມສ່ອງແສງ ລາຍງານປະຈໍາອາທິດ, ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສຸພາວະດີ ຫຼ້າຄໍາສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ແລະ ທ່ານ ນາງ ດາວອນ ສີວົງໄຊ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງແກ້ວອຸດົມ, ມີຄະນະພັກເມືອງ, ຄະນະພັກບ້ານ, ອາຈານຜູ້ຊີ້ນໍາແຕ່ລະໜ່ວຍ, ອາຈານຜູ້ຕິດຕາມກວດກາ…